ຈັບແກ້ງຄ້າຢາເສບຕິດມີເຮໂຣອິນ 600 ແທ່ງ ແລະ ຢາບ້າ 4.000 ເມັດ

ໃນວັນທີ 7 ກຸມພາ 2021, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາ ການ ປກສ ແຂວງບໍລິຄໍາໄຊ ໄດ້ນໍາກໍາລັງເຈົ້າໜ້າທີ່ວິຊາສະເພາະ ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຂົ້າປິດລ້ອມເຮືອນເປົ້າໝາຍລັກລອບຂາຍຢາເສບຕິດລາຍໃຫຍ່ຢູ່ບ້ານໂພນເມືອງນ້ອຍ ເມືອງຄໍາເກີດ. ຜ່ານການກວດຄົ້ນເຮືອນ ພົບເຮໂຣອິນ ຈໍານວນ 600 ແທ່ງ ນໍ້າໜັກ 231 ກິໂລກຼາມ ແລະ ຢາບ້າຈໍານວນ 4.000 ເມັດ ພ້ອມທັງກັກຕົວເປົ້າໝາຍໄດ້ 4 ຄົນ.

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ຜູ້ຖືກຫາທັງ 4 ຄົນ ຄື:

  1. ທ້າວ ເບຍເຢ້ຊົ່ງ ອາຍຸ 57 ປີ (ເຈົ້າຂອງເຮືອນ),
  2. ທ້າວ ເຢ້ຊົ່ງ ອາຍຸ 34 ປີ,
  3. ທ້າວ ເນັ່ງຊົ່ງ ອາຍຸ 27 ປີ
  4. ທ້າວ ເຊຊົ່ງ ອາຍຸ 21 ປີ

ທັງ 4 ຄົນ ຢູ່ບ້ານດຽວກັນ; ກ່ອນມ້າງຄະດີດັ່ງກ່າວ ຄື: ໃນວັນທີ 5 ກຸມພາ 2021, ໄດ້ຮັບລາຍງານວ່າ ຈະມີການເຄື່ອນຍ້າຍຢາເສບຕິດປະເພດເຮໂຣອິນ ຈໍານວນຫຼາຍໄປພັກເຊົາຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ກຽມຂາຍອອກໄປປະເທດໃກ້ຄຽງ. ຈາກນັ້ນ, ຈຶ່ງໄດ້ຈັດຕັ້ງກໍາລັງເຈົ້າໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍ; ຮອດເວລາປະມານ 13:40 ໂມງຂອງວັນ ທີ 7 ກຸມພາ 2021 ຈຶ່ງໄດ້ນໍາກໍາລັງເຈົ້າໜ້າທີ່ເຂົ້າປິດລ້ອມເຮືອນຂອງ ທ້າວ ເບຍເຢ້ຊົ່ງ ແລະ ກວດຄົ້ນເຮືອນ ພົບຢາເສບຕິດເຮໂຣອິນ 600 ແທ່ງ ແລະ ຢາບ້າຈໍານວນ 4.000 ເມັດ ພ້ອມທັງຈັບຕົວເປົ້າໝາຍໄດ້ທັງ 4 ຄົນ.

ຜ່ານການສອບສວນໃນເບື້ອງຕົ້ນ, ພວກກ່ຽວຮັບສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວ ແມ່ນໄດ້ຮັບມາຈາກກຸ່ມຮ່ວມຂະບວນການຄ້າຂາຍຢາເສບຕິດນໍາກັນ ເພື່ອກຽມເອົາໄປຂາຍໃຫ້ຜູ້ທີ່ສັ່ງຊື້ຢູ່ເທດໃກ້ຄຽງ ແຕ່ກໍຖືກຈັບໄດ້ກ່ອນ.