ເປີດນຳໃຊ້ສູນວັດທະນະທໍາຈີນປະຈໍາລາວຫລັງໃໝ່ແລ້ວ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເປີດນຳໃຊ້ສູນວັດທະນະທໍາຈີນປະຈໍາລາວຫລັງໃໝ່ແລ້ວ

Published

on

ພິທີເປີດນຳໃຊ້ ຫ້ອງການສູນວັດທະນະທໍາຈີນ ປະຈໍາ ລາວ ຫລັງໃໝ່ ຢ່າງເປັນທາງການ ແລະ ສະເຫລີມສະຫລອງ ການການຕັ້ງສູນວັດທະນະທຳຈີນ ປະຈຳລາວ ຄົບຮອບ 6 ປີ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2021. ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຈ່ຽງຈ່າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ. ໃນໂອກາດດັ່ງກ່າວ, ຫົວໜ້າສູນວັດທະນະທໍາຈີນ ປະຈຳລາວ ກ່າວວ່າ:

ສູນວັດທະນະທຳຈີນ ປະຈຳລາວ ໄດ້ຮັບການສ້າງຕັ້ງມາ 6 ປີ, ຕະຫລອດໄລຍະຜ່ານມາ ໄດ້ປະກອບສ່ວນໃນການພັດທະນາ ແລກປ່ຽນວັດທະນະທໍາ ແລະ ທ່ອງທ່ຽວສອງປະເທດ ລາວ-ຈີນ ຢ່າງເລິກເຊິ່ງ ແລະ ກ້ວາງຂວາງກວ່າເກົ່າ, ເພື່ອຊ່ວຍໃຫ້ການຮ່ວມມືແລກປ່ຽນວັດທະນະທໍາ ແລະ ທ່ອງທ່ຽວລາວ-ຈີນ ໃຫ້ກ້າວສູ່ລະດັບສູງຂຶ້ນໄປ, ປີນີ້ ຄົບຮອບ 60 ປີແຫ່ງສາຍພົວພັນການທູດລາວ-ຈີນ ເຊິ່ງລັດຖະບານທັງສອງຝ່າຍ ໄດ້ປະກາດໃຫ້ປີ 2021 ເປັນປີມິດຕະພາບລາວຈີນ, ພາຍໃຕ້ການຊີ້ນໍາຂອງສະຖານທູດຈີນ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈະຈັດທຸກກິດຈະກໍາ ຂອງປີມິດຕະພາບໃຫ້ດີທີ່ສຸດ.

ສູນວັດທະນະທໍາຈີນ ປະຈຳລາວ ຫລັງໃໝ່ ຕັ້ງຢູ່ບ້ານ ໂພສະອາດ ນະຄອນຫລວງວຽງຈັນ ຖະໜົນໄກສອນພົມວິຫານ ມີເນື້ອທີ່ 1.760 ຕາລາງແມັດ, ເປັນອາຄານສອງຊັ້ນ ມີຫ້ອງອະເນກປະສົງ ທີ່ສາມາດຈັດການສະແດງ ແລະ ກອງປະຊຸມຂະໜາດນ້ອຍ ທີ່ບັນຈຸຄົນໄດ້ 130 ຄົນ, ຫ້ອງວາງສະແດງ ທີ່ທັນສະໄໝ ເນື້ອທີ່ 220 ກວ່າຕາລາງແມັດ ທີ່ສາມາດຈັດງານວາງສະແດງ ໄດ້ຫລາກຫລາຍຮູບແບບ, ມີຫ້ອງຮຽນ, ຫ້ອງສິລະປະ, ຫ້ອງຊ້ອມຟ້ອນ ທີ່ສາມາດຈັດຫ້ອງຮຽນ ແລະ ຫ້ອງຝຶກອົບຮົມໄດ້ຫລາຍຫ້ອງພ້ອມກັນ. ນອກນີ້, ຍັງມີຫ້ອງວັດທະນະທໍາ ທີ່ເຕັມໄປດ້ວຍສີສັນ ຂອງວັດທະນະທໍາຈີນ ທີ່ສາມາດຈັດກິດຈະກໍາແລກປ່ຽນ

ແລະ ວາງສະແດງສິລະປະທຸກຮູບແບບ ພ້ອມສິ່ງອໍານວຍຄວາມສະດວກທີ່ທັນສະໄໝ, ທັງນີ້ແນໃສ່ເພື່ອບັນລຸ ບົດບາດຂອງສູນວັດທະນະທໍາຈີນ ແລະ ຮັບປະກັນການພັດທະນາ ການຮ່ວມມືແລກປ່ຽນກັບທຸກຂະແໜງການ ຂອງຝ່າຍລາວໃຫ້ກວ້າງຂວາງ ແລະ ດີຂຶ້ນກວ່າເກົ່າ, ທັງເປັນການເປີດເສັ້ນທາງໃໝ່ ໃນການແລກປ່ຽນຮ່ວມມື ດ້ານວັດທະນະທໍາ ແລະ ທ່ອງທ່ຽວລາວ-ຈີນ. ໂອກາດນີ້, ທ່ານ ກິແກວ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບໃບຍ້ອງຍໍລັດຖະບານ ໃຫ້ ທ່ານ ນາງ ຕິ່ງຊິ່ງ ຫົວໜ້າສູນວັດທະນະທໍາຈີນ ປະ ຈຳລາວ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງຊັບພະຍາກອນມະນຸດ ແລະ ອຸປະກອນຕ່າງໆ ແກ່ ສປປ ລາວ ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນສາຍພົວພັນມິດຕະພາບລາວ-ຈີນ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້