ເປີດເລື່ອງລາວຊີວິດການເຄື່ອນໄຫວປະຕິວັດ ຂອງທ່ານສົມສະຫວາດ ເລັ່ງສະຫວັດ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເປີດເລື່ອງລາວຊີວິດການເຄື່ອນໄຫວປະຕິວັດ ຂອງທ່ານສົມສະຫວາດ ເລັ່ງສະຫວັດ

Published

on

 ໃນວັນທີ 5 ມັງກອນ 2021 ສໍານັກພິມໃບໂພ ແລະ ສະມາຄົມນັກປະພັນລາວ ໄດ້ຈັດຕັ້ງພິທີນຳສະເໜີປຶ້ມ “ລາຊີນີ ຄືນສຸດທ້າຍ”, ເຊິ່ງເປັນປຶ້ມເລື່ອງລາວຊີວິດການເຄື່ອນໄຫວປະຕິວັດ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ທີ່ຂຽນໂດຍ ທ່ານ ທອງໃບ ໂພທິສານ ນັກປະພັນ, ນັກກະວີ, ສິລະປິນດີເດັ່ນສາຂາວັນນະກຳ, ທັງເປັນນັກກະວີລາງວັນ ວັນນະກຳສ້າງສັນຍອດຢ້ຽມ ແຫ່ງອາຊີຕາເວັນອອກສ່ຽງໃຕ້. 

ປຶ້ມ “ລາຊີນີ ຄືນສຸດທ້າຍ” ເປັນປຶ້ມ ທີ່ບັນທຶກຫວນຄືນ ເລື່ອງລາວຄວາມຫລັງໃນອະດີດຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ສະໄໝໂຕນເຂົ້າປ່າ ໄປເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດຂອງແນວລາວຮັກຊາດ, ເຊິ່ງທ່ານ ທອງໃບ ໂພທິສານ ເປັນຜູ້ຮີມໂຮມ ແລະ ສ້າງສັນ ໃຫ້ເປັນຜົນ ງານດ້ານວັນນະກຳ ສຳລັບຜູ້ອ່ານ ໂດຍເນື້ອໃນສ່ອງແສງໃຫ້ເຫັນ ປະຫວັດສາດຂອງການປະຕິວັດ ຢູ່ໃນຂະບວນການຕໍ່ສູ້ລວມ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາທີ່ປີຊາສາມາດສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຈົນໄດ້ຮັບໄຊສະນະ ສາມາດປົດປ່ອຍປະເທດຊາດຢ່າງສົມ ບູນ,

ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຜ່ານຜ່າຊີວິດ, ຜ່ານວຽກງານ ແລະ ການເຄື່ອນ ໄຫວຕະຫລອດໄລຍະ 50 ກວ່າປີ, ນັບແຕ່ສະໄໝການປະຕິວັດຊາດປະຊາທິປະໄຕ ມາຈົນເຖິງໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງ   ໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ. 

ປຶ້ມ “ລາຊີນີ ຄືນສຸດທ້າຍ” ຈະຊ່ວຍໃຫ້ຄົນລຸ້ນໃໝ່, ໄວໜຸ່ມ, ນັກຮຽນ, ນັກສຶກສາໄດ້ຮຽນຮູ້, ໄດ້ສຶກສາ-ຄົ້ນຄວ້າ ປະຫວັດສາດຂອງຊາດ, ແບບຢ່າງຄຸນສົມບັດທີ່ດີ ແລະ ແບບແຜນວິທີເຮັດວຽກຂອງຜູ້ນຳການປະຕິວັດລຸ້ນກ່ອນ ຜູ້ຕໍ່ສູ້ເອົາຊະນະ ກັບສັດຕູຜູ້ຮຸກຮານ, ຍອມເສຍສະຫລະທຸກສິ່ງທຸກຢ່າງ ເພື່ອອຸທິດໃຫ້ແກ່ພາລະກິດປະຕິວັດ ປົດປ່ອຍຊາດ ແລະ ນຳພາປະຊາຊົນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງສຸດກົກສຸດປາຍ, ໂດຍສະເພາະ ໄດ້ຮຽນຮູ້ ແບບ ແຜນການດຳລົງຊີວິດ, ການເຮັດວຽກ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ນັບແຕ່ນ້ອຍ ຈົນເຖິງການເຂົ້າຮ່ວມຂະບວນການຕໍ່ສູ້ປົກປ່ອຍຊາດ ໃນເມື່ອກ່ອນ ທີ່ໄດ້ຂຽນລົງໃນປື້ມຫົວນີ້.  ທ່ານໃດມີຄວາມສົນໃຈ ຢາກອ່ານ, ຢາກສຶກສາຮຽນຮູ້ ກ່ຽວກັບການປະຕິວັດ ໃນເມື່ອກອນ ທີ່ຂຽນລົງໃນປຶ້ມຫົວດັ່ງກ່າວ, ສາມາດພົວພັນ ກັບທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ໂດຍກົງ. 

ຂ່າວ ພາບ: ຂັນໄຊ ຂປລ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້