ຂ່າວຕ່າງປະເທດ
ຊື້ປາມືກມາຕົ້ມກີນສຸດທ້າຍປາມືກເປື່ອຍເປັນນ້ຳຂຸ້ນສີຂາວໆ

ຍິງສາວຄົນໜຶ່ງໃນເມືອງເສິງຕູ ປະເທດຈີນ ຊື້ມຶກມາຈາກຕະຫຼາດ ແຕ່ເມື່ອນໍາໄປຕົ້ມກໍ່ພົບວ່າມຶກລະລາຍຫາຍໄປ ເຫຼືອພຽງເສດເລັກໆນ້ອຍໆເທົ່ານັ້ນທີ່ຍັງເຫຼືອຢູ່ພາຍໃນໝໍ້. ມີ ຍິງຄົນໜຶ່ງໃນເມືອງເສີງຕູ ມົນທົນເສສວນໄດ້ໄປຊື້ມຶກມາສອງໂຕຈາກຕະຫຼາດ ແຕ່ກ່ອນທີ່ຜູ້ກ່ຽວຈະນໍາໄປປຸງອາຫານລາວໄດ້ນໍາມຶກໄປລວກກ່ອນ ແຕ່ຫຼັງຈາກທີ່ໃສ່ມຶກລົງໄປໃນໝໍ້ຕົ້ມພຽງບຶດດຽວມຶກເຫຼົ່ານັ້ນກໍ່ຫາຍໄປເຫຼືອພຽງເສດຊາກ ແລະ ນໍ້າຂາວຂຸ່ນທີ່ຕົກຕະກອນເທົ່ານັ້ນ.

ເຊິ່ງຍິງສາວລາຍນີ້ ໄດ້ຖ່າຍຄລິບວີດີໂອໄວ້ ແລະ ເມື່ອຄລິບຖືກເຜີຍແຜ່ອອກໄປເຮັດໃຫ້ຊາວເນັດຈີນຕ່າງກໍ່ເວົ້າເຖິງມຶກທີ່ຫາຍໄປ ກັນຢ່າງດຸເດືອດເທິງໂຊຊຽວມີເດຍ ຊາວເນັກບາງສ່ວນກໍ່ຕັ້ງຄໍາຖາມວ່າສິ່ງທີ່ເກີດຂຶ້ນອາດເປັນເລື່ອງທີ່ຍິງສາວຜູ້ໂພສຄລິບສ້າງຂຶ້ນເພື່ອຮຽກຮ້ອງຄວາມສົນໃຈເທົ່ານັ້ນ. ທັ້ງນີ້ ໃນມື້ຕໍ່ມາຍິງສາວຄົນນີ້ຈຶ່ງກັບໄປທີ່ຕະຫຼາດເກົ່າຊື້ມຶກຈາກຮ້ານເກົ່າອີກຄັ້ງ

ແລະ ລວກພວກມັນດ້ວຍວິທີການດຽວກັນກັບທີ່ລາວເຮັດກ່ອນໜ້າທັ້ງຍັງມີການຈັບເວລາຕົ້ມ ເມື່ອຜ່ານໄປ 5 ນາທີ ພົບວ່າມຶກໃນໝໍ້ເຫຼົ່ານັ້ນກາຍເປັນສີບົວກ່ອນຈະລະລາຍຫາຍໄປ ແລະ ເຫຼືອພຽງຊີ້ນສ່ວນນ້ອຍໆເທົ່ານັ້ນ ແລະ ນໍ້າທີ່ໃຊ້ຕົ້ມກໍ່ກາຍເປັນສີຂາວ ເຊິ່ງເຫດການທັງໝົດຜູ້ກ່ຽວໄດ້ອັດຄລິບວີດີໂອເອົາໄວ້.

ຈາກເຫດການທີ່ເກີດຂຶ້ນຜູ້ຊ່ຽວຊານໄດ້ກ່າວວ່າ ສິ່ງທີ່ເກີດຂຶ້ນນັ້ນເປັນຍ້ອນມຶກບໍ່ສົດ ແລະ ຄວາມເປັນໄປໄດ້ຫຼາຍກວ່າເຊວໃນມຶກນັ້ນຖືກທໍາລາຍຫຼັງທີ່ມຶກເຫຼົ່ານັ້ນຖືກແຊ່ແຂງ ແລະ ລະລາຍຊໍ້າໄປຊໍ້າມາຫຼາຍເທື່ອຈົນເຮັດໃຫ້ຄວາມສົດຂອງວັດຖຸດິບຫຼຸດລົງ ເຊິ່ງໃນທາງຊີວະວິທະຍາຈະເຮັດໃຫ້ຂອງແຫຼວພາຍໃນເຊວໄຫຼອອກມາ

ເມື່ອປະກອບກັບການປຸງອາຫານເປັນເວລາດົນ ຈຶ່ງເຮັດໃຫ້ມຶກເຫຼົ່ານັ້ນເປື່ອຍຈົນຄືກັບວ່າພວກມັນລະລາຍຫາຍໄປ. ທັ້ງນີ້ ການນໍາອາຫານໄປແຊ່ແຂງນັ້ນ ຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ເຊວ ຫຼື ໂຄງສ້າງຂອງອາຫານໄດ້ ເຮັດໃຫ້ອາຫານເສື່ອມສະພາບ ເຊິ່ງປາກົດການນີ້ຍັງສາມາດເກີດຂຶ້ນໄດ້ໃນຜະລິດຕະພັນຈາກສັດນໍ້າຊະນິດອື່ນໄດ້ເຊັ່ນ ປີງທະເລ ສ່ວນຄວາມເປັນໄປໄດ້ວ່າ

ມຶກທີ່ນໍາມາຕົ້ມອາດຈະເປັນມຶກປອມຄືກັບກໍລະນີວັດຖຸດິບປອມທີ່ພົບເຫັນຕະຫຼອດໃນຈີນນັ້ນ. ເຖິງແມ່ນວ່າຈະມີຄວາມເປັນໄປໄດ້ຢູ່ ແຕ່ຜູ້ຊ່ຽວຊານໄດ້ກ່າວວ່າ ການເຮັດມຶກປອມນັ້ນ ມີຕົ້ນທຶນສູງ ແລະ ຍາກທີ່ຈະລອກແບບໄດ້ໃນທາງເຕັກນິກ ທັ້ງນີ້ເມື່ອເກີດເຫດການດັ່ງກ່າວຂຶ້ນ ໜ່ວຍງານທີ່ກໍາກັບດູແລຕະຫຼາດເຂດເຫວີນຈຽງລະບຸວ່າ ເຫດການດັ່ງກ່າວນັ້ນເກີດຂຶ້ນແທ້ ແລະ ຢູ່ໃນລະຫວ່າງສຸ່ມກວດຮ້ານຂາຍອາຫານທະເລ.
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ