ແຈ້ງຂ່າວຖ້ຽວບິນພິເສດຂົນສົ່ງ(ຢາວັກແຊັງ ຈຳນວນ 300,000ໂດສ)ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ.

ເຮືອບິນ Boeing 757-200PCF ຖ້ຽວບິນ YG2860 ຈາກນະຄອນຫຼວງປັກກິງ ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ເວລາ 00:48ນາທີ ຂອງວັນທີ 08/02/2021

ຢາວັກແຊັງ ຈຳນວນ 300,000ໂດສ ທີ່ຊ່ວຍເຫລືອລ້າໂດຍ ລັດຖະບານ ແຫ່ງ ສປ ຈີນ ເສັ້ນບິນ ຈາກ ປັກກິ່ງ, ສປ ຈີນ ສູ່ ວຽງຈັນ, ສປປ ລາວ ຈຳນວນ 01 ຖ້ຽວບິນ, ປະຕິບັດການບິນໂດຍສາຍການບິນ YTO Cargo Airlines ຈາກ ສປ ຈີນ ວັນທີ 07 ກຸມພາ 2021 ຮອດວຽງຈັນ 00:45ນາທີ ຂອງ ວັນທີ 08 ກຸມພາ 2021.

ຕາມການຊີ້ນໍາຂອງ ດຣ ຈັນດາວອນ. ພາຍໃຕ້ການປະສານການງານກັບສະຖານທູດຈີນ ແລະການຕົກລົງເຫັນດີຂອງລັດຖະມົນຕີກະຊວງສາທາລະນະສຸກ ຂໍແຈ້ງມາຍັງຄະນະນໍາ ແລະ ບັນດາທ່ານຊາບວ່າ:

  1. ) ພິທີມອບຮັບຢ່າງ (ບໍ່ເປັນທາງການ) ຈະຈັດຂື້ນໃນເວລາ 00:48 ໂມງ ຂອງວັນທີ8/2/2021 ທີ່ ຕຶກVVIP ສະຫນາມບິນສາກົນວັດໄຕ ທ່ານ ຈຽງຈ້າຍຕົງ ທ່ານທູດຈີນ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ຈະນໍາພາຄະນະຜູ້ແທນຝ່າຍລາວ.
  2. ພິທີ ມອບຮັບ ວັກຊີນຢ່າງເປັນທາງການແມ່ນຈະຈັດຂື້ນໃນເວລາ 10:00 ໂມງ ຕອນເຊົ້າຂອງວັນທີ 08/02/2021 ທີ່ສູນວິເຄາະ ແລະ ລະບາດວິທະຍາ.

ຂໍອະນຸຍາດແຈ້ງ ແລະ ຮຽນມາດ້ວຍຄວາມນັບຖື

ລາຍງານໂດຍ : #aeroLaos #ເພຈຂ່າວການບິນ ແລະ ຂໍຂອບໃຈ ກົມການບິນແຫ່ງສປປລາວ