ອຸບັດຕິເຫດ ລົດໃຫຍ່ຕຳລົດຈັກມີຜູ້ເຖົ້້າແລ້ວລົບໜີ​ ມີຜູ້ບາດເຈັບ​ 02ຄົນ – ສື່ລາວ.ຄອມ
Connect with us

ຂ່າວອຸປະຕິເຫດ

ອຸບັດຕິເຫດ ລົດໃຫຍ່ຕຳລົດຈັກມີຜູ້ເຖົ້້າແລ້ວລົບໜີ​ ມີຜູ້ບາດເຈັບ​ 02ຄົນ

Published

on

ໃນວັນທີ່​ 05.02.2021 ເວລາ​ ​07:48ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າ​ມີ ອຸບັດຕິເຫດ​ ຕຳແລ້ວຫນີ​ ຢູ່ເສັ້ນທາງບ້ານ​ ຫຼັກສິບ ນະຄອນ​ຫລວງ​ພະບາງ

.

ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບ​ເພດຊາຍ​01​,ຍິງ01ຄົນອາການ​ບາດ​ເຈັບ​ເບື້ອງຕົ້ນ:

.

ຜູ້ທີ01ເພດຊາຍ ມີບາດແຜຈີກ​ຢູ່ຄີ້ວເບື້ອງຊ້າຍ,ເຈັບບ່າໄຫລ່ ແລະ ມີບາດແຜເລີ້ນຢູ່ຂາເບື້ອງຊ້າຍ.

ຜູ້ທີ02 ເພດຍິງ ເຈັບຫົວ,ເຈັບແຂນເບື້ອງຂວາ ແລະ ນີ້ວໂປ້ຕີນຈີກເບື້ອງຊ້າຍ.

.

.

ດັ່ງນັ້ນ​ຫນ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ລາວ​ຫຼວງ​ພະ​ບາງ ໄດ້ທຳການປະຖົມພະຍາບານເບື້ອງຕົ້ນນຳສົ່ງໂຮງຫ​ມໍ​ແຂວງຫລວງພະບາງ.

Continue Reading

ຂ່າວອຸປະຕິເຫດ

ສຸດເສົ້າ! ລົດພ່ວງເສຍຫຼັກ ຕົກເຫວລຶກ ບໍ່ຊາບຊະຕາກຳຄົນຂັບ

Published

on

By

ເກີດເຫດລົດພ່ວງຕົກເຫວ ຢູ່ໂຄ້ງປາບຊຽນ “ຊຽງມີ ”

ແຂວງໄຊສົມບູນ ໃນວັນທີ 18 ມັງກອນ 2023 ທີ່ຜ່ານມາ

ເຊິ່ງຍັງບໍ່ມີລາຍງານຜູ້ບາດເຈັບເທື່ອ ແຕ່ຈັ່ງໃດກໍຄ່ອຍໄປຄ່ອຍມາແດ່ພີ່ນ້ອງ

…..

Continue Reading

ຂ່າວອຸປະຕິເຫດ

ຈິດໃຈ! ເຮັດດ້ວຍຫຍັງ ຖິ້ມເດັກນ້ອຍແລກເກີດ ໄວ້ແຄມທາງ

Published

on

By

ໃນວັນທີ 18/01/2023 ເວລາ21:00PM ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 081 1625 ວ່າມີທາລົກຖືກຖີ້ມ(ເດັກນ້ອຍແລກເກີດ)ທີ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມໄຊ.

ເມື່ອໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊໄປເຖິງສະຖານທີ່ເກີດເຫດ ພົບເຫັນທາລົກ 01 ຄົນ ເປັນເພດຊາຍ ແຂງແຮງດີ. (ບໍ່ມີເອກະສານຂໍ້ມູນບົ່ງບອກຕົວຕົນ).

…….

ຕອນນີ້ໄດ້ມີຜູ້ອຸປະຖຳຮັບເດັກນ້ອຍໄປລ້ຽງແລ້ວ

ດັ່ງນັ້ນ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈຶ່ງໄດ້ນຳສົ່ງໂຮງຫມໍແຂວງອຸດົມໄຊ

ພົບເຫັນອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນ

081 1625

081 312391

ບໍລິການຕະຫຼອດ 24ຊົ່ວໂມງ

ທ່ານໃດຢາກຊ່ວຍເຫຼືອໜ່ວຍກູ້ໄພສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ນ້ຳດື່ມ, ເຂົ້າສານ, ອາຫານການກີນ, ນ້ຳມັນລົດ, ອຸປະກອນການແພດ.

ຜ່ານບັນຊີຂອງໜ່ວຍກູ້ໄພສຸກເສີນ ອົງການກາແດງແຂວງອຸດົມໄຊໄດ້ ຫຼື ທີ່ສູນກູ້ໄພ ບ້ານ… ເມືອງໄຊ ເມືອງອຸດົມໄຊ.

Continue Reading

ຂ່າວອຸປະຕິເຫດ

ການບິນລາວ ຖະແຫຼງການເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ ກໍລະນີ ເຮືອບິນ Lao airline ຕຳກັບ Air premia

Published

on

– ໃນວັນທີ 19 ທັນວາ 2022, ຕາມທີ່ສື່ສັງຄົມອອນລາຍໄດ້ລາຍງານວ່າໄດ້ເກີດເຫດເຮືອບິນຕໍາກັນ ລະຫວ່າງສາຍການບິນລາວ(Lao Airlines) ກັບ Air Premia ຢູ່ສະໜາມບິນອິນຊອນ, ສ.ເກົາຫຼີ.

– ຕໍ່ກັບການລາຍງານຂ່າວດັ່ງກ່າວ, ລັດວິສາຫະກິດການບິນລາວຂໍຖືເປັນກຽດແຈ້ງໃຫ້ບັນດາທ່ານຊາບວ່າ: ຄວາມຈິງຂອງເຫດການດັ່ງກ່າວແມ່ນເຮືອບິນຂອງການບິນລາວຖ້ຽວບິນ QV924 ເຊິ່ງຈະເດີນທາງຈາກສະໜາມບິນສາກົນອິນຊອນມາຍັງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ໄດ້ຖືກເກາະເອົາຫາງເສືອ (Vertical Stabilizer) ຈາກເຮືອບິນລໍາອື່ນ(Air Premia) ໃນຂະນະທີ່ພະນັກງານພາກພື້ນດິນຂອງສະໜາມບິນອິນຊອນ ກໍາລັງລາກແກ່ (Pushback) ເຮືອບິນຂອງ Air Premia ຢູ່ເສັ້ນທາງເຄື່ອນຍ້າຍ, ໃນລະຫວ່າງນັ້ນເຮືອບິນຂອງ ການບິນລາວກໍາລັງລໍຖ້າຂັບເຄື່ອນໄປຫາທາງແລ່ນຂຶ້ນ 34R (Runway34R) ຕາມການບັນຊາຂອງຫໍບັງຄັບການບິນ.ເຊິ່ງເຫດການນີ້ບໍ່ໄດ້ມີການບາດເຈັບຂອງຜູ້ໂດຍສານ ຫຼື ພະນັກງານແຕ່ຢ່າງໃດ ນອກຈາກຄວາມເສຍຫາຍຂອງເຮືອບິນ.

ຕໍ່ເຫດການດັ່ງກ່າວ, ລັດວິສາຫະກິດການບິນລາວ ໄດ້ດໍາເນີນການດັ່ງນີ້:
1. ລັດວິສາຫະກິດການບິນລາວ ໄດ້ຮັບຜິດຊອບຕໍ່ຜູ້ໂດຍສານ ໂດຍໄດ້ຈັດຫາສະຖານທີ່ພັກ (ໂຮງແຮມ), ອາຫານ ແລະ ຈັດເຮືອບິນຖ້ຽວພິເສດ ໃນເວລາ 16:00 ຂອງວັນທີ 19 ທັນວາ 2022 ເພື່ອບິນໄປຮັບເອົາຜູ້ໂດຍສານມານະຄອນຫຼວງວຽງຈັນ;
2. ລັດວິສາຫະກິດການບິນລາວ ໄດ້ແຕ່ງຕັ້ງຄະນະສະເພາະກິດຂຶ້ນ ເພື່ອຮັບຜິດຊອບທາງດ້ານເຕັກນິກ ແລະ ປະກັນໄພ ໂດຍປະຕິບັດຕາມລະບຽບຕາມຂໍ້ກໍານົດຂອງ ກົມການບິນພົນລະເຮືອນ ແຫ່ງ ສປປ ລາວ ແລະ ຂໍ້ກໍານົດຂອງອົງການໆບິນພົນລະເຮືອນລະຫວ່າງປະເທດ (ICAO).
3. ພ້ອມດຽວກັນນີ້, ລັດວິສາຫະກິດການບິນລາວ ໄດ້ປະສານງານກັບ ບໍລິສັດປະກັນໄພ ເພື່ອໃຫ້ຮັບຜິດຊອບຕາມພັນທະສັນຍາຂອງເຂົາເຈົ້າ.

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້