ໜຸ່ມຄົນນີ້ຍີ້ມໄດ້ອີກຄັ້ງ ຫຼັງປູກຖ່າຍໃບໜ້າ ແລະ ມື ຜ່າຕັດ 23 ຊົ່ວໂມງສຳເລັດຄົນທຳທິດຂອງໂລກ

ເມື່ອວັນພຸດທີ່ 3 ເດືອນ ກຸມພາ ປີ 2021 ທີ່ຜ່ານມາ ສູນການແພດ NYU Langone ໄດ້ອອກມາປະກາດວ່າ ຫຼັງຈາກເຮັດການຜ່າຕັດດົນກວ່າ 23 ຊົ່ວໂມງທີ່ແສນທໍລະຫົດໃຫ້ກັບ ໂຈ ດິເມໂອໂນ ອາຍຸ 22 ປີກໍ່ໄດ້ເຮັດໃຫ້ລາວກັບມາມີຊິວິດໃໝ່ອີກຄັ້ງໃນຖານະຜູ້ຮັບການປູກຖ່າຍໃບໜ້າ ແລະ ມື ທີ່ປະສົບຜົນສຳເລັດເປັນຄົນທຳອິດຂອງໂລກ

ເມື່ອ 2 ປີແລ້ວ ໂຈ ດິເມໂອ ຕອນນັ້ນອາຍຸໄດ້ 20 ປີໄດ້ປະສົບອຸບັດຕິເຫດທາງລົດເຮັດໃຫ້ລົດພິກຂວໍ່າ ແລະ ເກີດໄຟໃໝ້ແຕ່ໂຊກດີມີຄົນມາຊ່ວຍລາວໄວ້ທັນ ແຕ່ລາວກໍ່ໄດ້ຮັບບາດເຈັບສາຫັດ ມີແຜໄຟໃໝ້ລະດັບ 3 ເກືອບ 80% ຂອງຮ່າງກາຍ ເຖີງຈະລອດຊີວິດມາໄດ້ແຕ່ກໍ່ຕ້ອງໃຊ້ຊີວິດແບບບໍ່ມີເປືອກຕາ, ຫູ ແລະ ນີ້ວມື ພ້ອມຍັງມີບາດແຜທີ່ຮຸນແຮງທີ່ໃບໜ້າ ແລະ ລຳຄໍ ເຮັດໃຫ້ການໃຊ້ຊີວິດປະຈຳວັນລຳບາກຫຼາຍ

ເຊີ່ງການຜ່າຕັດຄັ້ງນີ້ມີບຸກຄະລາກອນທາງການແພດເຖີງ 80 ຄົນ, ແບ່ງເປັນ 6 ທີມ ແລະ ໃຊ້ຫ້ອງຜ່າຕັດ 2 ຫ້ອງທີ່ຢູ່ຕິດກັນ

.

.

.