ລ້ຽງປາເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 355 ລ້ານກີບຕໍ່ປີ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ລ້ຽງປາເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 355 ລ້ານກີບຕໍ່ປີ

Published

on

ການປູກຝັງ-ລ້ຽງສັດ ກໍແມ່ນອາຊີບໜຶ່ງ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວເຮົາ ທັງ ເປັນການສົ່ງເສີມໃຫ້ຊາວກະສິກອນມີອາຊີບທີ່ໝັ້ນຄົງ ແລະ ມີລາຍຮັບເຂົ້າສູ່ຄອບຄົວ, ສ້າງເສດຖະກິດຄອບ ຄົວໃຫ້ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງກ້າວໄປສູ່ຄອບຄົວພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳອ່ອນ ຄູນສົມເຮືອງ ອາຍຸ 51 ປີ ປັດຈຸບັນຢູ່ບ້ານຟູຟ້າ, ເມືອງ ແລະ ແຂວງຜົ້ງ ສາລີ ກໍແມ່ນຄອບຄົວໜຶ່ງທີ່ຖືເອົາການປູກຝັງ-ລ້ຽງສັດເປັນອາຊີບເສີມ ເປັນຕົ້ນແມ່ນປູກຢາງພາລາ, ລ້ຽງປາ, ປູກຕົ້ນໄມ້ກິນໝາກ, ລ້ຽງສັດປີກ ຊຶ່ງສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 355 ລ້ານກີບຕໍ່ປີ.

ຄອບຄົວຂອງທ່ານ ຄຳອ່ອນ ຄູນສົມເຮືອງ ມີສະມາຊິກທັງໝົດ 5 ຄົນ, ລູກ 3 ຄົນ; ມີແຮງງານ ຕົ້ນຕໍ 2 ຄົນ. ດັ່ງນັ້ນ ຈຶ່ງໄດ້ຈ້າງຜູ້ເບິ່ງແຍງຮັກສາໜອງປາມີ 4 ຄົນ. ໃນເບື້ອງຕົ້ນຄອບຄົວຂອງ ທ່ານ ຄຳອ່ອນ ຄູນສົມເຮືອງ ແມ່ນໄດ້ປະກອບອາຊີບດຳເນີນກິດຈະການ ບໍລິສັດ ພູເຮືອງກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຊຶ່ງເຫັນວ່າພົບຄວາມຫຍຸ້ງຍາກຫຼາຍ ໃນການດໍາເນີນທຸລະກິດດັ່ງກ່າວ. ປີ 2006 ທ່ານ ຄຳອ່ອນ ຄູນສົມເຮືອງ ຈຶ່ງໄດ້ຕັດສິນໃຈຊື້ດິນສວນນຳປະຊາຊົນ ເພື່ອປູກຢາງພາລາຢູ່ເຂດບ້ານຊີງໄຊ ເມືອງ ບຸນໃຕ້ ແຂວງຜົ້ງສາລີ ໃນເນື້ອທີ່ 44 ເຮັກຕາ, ປູກຕົ້ນຢາງພາລາໃນເບື້ອງຕົ້ນ 10 ພັນຕົ້ນ, ລົງທຶນປະມານ 6 ຕື້ກວ່າກີບ, ລວມລາຍຮັບໝົດປີໄດ້ 150 ລ້ານກີບ. ໃນນີ້ຫັກຕົ້ນທຶນ ແລະ ຄ່າໃຊ້ຈ່າຍຕ່າງໆອອກຍັງ ເຫຼືອເງິນ 60-70 ລ້ານກີບຕໍ່ປີ.

ມາຮອດປີ 2014 ຍ້ອນພັກ – ລັດຖະບານ ໄດ້ມີນະໂຍບາຍໃນການຈັດສັນ ອາຊີບທີ່ໝັ້ນຄົງໃຫ້ປະຊາຊົນ ແລະ ອີງໃສ່ພື້ນທີ່ຕົວຈິງ ຈຶ່ງນຳພາຄອບຄົວຫັນມາລົງທຶນໃສ່ການລ້ຽງປານິນ ດ້ວຍທຶນຂອງຕົນເອງ ແລະ ທຶນສະໜັບສະໜູນຈາກທະນາຄານນະໂຍບາຍ, ການລົງທຶນໃນເບື້ອງຕົ້ນແມ່ນ 800 ລ້ານກີບ. ໃນນີ້ໄດ້ຂຸດໜອງປາທັງໝົດ 6 ໜອງ ແລະ ປີ 2017 ໄດ້ຂະຫຍາຍຕື່ມອີກ 4 ໜອງ ລວມທັງໝົດໃນປັດຈຸບັນມີ 10 ໜອງ, ຄິດສະເລ່ຍລົງທຶນໜອງລະ 80 ລ້ານກີບໃນເນື້ອທີ່ທັງໝົດ 1,9 ເຮັກຕາ, ລົງທຶນຊື້ແນວພັນປາມາປ່ອຍ, ຊື້ຫົວອາຫານປາ, ຈ່າຍເງິນເດືອນໃຫ້ຄົນງານປະຈຳ ສວນເພື່ອບົວ ລະບັດຮັກສາ ລວມມູນຄ່າ 500 ລ້ານກີບ. ໃນປີໜຶ່ງສາມາດປ່ອຍປາລົງລ້ຽງປະມານ 1 ແສນກວ່າໂຕ. ໃນນັ້ນມີປາກິນຫຍ້າ, ປາໄນ, ປານິນ. ການລ້ຽງແມ່ນເກືອດ້ວຍຫົວອາຫານ, ຫຍ້າແຝດ, ສາລີ, ຮໍາ. ໃຊ້ເວ ລາລ້ຽງປະມານ 8-10 ເດືອນຈຶ່ງສາມາດນຳປາອອກຂາຍສູ່ຕະຫຼາດໄດ້ ຊຶ່ງປີໜຶ່ງສາມາດນຳປາຂາຍອອກໄດ້ 1 ຄັ້ງ ປະມານ 45-50 ໂຕນ. ແມ່ຄ້າມາຊື້ກັບທີ່ລາຄາກິໂລລະ 18.000 ກີບ, ສົ່ງອອກຕະຫຼາດເມືອງ ບຸນເໜືອ ແລະ ບຸນໃຕ້ ກິໂລລະ 20.000 ກີບ, ສົ່ງເຂົ້າຕະຫຼາດເມືອງຜົ້ງສາລີ ກິໂລລະ 22.000 ກີບ, ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍ 750 ລ້ານກີບຕໍ່ປີ. ໃນນີ້ ຫັກຕົ້ນທຶນ ແລະ ລາຍຈ່າຍຕ່າງໆ ອອກແລ້ວ ຍັງເຫຼືອ 250 ລ້ານກີບຕໍ່ປີ, ສະເລ່ຍລາຍຮັບຕໍ່ຄົນໃນຄອບຄົວ 50 ລ້ານກີບຕໍ່ຄົນຕໍ່ປີ.

ນອກຈາກການລ້ຽງປາແລ້ວ, ຍັງໄດ້ປູກຕົ້ນໄມ້ກິນໝາກ ສະເລ່ຍລາຍຮັບໃນໜຶ່ງປີໄດ້ 3-5 ລ້ານກີບ, ສັດປີກປະມານ 50 ກິໂລຕໍ່ປີ ສະເລ່ຍລາຍຮັບໃນໜຶ່ງປີໄດ້ 30 ລ້ານກີບ ແລະ ຍັງປູກໝາກແໜ່ງໃນເນື້ອທີ່ 2 ເຮັກຕາຕື່ມອີກ. ໝາກຜົນດັ່ງກ່າວ ແມ່ນຍ້ອນຄວາມດຸໝັ່ນຂະຫຍັນພຽນຂອງສະມາຊິກໃນຄອບຄົວ ບວກກັບຄວາມມັກຮັກໃນການອອກແຮງງານ ແລະ ພັກ-ລັດ ໄດ້ມີແນວທາງທີ່ຖືກຕ້ອງ ເພື່ອສົ່ງເສີມໃຫ້ປະ ຊາຊົນຜະລິດໃຫ້ຫຼາຍກາຍເປັນສິນຄ້າ, ຍ້ອນຄວາມເອົາໃຈໃສ່ໃກ້ຊິດຕິດແທດຂອງອົງການປົກຄອງເມືອງ, ຫ້ອງການກະສິກໍາເມືອງ ບວກກັບຄວາມເປັນເອກະພາບຂອງສະມາຊິກໃນຄອບຄົວ ຈຶ່ງເຮັດໃຫ້ຄອບຄົວຫຼຸດພົ້ນ ອອກຈາກຄວາມທຸກຍາກ ແລະ ກາຍເປັນຄອບຄົວຮັ່ງມີເຂັ້ມແຂງ. ນັບແຕ່ມື້ເລີ່ມຕົ້ນປູກຝັງ-ລ້ຽງສັດເປັນຕົ້ນມາ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ, ມີເຮືອນຖາວອນ, ມີພາຫະນະຮັບໃຊ້ພຽງພໍ, ສາມາດສົ່ງລູກໄປຮຽນວິຊາ ຊີບຢູ່ພາຍໃນ ແລະ ຕ່າງປະເທດ ແລະ ຍັງໄດ້ມີທຶນຮອນສະສົມແຮໄວ້ໃຊ້ໃນຄອບຄົວຕື່ມອີກ.

ເຖິງຢ່າງໃດກໍຕາມ, ສຳລັບໃນຕໍ່ໜ້ານີ້ ກໍຍັງມີສິ່ງທ້າທາຍຫຼາຍດ້ານເປັນຕົ້ນ ແມ່ນການຈຳໜ່າຍປາ ອອກສູ່ຕະຫຼາດແມ່ນມີທ່າອ່ຽງຫຼຸດລົງ, ຍ້ອນການລະບາດຂອງພະຍາດ ໂຄວິດ-19, ເຮັດໃຫ້ບໍ່ມີເທດສະການ ໃຫຍ່, ຄວາມຕ້ອງການສະໜອງປາຫຼຸດລົງ ເຮັດໃຫ້ການລ້ຽງປາແກ່ຍາວເວລາ ແລະ ມີຕົ້ນທຶນສູງຂຶ້ນຈາກການ ຊື້ຫົວອາຫານ ແລະ ອື່ນໆ. ຈາກການຂາຍປາໃນເມື່ອກ່ອນ ມື້ໜຶ່ງປະມານ 500-600 ໂຕນ. ປັດຈຸບັນ ຂາຍ ອອກພຽງ 200-300 ໂຕນ ບວກກັບດິນຟ້າອາກາດແຫ້ງແລ້ງຕື່ມອີກ ເຮັດໃຫ້ປາຕາຍ ລາຍຮັບເຂົ້າຄອບຄົວ ກໍ່ຫຼຸດລົງ.

ທ່ານ ຄຳອ່ອນ ຄູນສົມເຮືອງ ໃຫ້ຮູ້ວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ ແມ່ນຈະຢຶດໝັ້ນອາຊີບ ນີ້ໃຫ້ມີຄວາມໝັ້ນຄົງ ແລະ ມີຄວາມຍືນຍົງ, ຈະສືບຕໍ່ລ້ຽງປາເປັນອາຊີບຕົ້ນຕໍ ເພາະມັນເປັນອາຊີບທີ່ເໝາະ ສົມກວ່າອາຊີບອື່ນທັງໃຊ້ເວລາໜ້ອຍ, ເວລາທີ່ເຫຼືອໃນແຕ່ລະມື້ກໍໄປເຮັດວຽກອື່ນ. ພ້ອມດຽວກັນນີ້, ຈະນຳເອົາ ວິທະຍາສາດເຕັກນິກເຂົ້າມານໍາໃຊ້ໃນການຜະລິດສູງຂຶ້ນກວ່າເກົ່າ, ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບ ຄົວ ໄດ້ຮັບການຍົກລະດັບສູງຂຶ້ນໄປອີກ. ທ່ານ ຄຳອ່ອນ ຄູນສົມເຮືອງ ຍັງກ່າວຕື່ມວ່າ: ຕົນເອງພ້ອມທີ່ຈະຖ່າຍ ທອດບົດຮຽນໃຫ້ແກ່ຄອບຄົວອື່ນໆທີ່ມີຄວາມສົນໃຈຢາກລ້ຽງປາ ເພື່ອເຮັດແນວໃດໃຫ້ການຜະລິດສິນຄ້າຂອງ ປະຊາຊົນ ນັບມື້ນັບຫຼາຍຂຶ້ນໄປເລື້ອຍໆ. ນອກຈາກນີ້, ຄອບຄົວ ຂອງ ທ່ານ ຄໍາອ່ອນ ຄູນສົມເຮືອງ ຍັງໄດ້ ເປີດຮ້ານບໍລິການຕົ້ມປາຂາຍຢູ່ເຮືອນເພື່ອສ້າງລາຍຮັບເຂົ້າຄອບຄົວຕື່ມອີກ.

ໂດຍ: ບຸນສຸລີ ໂລມາ (ນສພ ປະຊາຊົນ)

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້