ຂໍຄວາມຊ່ວຍເຫຼືອ! ປະກາດຊອກຫາ ອ້າຍ ຈາກກັນແຕ່ ປີ 1997 ໄປອາໄສ ຢູ່ ແຂວງ ຈຳປາສັກ ບໍ່ຮູ້ຂ່າວຮອດມື້ນີ້

ສະບາຍດີທຸກຄົນ ຂໍຄວາມຊ່ວຍເຫລືອແດ່ ຜູ້ນີ້ ​ທ້າວ ພົນ (ຊຽງໂງນ) ແມ່ນລຸງຂອງຂ້ອຍ ເປັນອ້າຍຂອງແມ່ຂ້ອຍ ຊຶ່ງວ່າລາວໄດ້ອອກເດີນທາງຈາກບ້ານ ໂພນໄຊ ເມືອງ ຫົງສາ ແຂວງໄຊຍະບູລີໃນປີ 1997 ເພື່ອໄປອາໄສ ຢູ່ ບ້ານ ດອນໄຊ ເມືອງໂພນທອງ ແຂວງ ຈຳປາສັກ

ຈົນເຖິງປະຈຸບັນນີ້ຍັງບໍ່ໄດ້ຂ່າວຄາວເລີຍ ທາງນ້ອງສາວຂອງລາວ (ແມ່ຂອງຂ້ອຍ) ຊື່ ນາງສ້ອຍ ບ້ານໂພນໄຊ ເມືອງຫົງສາ ແຂວງໄຊຍະບູລີ ເປັນຫ່ວງຫລາຍ ຢາກຮູ້ຂ່າວຄາວວ່າລາວຍັງຢູ່ສຸກສະບາຍບໍ ຫລື ເສຍຊິວິດໄປແລ້ວ ເພາະຕັ້ງແຕ່ປີ1997 ທີ່ລາວອອກຈາກບ້ານໄປ ເຊິ່ງໄດ້ 23ປີແລ້ວ ທີ່ຂາດການຕິດຕໍ່ມາ ຜູ້ກ່ຽວແມ່ນຊື່ ທ້າວ ພົນ (ຊຽງໂງນ)

ຖ້າຄາດຄະເນປະຈຸບັນອາຍຸ ປະມານ 60 ປາຍປີ ອາຍຸປະມານ ຂໍ້ຄວາມຊ່ວຍເຫຼືອເພື່ອນມິດສະຫາຍ ຫມູ່ເພື່ອນທຸກຄົນທີ່ຢູ່ໃກ້ໄກລ

ກົດໄລ້ກົດເເຊຣ໌ ໃຫ້ແດ່ເພື່ອໃຫ້ລູກຫລານ ຍາດຕິພີ່ນ້ອງເຫັນ🙏🙏🙏 (ຂໍຂອບໃຈ)ໃຜຮູ້ຫລືເຈີ ຕິດຕໍ່ຫາທາງເຮົາແດ່ເດີ ທີ່ເບີ 020 99521099 ຫລື 020 56588958 ແລະ 020 54313592