ຈີນລ້ຳໜ້າ! ບັນຈຸວິຊາໄລສົດຂາຍເຄື່ອງອອນລາຍ ເຂົ້າໃນຫຼັກສູດໂຮງຮຽນ – ສື່ລາວ.ຄອມ
Connect with us

ທົ່ວໄປ

ຈີນລ້ຳໜ້າ! ບັນຈຸວິຊາໄລສົດຂາຍເຄື່ອງອອນລາຍ ເຂົ້າໃນຫຼັກສູດໂຮງຮຽນ

Published

on

ໂຮງຮຽນອາຊີວະ ໃນເມືອງເຖິງຊົງ ມົນທົນຢູນານ ລ້ຳໜ້າ ບັນຈຸວິຊາ Live stream ຂາຍເຄື່ອງອອນລາຍ ຍ້ອນເລັງເຫັນຄວາມສຳຄັນຂອງການໄລສົດ ເນື່ອງຈາກວ່າ Live stream ຫຼື ໄລສົດໃນປະເທດຈີນນັ້ນ ຖືວ່າເປັນອີກໜຶ່ງໃນການຫາເງິນເລີຍກໍວ່າໄດ້.

ແຕ່ວ່າການໄລສົດ, ການຫາເງິນ ບໍ່ແມ່ນວ່າໃຜໆເຮັດໄດ້ງ່າຍ ຖ້າເວົ້າບໍ່ເກັ່ງ, ບໍ່ມີລູກຫຼິ້ນ ອາດຈະເຮັດໃຫ້ຄົນບໍ່ສົນໃຈ ແລ້ວຍອດຂາຍກໍບໍ່ປັງ!!!

ເຮັດໃຫ້ທາງການຈິນ ຕ້ອງໄດ້ເປີດວິຊາ Live stream ໄວ້ໃນບົດຮຽນ ເພື່ອຊ່ວຍໃຫ້ນັກຮຽນມີທາງເລືອກໃນການສ້າງລາຍໄດ້ຫຼາຍຂຶ້ນ ໂດຍທາງໂຮງຮຽນອາຊີວະໃນເມືອງເຖິງຊົງ ມົນທົນຢູນານ ໄດ້ກໍ່ຕັ້ງທຸລະກິດເຄື່ອງປະດັບລາຍໃຫຍ່ ເພື່ອຝືກຄວາມສາມາດໃນການໄລສົດ ແລະບໍ່ໄດ້ຈັດພຽງແຕ່ຫຼັກສູດວິຊາຊີບຂັ້ນພື້ນຖານເທົ່ານັ້ນ.

ແຕ່ຍັງຮ່ວມມືກັບບໍລິສັດເຄື່ອງປະດັບຢົກທີ່ມີຊື່ສຽງນຳອີກດ້ວຍ.

ທາງໂຮງຮຽນໄດ້ຈັດຫ້ອງໄລສົດທັງໝົດ 12 ຫ້ອງ ສຳລັບຝຶກສອນອອນລາຍ ແລະມີພຽງຫ້ອງດຽວ ສາມາດມີຍອດຂາຍສະເລ່ຍຕໍ່ເດືອນໄດ້ຫຼາຍກວ່າ 600,000 ຢວນ.

ເມື່ອນັກຮຽນທີ່ຜ່ານການຝຶກອົບຮົມເຫຼົ່ານີ້ແລ້ວ, ຈະໄດ້ອອກໄປປະເຊີນໂລກແຫ່ງການໄລສົດຕົວຈິງ ຈະເຮັດໃຫ້ປະເທດຈີນເກີດການຄັດສັນນັກໄລສົດໄປໂດຍປະລິຍາຍ ແລະເຮັດໃຫ້ຕ້ອງປັບປຸງຄອນເທັ້ນໃນການໄລ້ສົດໃຫ້ດີ ແລະໜ້າສົນໃຈຫຼາຍຂຶ້ນ!

ເພື່ອເຂົ້າສູ່ການແຂ່ງຂັນທັງນັກໄລ້ສົດໃນການຄ້າ ແລະແຂ່ງກັບນັກຮຽນທີ່ຜ່ານການຝຶກອົບຮົມມາແລ້ວ ເອີ້ນໄດ້ວ່າ ຈະເປັນການໄລສົດມືອາຊີບ ຕ້ອງຜ່ານການຝຶກຝົນຫຼາຍຫຼາຍເລີຍລະ.

cr: ນັກທຸລະກິດມືໃຫ່ມ

Continue Reading

ທົ່ວໄປ

ຮູ້ແລ້ວ!ສາເຫດທີ່ຍິ ງກັນຕາຍຍູ່ຮ້ານ ສະນຸກເກີ້

Published

on

By

ເຫດອຸກອາດບໍ່ຢ້ານກົວຕໍ່ກົດໝາຍລາຍນີ້ ເກີດຂຶ້ນໃນຄືນວັນທີ່ 02/06/2023 ໄດ້ມີເຫດຍິງກັນຕາຍຢູ່ໜ້າຮ້ານສະນຸກເກີ ຊູໂມ ໂຕ

ໂນ​ ຂ້າງໂຮງໝໍ 150 ຕຽງ​ ນະຄອນຫລວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ລາຍ ເຊິ່ງຈາກການເກັບກຳຂໍ້ມູນລັບໆຂອງສາຍ

ຂ່າວພໍ້ວ່າ ຜູ້ເສຍຊີວິດເປັນເພື່ອນກັບເຈົ້າຂອງຮ້ານຊູໂມແຕ່ແບ່ງສັນປັນສ່ວນເງີນໃນທຸລະກິດບໍ່ລົງໂຕ ເຖິງຂັ້ນຜູ້ເສຍຊີວິດມາຍິງ

ລູກນ້ອງເຈົ້າຮ້ານຄັ້ງໜຶ່ງ ວານນີ້ຜູ້ກ່ຽວກໍ່ມີປັນຫາກັບລູກນ້ອງເຈົ້າຂອງຮ້ານອີກ ຈຶ່ງຖືກລູກນ້ອງເຈົ້າຂອງຮ້ານຍິງໄປ 7 ນັດ ກະສຸນສຳຄັນເຂົ້າໜ້າຜາກຜູ້ກ່ຽວຢ່າງຈັງ ເປັນເຫດໃຫ້ເສຍຊີວິດທັນທີ່(ຜູ້ເສຍຊີວິດແມ່ນຄົນໃສ່ຫມວກ)

Continue Reading

ທົ່ວໄປ

ຊົມເຊີຍ!ຈັບກຸ່ມແກ້ງລັກ ຊັບໄດ້5ຄົນ ພ້ອມລົດອີກ4ຄັນ

Published

on

By

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ….

Continue Reading

ທົ່ວໄປ

ລີໂອ!ແນວເມສຊີ່ ຈະອອກຈາກ ປາຣີສໃນລະດູການນີ້

Published

on

By

BREAKING: ລີໂອເນວ ເມສຊີ່ ຈະອອກຈາກ ເປແອສເຊ ໃນທ້າຍລະດູການນີ້

“ກັລຕິເຢ” ໂຄສໃຫຍ່ຂອງ ປາຣິສ ແຊັງ-ແຊກແມ໊ງ ຢືນຢັນແລ້ວວ່າ “ເມສຊີ່” ຈະຍ້າຍອອກຈາກທີມ ຫລັງລົງຫລິ້ນເກມລີກນັດສຸດທ້າຍໃນວັນອາທິດນີ້.

Fabrizio Romano ລາຍງານ

อาจเป็นรูปภาพของ 1 คน, กำลังเล่นฟุตบอล, กำลังเล่นฟุตบอล และ ข้อความ
Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້