ອາເມລິກາກຽມຍົກເລີກວີຊ່ານັກສຶກສາຈີນ

ຕາມ​ຂ່າວ​ຈາກ ສ.ອາ​ເມ​ລິ​ກາ,ໃນ​ວັນ​ທີ 29 ພຶດສະພາ​ນີ້ ສ.ອາ​ເມ​ລິ​ກາ ມີ​ແຜນ​ຈະ​ຍົກ​ເລີກ​ ໜັງສື​ເດີນທາງ ຫລື ວີ​ຊ່າ ​ຂອງ​ນັກວິ​ໄຈ ​ຂອງ​ຈີນ ລວມທັງ​ ນັກ​ສຶກສາ​ຈີນ ຈ​ຳນວນ​ ຫລາຍ​ພັນ​ຄົນ ທີ່​ຈົບ​ການ​ສຶກສາ ​ໃນ ​ສ.ອາ​ເມ​ລິ​ກາ ​ແລະ ມີ​ຄວາມ​ກ່ຽວຂ້ອງ​ກັບ ມະຫາວິທະຍາ​ໄລ​ຈີນ ທີ່​ມີ​ຄວາມ​ສຳພັນ ​ກັບ​ກອງທັບ ປົດ​ປ່ອຍ ປະ​ຊາ​ຊົນ​ຈີນ(ພີ​ແອ​ລ​ເອ)

ການ​ດຳ​ເນີນ​ການຄັ້ງນີ້ ຈະ​ສົ່ງ​ຜົນ​ກະທົບ ​ຕໍ່​ນັກ​ສຶກສາ​ຈີນ ຈຳນວນ 3.000-5.000 ຄົນ ຈາກ​ທັງ​ໝົດ ທີ່​ພວມ​ສຶກສາໃນ​ ສ.ອາ​ເມ​ລິ​ກາ ຈຳນວນ 360.000 ຄົນ ​ເຊິ່ງນັກ​ສຶກສາ​ຈີນ ທີ່​ຖືກ​ຍົກ​​ເລີກ​ວີ​ຊ່າ ຈະ​ຕ້ອງ​ເດີນທາງ​ ກັບປະ​ເທດ ​ແລະ ຜູ້​ທີ່​ອາ​ໄສ​ຢູ່​ນອກ ສ.ອາ​ເມ​ລິ​ກາ ຈະ​ບໍ່​ໄດ້​ຮັບ​ອະນຸຍາດ ​ໃຫ້​ກັບ ສ.ອາ​ເມ​ລິ​ກາ ​ໂດຍ​ຈະ​ປະກາດ​ ເລື້ອງ​ດັ່ງກ່າວ ​ໃນ​ອາທິດ​ນີ້.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ຂປລ