ຂ່າວພາຍໃນ
ຈັບແກ້ງປອມແປງໃບຕາດິນຈໍາເອົາເງິນ (ສໍ້ໂກງປະຊາຊົນ)

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບຄຳຮ້ອງຟ້ອງຈາກຜູ້ເສຍຫາຍວ່າ: ນາງ ສີວອນ ອາຍຸ 48 ປີ ຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ເອົາເອກະສານໃບຕາດິນມາຈໍານຳເອົາເງິນແລ້ວບໍ່ໃຊ້ຄືນ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງນຳຕົວຜູ້ກ່ຽວມາສອບສວນ ຈຶ່ງຮູ້ວ່າມີການກະທຳເປັນກຸ່ມແກ້ງ ແລະ ມີຜູ້ຖືກເສຍຫາຍໃນຮູບການນີ້ອີກເປັນຈໍານວນຫຼາຍ ແລະ ສ້າງມູນຄ່າເສຍຫາຍທາງດ້ານຊັບສິນ ເປັນເງິນ 600.000.000 ກີບ ແລະ ເອກະສານໃບຕາດິນ ຈໍານວນ 15 ໃບ.

ຜ່ານການສອບສ່ວນ ນາງ ສີວອນ ຮັບສາລະພາບວ່າ: ໄດ້ໃຊ້ວິທີສໍ້ໂກງຊັບດ້ວຍການປອມແປງເອກະສານຕາດິນຂອງຜູ້ຄົນທີ່ນຳມາຈໍາເອົາເງິນ ແຕ່ທ້າຍປີ 2019 ໂດຍເຮັດກັນເປັນກຸ້ມແກ້ງ ແລະ ເຫັນວ່າວິທີການດັ່ງກ່າວໄດ້ເງິນງ່າຍ ຈຶ່ງສືບຕໍ່ເຮັດມາເລື້ອຍໆລວມທັງໝົດ 7 ຄັ້ງ ຄື:
ຄັ້ງທໍາອິດ: ໃນເດືອນກໍລະກົດ 2019, ນາງ ຂິງຄໍາ ບ້ານຮ່ອງສຸພາບ ໄດ້ເອົາໃບຕາດິນມາຈໍານໍາ ນາງ ລັດສະໜີ ໃນຈໍານວນເງິນກູ້ຢືມ 3.000.000 ກີບ; ຈາກນັ້ນ, ນາງ ລັດສະໜີ ໄດ້ເອົາໃບຕາດິນ ໄປຫາ ນາງ ພູທອນ ເພື່ອເອົາໃບຕາດິນດັ່ງກ່າວໄປຈໍານຳເອົາເງິນນຳ ນາງ ຫຼ້າ ບ້ານໜອງບົວທອງ ເມືອງສີໂຄດຕະບອງ ຈໍານວນ 30.000.000 ກີບແລ້ວມາປັນກັນໃຊ້ຈ່າຍ. ພໍຮອດເວລາສົ່ງເງິນຄືນພວກກ່ຽວບໍ່ມີເງິນທີ່ຈະມາສົ່ງຄືນ ຈຶ່ງໃຊ້ກົນອຸບາຍຕົວະເອົາໃບຕາດິນນຳ ນາງ ແຫຼ້ ອອກມາກ່ອນ ແລ້ວປ້ອມແປງເອກະສານ ສະບັບໃໝ່ຂຶ້ນ ກ່ອນນຳເອົາໄປຈໍານຳຕໍ່ອີກກັບ ນາງ ຄໍາ ບ້ານໜອງພະຍາ ໃນຈໍານວນເງິນ 200.000 ບາດ ແລ້ວເອົາເງິນດັ່ງກ່າວໄປໃຊ້ໜີ້ ນາງ ຫຼ້າ, ສ່ວນທີ່ເຫຼືອແມ່ນໄດ້ແບ່ງປັນກັນໃຊ້ຈ່າຍ.
ຄັ້ງທີ 2: ໃນຊ່ວງເດືອນທັນວາ 2019, ທ້າວ ວົງ ອາຍຸ 63 ປີ ຢູ່ບ້ານໂຄກສະອາດ ເມືອງໄຊທານີ ໄດ້ເອົາໃບຕາດິນມາຫາ ນາງ ສີດາວັນ ເພື່ອຈໍານຳເອົາເງິນ ແຕ່ນາງ ສີດາວັນ ບໍ່ມີເງິນໃຫ້ ຈຶ່ງພາໄປຫາ ນາງ ບັງອອນ ຢູ່ບ້ານນາສ້າງໄພ. ແຕ່ກໍບໍ່ມີເງິນໃຫ້ ຈຶ່ງພາໄປຫາ ນາງ ສີວອນ ແຕ່ກໍບໍ່ມີເງິນໃຫ້ຢືມ ພວກກ່ຽວກໍໄດ້ສົມຮູ້ຮ່ວມຄິດກັນປອມແປງເອກະສານຕອນດິນເປັນຊຸດມອບໂອນລອຍຂຶ້ນ ໂດຍປ່ຽນຊື່ເຈົ້າຂອງດິນໃສ່ເອກະ ສານ ແລະ ຕິດຮູບ ນາງ ບັງອອນ ໃສ່ແລ້ວສະແກນລາຍເຊັນ ແລະ ກາຈໍ້າ ນາຍບ້ານໃສ່ກ່ອນນຳໄປຈໍານຳເອົາເງິນ ນຳນາງ ຈ່າຍ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ຈໍານວນ 80.000.0000 ກີບ ແລ້ວນຳມາໃຫ້ເຈົ້າຂອງໃບຕາດິນຈໍານວນ 7.000.000 ກີບ ທີ່ເຫຼືອແມ່ນແບ່ງປັນກັນໃຊ້ຈ່າຍ; ພໍຮອດຈຸດນັດໝາຍທີ່ຈະສົ່ງເງິນຄືນ ນາງ ບັງອອນ ແລະ ນາງ ໄພວັນ ໄດ້ເອົາເງິນທີ່ແບ່ງໄປສົ່ງຄືນ ສ່ວນ ນາງ ສີວອນ ແລະ ທ້າວ ວົງ ຍັງບໍ່ມີເງິນມາສົ່ງຄືນ; ຈາກນັ້ນ, ນາງ ຈ່າຍຈຶ່ງໄດ້ປະສານຫາເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຮູ້ວ່າພວກກ່ຽວໄດ້ປອມແປງເອກະສານຕອນດິນ ເພື່ອສໍ້ໂກງເອົາເງິນຂອງຜູ້ກ່ຽວ ແລ້ວໄດ້ຮ້ອງຟ້ອງຕໍ່ເຈົ້າໜ້າທີ່. ຈົນມາຮອດວັນທີ 17 ກໍລະກົດ 2020, ຈຶ່ງສາມາດກັກຕົວຜູ້ຮ່ວມຂະບວນການໄດ້ຕື່ມອີກ 3 ຄົນ.

ສ່ວນໃນຄັ້ງທີ 3: ແມ່ນໃນວັນທີ 20 ມັງກອນ 2020, ນາງ ສຸກສາຄອນ ໄດ້ເອົາໃບຕາດິນມາຫາ ນາງ ພູທອນ ເພື່ອຢືມເງິນ ຈໍານວນ 200.000 ບາດ. ແຕ່ບໍ່ມີເງິນໃຫ້ຢຶມ ຈຶ່ງພາມາຫາ ນາງ ນາງ ສີວອນ ແລ້ວບອກໃຫ້ ນາງ ສຸກສາຄອນ ປະກອບເອກະສານແບບໂອນລອຍມາໃຫ້. ພໍໄດ້ເອກະສານແລ້ວ, ກໍນຳມາປອມແປງໃນຮູບແບບທີ່ເຄີຍເຮັດໃນໄລຍະຜ່ານມາ ແລ້ວຈ້າງນາງ ນ້ອຍ ມາເປັນຜູ້ຄ້ຳປະກັນເປັນເຈົ້າຂອງຕອນດິນດັ່ງກ່າວ ແລ້ວເອົາໄປກູ້ຢືມເງິນນຳ ນາງ ລານ ຢູ່ບ້ານຂົວຫຼວງ ຈໍານວນ 250.000 ບາດ. ພໍໄດ້ເງິນມາແລ້ວ, ພວກກ່ຽວກໍເອົາເງິນໄປໃຫ້ເຈົ້າຂອງໃບຕາດິນ ຈໍານວນ 200.000 ບາດ ທີ່ເຫຼືອ 50.000 ບາດແມ່ນໄດ້ເອົາມາແບ່ງປັນກັນ; ຈົນຮອດກຳນົດເວລານາງ ສຸກສາຄອນ ໄດ້ເອົາເງິນທີ່ຢືມໄປຖອກເອົາເງິນ ເພື່ອຖອນເອກະສານຄືນ ແຕ່ກໍຖອນບໍ່ໄດ້ຍ້ອນ ເງິນທີ່ຢືມເກີນໄປ 50.000 ບາດ.
ຄັ້ງທີ 4: ຊ່ວງເດືອນກຸມພາ 2020, ນາງ ຄໍາໃສ ໄດ້ເອົາໃບຕາດິນ ໃຫ້ນາງ ພູທອນ ເພື່ອຊອກບ່ອນຈໍານໍາເອົາເງິນ ພໍໄດ້ເອກະສານແລ້ວ ຈຶ່ງເອົາໄປຫາ ນາງ ສີວອນ ແລ້ວປອມແປງເອກະສານໃນຮູບແບບເດີ່ມທີ່ເຄີຍເຮັດ ແລ້ວເອົາໄປຈໍານຳກັບນາງ ຄໍາ ຈໍານວນ 30.000.000 ກີບ ແລ້ວເອົາມາໃຫ້ ນາງ ຄໍາໃສ 10.000.000 ກີບ ໂດຍອ້າງວ່າຜູ້ປ່ອຍເງິນກູ້ຍັງໃຫ້ບໍ່ໝົດ; ສ່ວນເງິນທີ່ເຫຼືອແມ່ນໄດ້ເອົາມາແບ່ງປັນກັນ.
ຄັ້ງທີ 5: ໃນຊ່ວງເດືອນພຶດສະພາ 2020, ນາງ ບົວລົດ ໄດ້ເອົາເອກະສານໃບຕາດິນມາຫາຕົນເອງ ເພື່ອຊອກບ່ອນຢືມເງິນ ຕົນຈຶ່ງໃຊ້ອຸບາຍເກົ່າ ແລ້ວເອົາເງິນໃຫ້ ນາງ ບົວລິດ 600 ໂດລາ ກ່ອນເອົາໃບຕາດິນດັ່ງກ່າວໄປຈໍານຳຕໍ່ນຳ ນາງ ຄໍາ ຈໍານວນ 30.000.000 ກີບ ໂດຍອ້າງວ່າ ໃບຕາດິນທີ່ເອົາມາຈໍານີ້ແມ່ນຈໍາຂາດແລ້ວແຕ່ຍັງບໍ່ທັນໄດ້ໂອນຊື່ເທື່ອ ເພື່ອຈໍາເອົາເງິນໃປໃຊ້ໜີ້ທີ່ຍັງຄ້າງຜ່ານມາ.

ຄັ້ງທີ 6: ຊ່ວງກາງເດືອນພຶດສະພາ 2020, ນາງ ກີ້ ໄດ້ເອົາໃບຕາດິນມາຫາເອື້ອຍຮັກຊື່ ນາງ ນິພາພອນ ເພື່ອຊອກບ່ອນຈໍານຳເງິນ; ຈາກນັ້ນ, ພວກເຂົາຈຶ່ງໄດ້ປະສານຫາຕົນເອງ ຈຶ່ງພາໄປນຳກັບ ນາງ ມຸ້ຍ ໃນຈໍານວນເງິນ 20.000.000 ກີບ, ພໍໄດ້ 1 ອາທິດ ຕົນເອງ ແລະ ນາງ ພູທອນ ໄດ້ຮ່ວມຫົວກັນໄປຕົວະເອົາໃບຕາດິນນຳນາງ ມຸ້ຍ ອອກມາກ່ອນ ເພື່ອຊອກຫາບ່ອນຈໍານຳໃໝ່ ເພື່ອນຳເງິນມາໃຊ້ໜີ້ນາງ ມຸ້ຍ; ພໍໄດ້ໃບຕາດິນມາແລ້ວ ພວກກ່ຽວກໍໄດ້ປອມແປງເອກະສານ ແລ້ວໂທຫາ ທ້າວ ບຸນທັນ ຫຼື ອື່ງ ເພື່ອຊອກບ່ອນຈໍານຳເງິນ. ຈາກນັ້ນ, ພວກກ່ຽວທັງ 3 ກໍໄດ້ເອົາໄປຕາດິນໄປຈໍານໍາກັບທ້າວ ສິດທິໄຊ ຈໍານວນ 20.000.000 ກີບ ໂດຍຈ້າງໃຫ້ທ້າວ ເປີ້ນ ພັກເຊົາຢູ່ບ້ານນາໄຫ ມາເປັນຜູ້ຍັ້ງຢືນຄໍ່າປະກັນຕອນດິນ. ເມື່ອຮອດກຳນົດໃຊ້ໜີ້ພວກກ່ຽວບໍ່ມີເງິນໃຊ້ໜີ້ ຈຶ່ງຂໍຖອນໃບຕາດິນ ນຳທ້າວ ສິດທິໄຊ ແລ້ວໃຫ້ຄໍາໝັ້ນສັນຍາວ່າຈະເອົາເງິນມາໃຊ້ໜີ້ໃຫ້; ພໍໄດ້ໃບຕາດິນມາ, ພວກກ່ຽວກໍເອົາໄປກ໋ອບປີ້ສີ ແລ້ວສົ່ງໃບຕາດິນຄືນໃຫ້ກັບນາງ ຄໍາ ພ້ອມເອົາເງິນທີ່ນາງ ຄໍາ ຢືມໄປຈໍານວນ 20.000.000 ກີບ ແລ້ວໃຊ້ກົນອຸບາຍຕົວະ ທ້າວ ສິດທິໄຊ ວ່າຈະຢືມເງິນຕໍ່ ຂໍໃຊ້ແຕ່ຄ່າດອກເບ້ຍແລ້ວສົ່ງໃບຕາດິນກອບປີ້ໃສ່ຊອງເຫຼືອງ ພ້ອມເງິນດອກເບ້ຍໃຫ້ ຈົນຮອດມື້ຖອກດອກເບ້ຍແຕ່ບໍ່ເຫັນທັງສອງມາຖອກ ຈຶ່ງຮູ້ວ່າໃບຕາດິນເປັນໃບກ໋ອບປີ້.
ຄັ້ງທີ 7: ໃນຊ່ວງເດືອນມິຖຸນາ 2020, ນາງ ພູທອນ ໄດ້ໄປຫຼິ້ນນຳນ້ອງຮັກ ຢູ່ບ້ານໂຊກຄໍາ ແລ້ວໄດ້ລັກເອົາໃບຕາດິນຂອງນ້ອງຮັກ ຈໍານວນ 2 ຕອນຄື: ຕອນທີ 1 ຢູ່ບ້ານນາຜາສຸກ, ຕອນທີ 2 ຢູ່ບ້ານໂຊກໃຫຍ່; ຈາກນັ້ນ, ຈຶ່ງນຳເອົາໃບຕາດິນຕອນທີ 1 ໄປຫາ ນາງ ສີວອນ ກ່ອນປອມແປງເອກະສານແລ້ວເອົາໄປໃຫ້ ນາຍບ້ານນາຜາສຸກ ເຊັນປະທັບຕາ ກ່ອນນຳໄປຈໍານຳນາງ ຝົນ ຢູ່ບ້ານດົງຄໍາຊ້າງ ຈໍານວນ 40.000.000 ກີບ; ຈາກນັ້ນ, ອີກ 2 ອາທິດ ທັງສອງກໍໄດ້ເອົາໃບຕາດິນຕອນທີ 2 ໂດຍໃຊ້ຮູບປອມແປງແບບເກົ່າ ກ່ອນເອົາໄປຈໍານໍາທ້າວ ວິໄລສັກ ຢູ່ບ້ານໜອງດ້ວງເໜືອ ຈໍານວນ 40.000.000 ກີບ ໂດຍຈ້າງນາງ ວັນນິດາ ຫຼື ປູ ເປັນຜູ້ຢັ້ງຢືນເອກະສານຕອນດິນ.

ນອກຈາກກົນໂກງປ້ອມແປງໃບຕາດິນແລ້ວ, ນາງ ພູທອນ ຍັງໄດ້ສົມທົບກັບພັກພວກຈໍານວນໜຶ່ງເຊົ່າລົດກະບະຝອດແລນເຈີ ສີຟ້າ ນຳບໍລິສັດໃຫ້ເຊົ່າລົດ ໃນເດືອນມິຖຸນາ 2020 ແລ້ວພາກັນນຳໄປຈໍານຳເອົາເງິນ ຈໍານວນ 400.000 ບາດ ແລ້ວນຳເງິນມາແບ່ງກັນ. ຈົນມາຮອດວັນທີ 25 ກໍລະກົດ 2020, ເຈົ້າໜ້າທີ່ຈຶ່ງສາມາດເກັບກູ້ລົດຄັນດັ່ງກ່າວໄດ້ ແລະ ມອບຄືນໃຫ້ແກ່ບໍລິສັດແລ້ວ.
ຕໍ່ກັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ຍັງສາມາດຈັບຕົວຜູ້ຮ່ວມຂະບວນການນຳກັນໄດ້ອີກ 3 ຄົນ ຄື:
- ນາງ ພູທອນ ຫຼື ກັ່ນ ອາຍຸ 46 ປີ ຢູ່ບ້ານໂຊກຄໍາ.
- 2. ນາງ ໄພວັນ ຫຼື ວັນ ອາຍຸ 46 ປີ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ
- ທ້າວ ບຸນທັນ ຫຼື ອື່ງ ອາຍຸ 42 ປີ ຢູ່ບ້ານໜອງປິງ ເມືອງຈັນທະບູລີ; ສ່ວນຜູ້ຮ່ວມຂະບວນການອີກຫຼາຍຄົນເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາ ແລະ ຕິດຕາມຈັບຕົວ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ