ຈະຫລຸດພະນັກງານ 30% ສຳລັບສາຍການບິນລາຄາປະຢັດອັງກິດ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຈະຫລຸດພະນັກງານ 30% ສຳລັບສາຍການບິນລາຄາປະຢັດອັງກິດ

Published

on

ຕາມ​ຂໍ້​ມູນ​ຈາກ ອີ​ຊີ​ເຈັດ ສາຍ​ການບິນ ລາຄາ​ປະຢັດ ຂອງ​ອັງກິດ ຈະ​ປັບ​ຫລຸດ ພະນັກງານ​ລົງ 30% ຄິດ​ເປັນ 4.500 ຕຳ​ແໜ່​ງ ​ແລະ ຫລຸດຈຳນວນ​ການບິນ ​ເພື່ອ​ໃຫ້​ເໝາະ​ສົມກັບ ຕະຫລາດ​ ການບິນ ຫລັງ​ຈາກ ສະຖານະ​ການ ​ແຜ່​ລະບາດ ​ໂຄ​ວິດ-19 ກັບ​ເຂົ້າສູ່​ ສະພາບ ​ປົກກະຕິ. ປັດຈຸບັນ ອີ​ຊີ​ເຈັດ ມີ​ພະນັກງານ 15.000 ກວ່າ​ຄົນ ​ໃນ 8 ປະ​ເທດ ​ທົ່ວ​ເອີຣົບ

​ໂດຍ​ຈະ​ເລີ່​ມປຶກສາ​ຫາລື ​ກັບ​ພະນັກງານ​ ໃນ​ໄວໆ​ນີ້ ​ແລະ ຈະ​ຫລຸດ​ຈຳນວນ ​ເຮືອບິນ​ລົງ​ເຫລືອ  302 ລຳ ຫລື 51% ຂອງ​ທີ່​ວາງ​ແຜນ​ໄວ້​ວ່າ ຈະ​ມີ​ເຖິງ​ ທ້າ​ຍປີໜ້າ ​ໄລຍະ​ທີ່​ເຫລືອ​ ຂອງ​ປີ​ນີ້ ຈະ​ບິນ​ໄດ້​ພຽງ 30%​ເທົ່າ​ນັ້ນ ຂະນະ​ດຽວ​ກັນ ຈະ​ເດີນ​ໜ້າ ​ຫລຸດ​ຄ່າ​ໃຊ້​ຈ່າຍ ດ້ວຍ​ການ​ເຈ​ລະ​ຈາ ກັບ​ສະໜາມ​ບິນ ​ແລະ ຜູ້​ຈັດ​ຫາ​ອື່ນໆ ​ເພື່ອ​ໃຫ້​ໄດ້ ​ຂໍ້​ຕົກລົງ​ທີ່​ດີ ສ່ວນ​ການ​ເຈລະຈາ ​ກັບ​ຜູ້​ໃຫ້​ເຊົ່າ​ ເຮືອບິນ ທີ່​ສົນ​ໃຈ ຊື້ ຫລື ​ເຊົ່າ​ເຮືອບິນ​ຈາກ ອີ​ຊີ​ເຈັດ ກໍ່​ຍັງ​ຄົງ​ດຳ​ເນີນ​ການ​ຢູ່ ຄາດ​ວ່າ​ ຈະ​ໄດ້​ເງິນ​ ຈາກ​ສ່ວນ​ນີ້ 500-650 ລ້ານ​ປອນ. ອີ​ຊີ​ເຈັດ ກຽມ​ເລີກ​ຈ້າງ​ ຊ້າ​ກວ່າ ​ແຕ່​ຫລາຍ​ກວ່າ ສາຍ​ການບິນ​ ລາຄາ​ປະຢັດ ຫລາຍ​ແຫ່ງ ​ໄຣອັນ​ແອ ສາຍ​ການບິນ ລາຄາ​ປະຢັດ ​ໃຫຍ່​ທີ່​ສຸດ ​ໃນ​ເອີຣົບຂອງ​ແອ​ລາຍ ປະກາດ ຈະ​ເລີກ​ຈ້າງ ​ພະນັກງານ 15% ສ່ວນ ວິສ​ແອ ສາຍ​ການບິນ ລາຄາ​ປະຢັດ​ຂອງ ຮົງ​ກາລີ ພວມ​ເລີກ​ຈ້າງ​ 19%ຂອງ​ໄລຍະ​ໂຄ​ວິດ-19 ​ໄລຍະ​ທີ່ ​ໄຣອັນ​ແອ ບຣິຕີສ ​ແອ​ເວ ​ແລະ ​ເວີ​ຈິນ ​ແອດ​ແລນ​ຕິກ ປະກາດ ​ເມື່ອ​ເດືອນ​ກ່ອນວ່າ ຈະ​ເລີກ​ຈ້າງ​ງານ ລວມທັງ​ໝົດ 18.000 ຕຳ​ແໜ່​ງ. ອີ​ຊີ​ເຈັດ ພວມ​ມີ​ບັນຫາ ​ກ່ຽວກັບ​ຜູ້​ຖື​ຫຸ້ນ ​ໃຫຍ່​ທີ່​ສຸດ ຫາ​ທາງປົດ ​ຜູ້​ບໍລິຫານ ອາວຸ​ໂສ ​ແລະ ບໍລິສັດ ​ຖືກ​ແຮກ​ເກີ ​ໂຈມ​ຕີ ທາງ​ອິນ​ເຕີ​ເນັດ(ໄຊ​ເບີ).

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້