ຮ່ວມຫົວລັກເງິນກອງທຶນສະຫະພັນແມ່ຍິງ ມູນຄ່າ ເກືອບ 74 ລ້ານກີບ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຮ່ວມຫົວລັກເງິນກອງທຶນສະຫະພັນແມ່ຍິງ ມູນຄ່າ ເກືອບ 74 ລ້ານກີບ

Published

on

ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ກັກໂຕຜູ້ກະທຳຜິດຮ່ວມກັນລັກເງິນກອງທຶນສະຫະພັນແມ່ຍິງ ເມືອງທ່າພະບາດ ມູນຄ່າ 73.867.000 ກີບ ໄປດຳເນີນຄະດີ ຄື: ນາງ ຄຳ ( ນາມສົມມຸດ ), ນາງ ສົມ ( ນາມສົມມຸດ ), ທ້າວ ຕີ ( ນາມສົມມຸດ ) ແລະ ນາງ ນີ ( ນາມສົມມຸດ ) ພວກກ່ຽວທັງ 4 ແມ່ນຢູ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ແລະ ເປັນພະນັກງານຢູ່ຫ້ອງການກອງທຶນສະຫະພັນແມ່ຍິງດັ່ງກ່າວ.

ຜ່ານການສອບສວນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 9 ມີນາ 2020, ພວກກ່ຽວແມ່ນໄດ້ລົມກັນ ເພື່ອວາງແຜນນຳເອົາເງິນຫ້ອງການມາໃຊ້ແທນໜີ້ສິນທີ່ພວກກ່ຽວຢືມ. ຈາກນັ້ນ, ວັນທີ 12 ມີນາ 2020, ພວກກ່ຽວໄດ້ລົງໄປເກັບເງິນຝາກ ແລະ ປ່ອຍເງິນກູ້ຢູ່ບ້ານເລົ່າຄາ, ບ້ານໄຊສະຫວ່າງ, ບ້ານນາແຄນ ແລະ ບ້ານສາຍພາຍ ເມືອງທ່າພະບາດ ຮອດເວລາ 14:00 ໂມງ ຂອງວັນດຽວກັນ ນາງ ຄໍາ, ນາງ ສົມ ແລະ ນາງ ນີ ແມ່ນໄດ້ເກັບເງິນສຳເລັດ ຈຶ່ງກັບຄືນເມືອຫ້ອງການ ສ່ວນທ້າວ ຕີ ໄດ້ກັບເຮືອນຂອງຜູ້ກ່ຽວ, ພໍໄປຮອດຫ້ອງການນາງ ຄຳ ກັບ ນາງ ສົມ ໄດ້ສະຫຼຸບເງິນທີ່ເກັບມາ ໄດ້ລວມເປັນເງິນຈຳນວນ 73.867.000 ກີບ. ຈາກນັ້ນ, ກໍໄດ້ເອົາເງິນໃສ່ຖົງເຂົ້າໄວ້ໃນຕູ້ເຊັບຂອງຫ້ອງການ, ສ່ວນລູກກະແຈຕູ້ເຊັບແມ່ນ ນາງ ຄຳ ເປັນຜູ້ເກັບໄວ້ ແລ້ວທັງ 2 ຄົນ ກໍກັບເມືອເຮືອນຂອງໃຜລາວ.

ເວລາຕໍ່ມາ, ນາງ ຄໍາ ໄດ້ໂທລະສັບຫາ ທ້າວ ຕີ ໃຫ້ເອົາເຫຼັກສະແລ່ງ, ຄ້ອນຕີ ແລະ ໄຂຄ້ວງ ເພື່ອເອົາມາງັດຕູ້ເຊັບ ພໍໄປຮອດນາງ ຄໍາ ໄດ້ໄຂປະຕູເຂົ້າໄປຢູ່ໃນຖ້າ ພໍທ້າວ ຕີ ມາຮອດ ກໍພາກັນຍ່າງເຂົ້າໄປໃນຫ້ອງຕູ້ເຊັບ ແລ້ວ ນາງ ຄໍາ ກໍໄດ້ໄຂກະແຈຕູ້ເຊັບອອກເອົາເງິນ ຈໍານວນ 17.379.000 ກີບ ອອກມາຮັກສາໄວ້ ແລະ ອີກ 12.000.000 ລ້ານ ແມ່ນໃຫ້ ນາງ ນີ ເກັບຮັກສາໄວ້ເພື່ອແບ່ງປັນກັນ; ທ້າວ ຕີ ກໍໄດ້ວາງແຜນໃຊ້ຄ້ອນຕີທຸບ ຝາຕູ້ເຊັບແຕ່ທາງໃນອອກນອກຈຳນວນຫຼາຍບາດຈົນເປັນຮູ ແລ້ວປິດຕູ້ເຊັບໃຊ້ເຫຼັກສະແລ່ງງັດປະຕູຕູ້ເຊັບ, ທຸບ ແລະ ງັດຕູ້ເຊັບສໍາເລັດ. ຈາກນັ້ນ, ໄດ້ຍ່າງໄປປິດກົງເຕີນໍ້າປະປາແລ້ວຢຽບທໍ່ນ້ຳແຕກ

ແລ້ວເອົາໄມ້ຢູ່ກ້ອງຕະລ່າງເຮືອນຂອງ ນາງ ຄຳ ມາກ່າຍໄວ້ເຄິ່ງກັບປ່ອງຢ້ຽມຈຳນວນ 2 ໂຕ ແລະ ໄມ້ແປ້ນ 2 ແຜ່ນ, ໃຊ້ເຫຼັກສະແລ່ງງັດບານປ່ອງຢ້ຽມອອກ ແລະ ໃຊ້ ໄຂຄວງຫັນນ໋ອດກັນຂະໂມຍອອກ ເພື່ອສ້າງສະຖານະການບໍ່ໃຫ້ເຈົ້າໜ້າທີ່ຈັບໄດ້ ຫຼັງຈາກສໍາເລັດແລ້ວ ກໍພາກັນກັບເຮືອນຂອງຕົນເຮັດຄືບໍ່ມີຫຍັງເກີດຂຶ້ນ. ມື້ຕໍ່ມາ, ເວລາປະມານ 7:00 ໂມງ ນາງ ຄໍາ ໄປຫ້ອງການຕາມປົກກະຕິ ພໍມາຮອດຫ້ອງການ ຜູ້ກ່ຽວໄດ້ໂພສຕ໌ຂໍ້ຄວາມສຽງລົງກຸ່ມວອດແອັບຂອງຫ້ອງການວ່າ: ຫ້ອງການຖືກງັດ ພ້ອມທັງຖ່າຍຮູບປ່ອງຢ້ຽມ ແລະ ຮູບຕູ້ເຊັບສົ່ງໃຫ້ຫົວໜ້າຢູ່ສູນໃຫຍ່ເບິ່ງ. ຮອດເວລາ 8:00 ໂມງ ຂອງວັນດຽວກັນ ນາງ ສົມ, ທ້າວ ຕີ ແລະ ທ້າວ ດໍາ ( ຜົວນາງ ນີ ) ກໍມາຮອດຫ້ອງການ ຈຶ່ງເຂົ້າໄປເບິ່ງຕູ້ເຊັບອີກ ພົບເຫັນເງິນຢູ່ຕູ້ເຊັບຈຳນວນ 44.700.000 ກີບ ຈຶ່ງໄດ້ເອົາເງິນດັ່ງກ່າວໃຫ້ ທ້າວ ດໍາ ເປັນຜູ້ເກັບຮັກສາໄວ້.

ວັນທີ 24 ມີນາ 2020, ພວກກ່ຽວ ທັງ 4 ຄົນ ກໍຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທ່າພະບາດ ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ ສ່ວນທ້າວ ດໍາ ( ຜົວນາງ ນີ ) ແມ່ນບໍ່ໄດ້ຖືກດໍາເນີນຄະດີ ເນື່ອງຈາກບໍ່ໄດ້ຮ່ວມຂະບວນການລົງມືນໍາພວກກ່ຽວ.

ຂ່າວຈາກ: ໜັງສືພິມຄວາມສະຫງົບ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້