ເຫດລົດໃຫຍ່ຢຽບຄົນນອນ ເສຍຊີວິດ 1 ຄົນ(ປະກາດຫາຍາດພີ່ນ້ອງ)

ໃນວັນທີ 1/2/2021 ເວລາ 20:27 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດລົດໃຫຍ່ຢຽບຄົນນອນຢູ່ກາງທາງ ຢູ່ບ້ານ ຂົວຫຼວງໃຕ້ ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນ  1 ຄົນ ເປັນເພດຊາຍ (ບໍ່ຊາບຂໍ້ມູນຂອງຜູ້ເສຍຊີວິດ) ເຊິ່ງມີອາການກະທົບກະດູກຂ້າງຢ່າງຮຸນແຮງ, ໝົດສະຕິ, ບໍ່ຫາຍໃຈ ແລະ ມີບາດແຜຕາມຕົນຕົວ.
ດັ່ງນັ້ນ, ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວຮີບນຳສົ່ງໂຮງໝໍມະໂຫສົດໂດຍດ່ວນ ແຕ່ກໍເສຍຊີວິດໃນເວລາຕໍ່ມາ.

ທາງໜ່ວຍກູ້ໄພນະຄອນຫຼວງ ຂໍສະແດງຄວາມເສຍໃຈມາຍັງເຫດການໃນຄັ້ງນີ້ດ້ວຍ ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 2244 1624 ຫຼື ໂອນບັນຊີ

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK010120000993902001

.

ທີມກູ້ຊີບກູ້ໄພນະຄອນຫຼວງ1624