ດ່ວນ!ພົບເຫັນພໍ່ຕູ້ພວງອາຍຸ95ປີຫຼົງປ່າທີ່ນ້ຳປ່ຽນຢໍລະປາ

ວັນທີ 1/2/2021 ທີ່ນະຄອນຫຼວງວຽງຈັນ ຈາກເຟສບຸກທີ່ມີຊື່ວ່າ Nick Metallic Dokkhaithong ໄດ້ໂພສວ່າ “ພໍ່ຕູ້ຂ້ອຍເຫັນແລ້ວ ແຕ່ເປັນສົບ ໂອ້ຍພໍ່ຕູ້ເອີ້ຍ”

ແຈ້ງຂ່າວຄວາມຄືບໜ້າການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ
ໃນວັນທີ 31/01/2021 ມີປະຊາຊົນບ້ານຊຽງແລທ່າແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ ໃດ້ເຂົ້າໄປຫາກິນໃນປ່າແລ້ວພົບຊົບຄົນເສຍຊີວິດ ຊຶ່ງຄາດວ່າຈະເປັນພໍ່ຕູ້ພວງທີ່ສູນຫາຍແຕ່ວັນທີ 02/10/2020, ດັ່ງນັ້ນຕອນເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ຈຶ່ງໃດ້ໄປກວດສອບເບິ່ງສະຖານທີ່ຕົວຈິງ ຈຶ່ງຢືນຢັນວ່າເປັນຮ່າງການເສຍຊີວິດຂອງພໍ່ຕູ້ພວງແທ້,

ເຊິ່ງຈຸດທີ່ພົບເຫັນຊົບຂອງພໍ່ຕູ້ພວງແມ່ນຢູ່ນອກເຂດສະຖານທີ່ທ່ອງທ່ຽວນໍ້າປຽນ ອອກໄປທາງທິດໄຕ້ ປະມານ 6 ກິໂລແມັດ,
ສ່ວນສາຍເຫດການເສຍຊີວິດແມ່ນທາງເຈົ້າໜ້າທີ່ຈະມີການຖະແຫຼງຂ່າວເປັນທາງການ.
ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຂອງພໍ່ຕູ້ພວງ.

ຂ່າວກ່ອນໜ້ານີ້ ຕົ້ນເດືອນ ພະຈິກ 2020 ຜ່ານໄປຫຼາຍເດືອນແລ້ວຕອນນີ້ກໍຍັງບໍ່ພົບພໍ່ຕູ້ເຊີ່ງລູກຫຼານແລະທາງເຈົ້າໜ້າທີ່ກໍ່ເຮັດວຽກຢ່າງໜັກເພື່ອຄົ້ນຫາພໍ່ຕູ້ ແຕ່ກໍ່ຍັງບໍ່ພົບ ເຊີ່ງເຈົ້າໜ້າທີ່ ບອກວ່າ

ໄດ້ຍ່າງຫາພໍ່ຕູ້ແລ້ວຫຼາຍໜ່ວຍພູແຕ່ກໍ່ຍັງບໍ່ມີຄວາມຫວັງບໍ່ຮ່ອງຮອຍຫຍັງເລີຍເຊີ່ງການຄົ້ນຫາໄດ້ໃຊ້ເວລາຍາວນານເປັນເດືອນກໍ່ຍັງພົບພົບຫຍັງນອກຈາກປ່າທີ່ໜາທືບ ເຊີ່ງລູກຫຼານແລະເຈົ້າໜ້າທີ່ກໍ່ເຮັດທຸກວິຖີທາງແຕ່ຍັງບໍ່ພົບເຫັນພໍ່ຕູ້ເຊີ່ງກາຍເປັນຄົນຫາຍສາບສູນໂດຍບໍ່ມີຄຳຕອບບໍ່ມີຄຳອະທິບາຍວ່າເກີດຫຍັງຂື້ນກັນແທ້

ເຊີ່ງລູກຫຼານກໍ່ ໄດ້ແຕ່ທຳໃຈວ່າຈັກວັນໜື່ງຈະມີປະຕິຫານໄດ້ພົບຂໍ້ມູນຂອງພໍ່ຕູ້ ແນວໃດກໍ່ຂໍໃຫ້ພົົບກັບພໍ່ຕູ້ໂດຍໄວດ້ວຍເທີ່ນ. ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ

ລູກຫລານພາໄປທ່ຽວ ນ້ຳປ່ຽນຢໍລະປາ ນະຄອນຫຼວງວຽງຈັນໄດ້ຫລົງຍ່າງໄປທາງໃດບໍ່ຮູ້, ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມາເຖີງດຽວນີ້ຍັງບໍ່ພົບ ເຫັນ ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ.