ປີ 2021ແມງສາບກາຍພັນ

ຈາກລາຍງານວິໄຈໃນຊ່ວງຫຼາຍປີທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ແມງສາບນັ້ນກຳລັງມີວິວັດທະນາການຂຶ້ນໄປອີກຂັ້ນ!!! ເມື່ອນັກວິທະຍາສາດພົບວ່າ ພວກມັນມີພູມຕ້ານທານຕໍ່ຢາຂ້າແມງໄມ້ເພີ່ມສູງຂຶ້ນ ເຊິ່ງເຄີຍເປັນສານເຄມີທີ່ເຄີຍຖືກຂ້າຕາຍມາກ່ອນ ແຕ່ຕອນນີ້, ກາຍເປັນວ່າເຮັດຫຍັງມັນບໍ່ໄດ້

ເຖິງວ່າ ອາຍຸໄຂຂອງແມງສາບນັ້ນ ຈະມີ 100 ມື້ເທົ່ານັ້ນ, ແຕ່ພວກມັນກໍຄ່ອຍໆມີວິວັດທະນາການໂຕເອງ ຈາກລຸ່ນນີ້ສູ່ລຸ່ນໜ້າ ສົ່ງຜ່ານທາງຢີນໃຫ້ກັບລູກຫຼານຕໍ່ໄປ ເຮັດໃຫ້ພວກເກີດໃໝ່ໃຫຍ່ລຸນ ກາຍເປັນສິ່ງທີ່ມີຊີວິດ ທີ່ມີພູມຕ້ານທານຢ້າຂ້າແມງໄມ້ມາແຕ່ກຳເນີດ.

ແລະມີສົມມຸດຖານເຊື່ອໄດ້ວ່າ ອາດຈະເປັນຍ້ອນມະນຸດ ທີ່ເລັ່ງວິວັດທະນການຂອງພວກມັນດ້ວຍສານເຄມີ ໃຫ້ເຂັ້ມແຂງຍິ່ງກວ່າເກົ່າ ຈາກທີ່ເຄີຍເຂັ້ມແຂງຫຼາຍຢູ່ແລ້ວ.