ໃນໄລຍະ 5 ປີຜ່ານມາ ທົ່ວປະເທດມີສະມາຊິກພັກຖືກ ລົງວິໄນ 3.200 ສະຫາຍ

ກອງປະຊຸມວຽກງານກວດກາ ທົ່ວປະເທດ ປະຈຳປີ 2020 ແລະ 5 ປີ (2016-2020) ອັດລົງດ້ວຍຜົນສໍາເລັດໃນວັນທີ 29 ມັງກອນ 2021 ພາຍຫລັງດໍາເນີນມາເປັນເວລາ 2 ວັນ ທີ່ສະໂມສອນຄະນະກວດກາສູນກາງພັກ (ຫຼັກ 6) ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະ ທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ສະໄໝທີ XI, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການ ສໍ້ລາດບັງຫຼວງ.ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຕ່າງໆ ກ່ຽວກັບວຽກງານກວດກາ ເປັນຕົ້ນ: ບົດສະຫຼຸບການເຄື່ອນໄຫວວກງານກວດກາປະຈຳປີ 2020 ແລະ 5 ປີ (2016-2020) ແລະ ທິດທາງແຜນການໃນຕໍ່ໜ້າ, ບົດລາຍງານວຽກງານຕິດຕາມ, ກວດກາພັກ, ບົດລາຍງານກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ບົດລາຍງານກ່ຽວກັບການກວດກາຕາມຜົນການກວດສອບ, ບົດລາຍງານວຽກງານຄົ້ນຄວ້າຄຳຮ້ອງ-ຄຳສະເໜີ, ແລະ ບົດລາຍງານການຕິດຕາມ, ກວດກາ

ການການປະຕິ ບັດຜົນກວດກາ ໄລຍະຜ່ານມາຄະນະພັກ, ອົງການປົກ ຄອງຄະນະກວດກາພັກ-ອົງການກວດກາລັດແຕ່ລະຂັ້ນໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານກວດກາຕາມພາລະບົດບາດ, ໜ້າທີ່, ຂອບ/ເຂດສິດຂອງຕົນເຊິ່ງມີຜົນງານຫຼາຍອັນພົ້ນເດັ່ນ ເປັນຕົ້ນແມ່ນ ການຄົ້ນຄວ້າສ້າງ ແລະ ເຜີຍ ແຜ່-ໂຄສະນານິຕິກໍາກ່ຽວກັບວຽກງານກວດກາ ທັງໝົດ 14 ສະບັບ, ໄດ້ຕິດຕາມ, ກວດກາການຜັນຂະຫຍາຍຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກົດລະບຽບພັກ, ບັນດາມະຕິ, ຄໍາສັ່ງຂອງສູນກາງພັກ ສະໄໝທີ X ແລະມະຕິກອງປະຊຸມໃຫຍ່ຂອງຄະນະພັກຂັ້ນຕ່າງໆ, ກວດກາການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕາມ 5 ຫຼັກການ, 3 ທິດນໍາຂອງພັກ.ຜ່ານການຕິດຕາມ-ກວດກາຕົວຈິງ ເຫັນວ່າການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ນແຂງ, ໜັກແໜ້ນ ບາງໜ່ວຍພັກຄຸນນະພາບຍັງບໍ່ສູງ, ສະມາຊິກພັກຈໍານວນໜຶ່ງເສື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະ ຕິວັດ, ເກີດພະຍາດອາດຍາສິດ, ສວຍໃຊ້ໜ້າທີ່ຕໍາແໜ່ງ ລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ເຊິ່ງ 5 ປີຜ່ານມາ ມີການຈັດຕັງພັກ, ສະມາຊິກພັກຖືກລົງວິໄນຄື: ກ່າວເຕືອນຄວາມຜິດ 6ໜ່ວຍພັກ, ສະມາຊິກພັກຖືກລົງວິໄນ 3.200

ສະຫາຍ, ຍິງ 372 ສະຫາຍ (ໃນນີ້, ກ່າວເຕືອນຄວາມຜິດ 649 ສະຫາຍ, ປົດຕໍາແໜ່ງ 137 ສະຫາຍ, ໂຈະການຮ່ວມຊີວິດພັກ 632 ສະຫາຍ, ເອົາອອກຈາກພັກ 1.791 ສະຫາຍ, ແກ້ໄຂທາງບໍລິຫານ 546 ຄົນ, ຖືກດໍາເນີນຄະດີຕາມກົດໝາຍ 93 ຄົນ, ໃນນັ້ນ ສານຕັດສິນແລ້ວ 64 ຄົນ ແລະ ໄດ້ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ທີ່ໄດ້ຮັບ 4.817 ສະບັບ, ໃນນັ້ນ ໄດ້ຄົ້ນຄ້ວາພິຈາລະນາແກ້ໄຂແລ້ວ 1.524 ສະບັບ, ສົ່ງໃຫ້ພາກສ່ວນອື່ນແກ້ໄຂ 1,581 ສະບັບ, ແຈ້ງຕອບພາກສ່ວນກ່ຽວຂ້ອງ 155 ສະບັບ, ເກັບມ້ຽນເພື່ອຕິດຕາມ 273 ສະບັບ, ຍັງຄ້າງ 1.284 ສະບັບ (ສະເພາະປີ 2020 ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ທັງໝົດ 869 ສະບັບ ໃນນີ້ ອົງການກວດກາລັດຖະບານ 272 ສະບັບ, ກະຊວງ-ອົງການ 196 ສະບັບ,ແຂວງ 401 ສະບັບ, ໃນນີ້ ແກ້ໄຂແລ້ວ 170 ສະບັບ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ 300 ສະບັບ, ແຈ້ງຕອບເຈົ້າຂອງຄໍາຮ້ອງ 42 ສະບັບ, ເກັບມ້ຽນຕິດ ຕາມ 54 ສະບັບ, ກໍາລັງຄົ້ນຄວ້າ ແລະ ເກັບກໍາຂໍ້ມູນ 303 ສະບັບ).ກອງປະຊຸມ ຍັງໄດ້ຮັບການໂອ້ລົມຈາກ ສະຫາຍ

ບຸນທອງ ຈິດມະນີ ເພື່ອເປັນການໃຫ້ທິດຊີ້ນໍາໃນການສືບຕໍ່ເສີມຂະຫຍາຍດ້ານຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກ ງານກວດກາ ແລະ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນຊຸມປີທ່ານຜ່ານມາ, ສະຫາຍໄດ້ເນັ້ນ ໜັກຫຼາຍບັນຫາ ໂດຍສະເພາະແມ່ນການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດແຕ່ລະຂັ້ນ ແມ່ນໃຫ້ສຸ່ມໃສ່ເປັນຕົ້ນ: ຕິດຕາມ-ກວດກາການປະຕິບັດພາລະບົດບາດ, ໜ້າທີ່, ການໃຊ້ສິດອຳນາດຂອງແຕ່ລະຂະແໜງການແລະທ້ອງຖິ່ນ; ການປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດຕາງໆຂອງພັກ, ກົດໝາຍແລະລະບຽບການຕ່າງໆຂອງລັດ, ຕິດຕາມ-ກວດກາການເກັບລາຍຮັບເຂົ້າງົບປະມານ,ການປະຕິບັດກົດໝາຍພາສີ-ອາກອນ, ກົດໝາຍງົບປະມານແລະອື່ນໆ, ການຄຸ້ມຄອງລາຍຈ່າຍຂອງກະຊວງ-ອົງການແລະທ້ອງຖິ່ນ ໃຫ້ຖືກຕາມເປົ້າໝາຍແລະ ຮັບປະກັນການປະຕິບັດນະໂຍບາຍປະຢັດແຫ່ງຊາດ, ສືບຕໍ່ຕິດຕາມ-ກວດກາລົງເລິກແລະສືບສວນ-ສອບສວນກ່ຽວກັບຄວາມຮັບຜິດຊອບຂອງການຈັດຕັ້ງແລະບຸກຄົນທີ່ພົວພັນເຖິງໂຄງການລົງທຶນຂອງລັດແລະການຊຳລະໜີ້ສິນແບບມີສ່ວນຫຼຸດ, ການຊຳລະເກີນແລະຊໍ້າຊ້ອນຢູ່ບັນດາແຂວງທີ່ຍັງຄ້າງປະຕິບັດ ແລະ ອື່ນໆ.

ຂ່າວ: ມົດແດງນ້ອຍ

ພາບ: ອາພິນຍາ ສີສຸວົງ