ຂ່າວພາຍໃນ
ໂສມໜ້າກໍເຫດ ປຸ້ ນ ຈີ້ ຮ້ານແລກປ່ຽນແລະຮ້ານຂາຍເຄື່ອງຍ່ອຍ

ທ້າວ ສີລະສອນ ຫຼື ອາກົງ ເດີນທາງອອກຈາກບ້ານ ມາສຶກສາຮ່ຳຮຽນເອົາຄວາມຮູ້ຢູ່ໃນນະຄອນຫຼວງວຽງຈັນ ເພື່ອຫວັງຈະມີຊີວິດທີ່ດີໃນອະນາຄົດ ແຕ່ແລ້ວຄວາມຫວັງກໍ່ພັງທະລາຍລົງ ຍ້ອນຕິດຫຼິ້ນເກມພະນັນອອນລາຍຢ່າງໂງຫົວບໍ່ຂຶ້ນ ຈົນນຳພາຊີວິດລົງເຫວ ດ້ວຍການກໍ່ເຫດປຸ້ນຊັບຕາມຮ້ານເກມ ຈຳນວນ 11 ຄັ້ງ ເພື່ອຫາເງິນມາຫຼິ້ນເກມພະນັນອອນລາຍ. ສຸດທ້າຍຊີວິດກໍ່ພິກຜັນຈາກນັກສຶກສາມີອະນາຄົດທີ່ສົດໃສກາຍມາເປັນຜູ້ຖືກຫາໃນຄະດີປຸ້ນຊັບຢ່າງຫຼີກລ່ຽງບໍ່ໄດ້ຍ້ອນຕິດເກມພະນັນອອນລາຍ.

ພັທ ບຸນມີ ແກ້ວພົມມາ ຫົວໜ້າພະແນກຕຳຫຼວດ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຕໍ່ນັກຂ່າວ ປກສ ນວ ໃນວັນທີ 14 ມັງກອນ 2020 ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຄວາມ ໃນວັນທີ 20 ທັນວາ 2019 ວ່າ: ມີເຫດການປຸ້ນຊັບ ຢູ່ຮ້ານເກມພາຍໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ເກີດຂຶ້ນຢ່າງຕໍ່ເນື່ອງ ຈື່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງກວດກາເກັບກຳຂໍ້ມູນ ເພື່ອກຳນົດ ແລະ ຄັດຈ້ອນເປົ້າໝາຍ ໂດຍໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຄະນະພັກ-ຄະນະບັນຊາ ປກສ ນະຄອນຫຼວງວຽຈັນ ແລະ ປກສ ເມືອງໄຊທານີ; ເຊິ່ງໃຊ້ເວລາ 19 ວັນ ຈຶ່ງຮູ້ວ່າ: ຜູ້ກໍ່ເຫດຊື່ທ້າວ ສີລະສອນ(ອາກົງ) ອາຍຸ 22 ປີ, ຢູ່ບ້ານວັງຊ້ວຍ ເມືອງ ແລະ ແຂວງໄຊຍະບູລີ ; ເຊິ່ງເປັນນັກສຶກສາປີ 4 ຢູ່ສະຖາບັນແຫ່ງໜື່ງໃນນະຄອນຫຼວງວຽງຈັນ, ທີ່ພັກເຊົາຢູ່ຫ້ອງເຊົ່າບ້ານໜອງວຽງຄຳ ເມືອງໄຊທານີ.

ຕົກມາຮອດວັນທີ 09 ມັງກອນ 2020 ເວລາ 17:00 ໂມງເຈົ້າໜ້າທີ່ ປກສ ເມືອງໄຊທານີ ກໍ່ໄດ້ເຂົ້າກັບຕົວຜູ້ກ່ຽວໃນຫ້ອງເຊົ່າ ພ້ອມຂອງກາງລົດຈັກ 2 ຄັນ ແລະ ເງິນ 50.000 ບາດ ຫຼັງຈາກນັ້ນເຈົ້າໜ້າທີ່ກໍ່ສືບຕໍ່ເກັບກູ້ຂອງກາງຢູ່ເສັ້ນທາງບ້ານໜອງວຽງຄຳລວມມີໜວກກັນກະທົບ 2 ໜ່ວຍ ມາສືບສວນຂະຫຍາຍຜົນ.

ທ້າວ ສີລະສອນ ຫຼື ອາກົງ ໄດ້ໃຫ້ການຮັບສາລະພາບວ່າ: ໃນປີ 2016 ຕົນເອງໄດ້ລົງມາຮຽນຢູ່ສະຖາບັນແຫ່ງໜື່ງ ໃນນະຄອນຫຼວງວຽງຈັນມາຮອດປີ 2018 ກໍ່ໄດ້ຕິດຫຼິ້ນເກມພະນັນອອນລາຍຢ່າງແຮງ ແລະ ເສຍເງິນເປັນຈຳນວນຫຼວງຫຼາຍ; ທັງມີໜີ້ສິນຈຳນວນໜື່ງ ຈຶ່ງເຮັດໃຫ້ຕົນມີແນວຄວາມຄິດຢາກໄດ້ເງິນຄືນຈາກຮ້ານເກມເຫຼົ່ານັ້ນ, ຈື່ງໄດ້ວາງແຜນຊອກຫາທຸກວິທີທາງ ເພື່ອຈະເອົາເງິນຄືນ ໂດຍເບື້ອງຕົ້ນໄດ້ໄປຊື້ປືນປອມມາດັດແປງ.

ຫຼັງຈາກນັ້ນວັນທີ 20 ທັນວາ 2019, ຈຶ່ງໄດ້ລົງມືກໍ່ເຫດປຸ້ນຮ້ານເກມຢູ່ເຂດບ້ານດົງໂດກ ແລະ ຫຼາຍຮ້ານໃນເມືອງໄຊທານີລວມມີ 10 ຮ້ານ ແລະ ເມືອງສີສັດຕະນາກ 1 ຮ້ານ (ຮ້ານແລກປ່ຽນເງິນຕາ) ໄດ້ເງິນທັງໝົດ 50.000.000 ກີບ, ເງິນບາດ 300000 ບາດ; ເຊິ່ງແຕ່ລະຄັ້ງທີ່ລົງມືກໍ່ເຫດແມ່ນໄດ້ໃສ່ຊຸດສີດຳ, ໜວກກັນກະທົບສີດຳ ແລະ ມີຖົງສີດຳ ພ້ອມປືນປອມສີຂາວ 1 ກະບອກ. ເມື່ອໄດ້ເງິນມາແລ້ວຕົນເອງກໍ່ໄປຊື້ລົດຈັກ 2 ຄັນຄື: ລົດຈັກຍີ່ຫໍ້ YAMAHA R 15 ສີດຳ ແລະ ລົດຈັກຍີ່ຫໍ້ Z 800 ແລ້ວເອົາໄປຫຼິ້ນເກມພະນັນອອນລາຍ ແລະ ຮັກສາໄວ້ຈຳນວນໜື່ງ, ສ່ວນປືນທີ່ໃຊ້ໃນການກໍ່ເຫດຕົນໄດ້ນຳໄປຖິ້ມລົງໜອງນ້ຳເຂດບ້ານໜອງວຽງຄຳ ຍ້ອນຕົນເອງໄດ້ສັ່ງຊື້ປືນແທ້ ເພື່ອນຳໃຊ້ເຂົ້າໃນການກໍ່ເຫດຄັ້ງຕໍ່ໄປ.

ປັດຈຸບັນຄະດີນີ້ ເຈົ້າໜ້າທີ່ພວກສະຫຼຸບສຳນວນສົ່ງຫາໄອຍະການ ເພື່ອສັ່ງຟ້ອງຂຶ້ນສານຕັດສິນລົງໂທດຕາມລະບຽບກົດໝາຍ.

.
.

.

ຄລິບກໍເຫດ
ຄລິບຂ່າວຈາກ ປກສ
ພາບຂ່າວ: ປກສ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ