ຂ່າວດີ ສຳລັບຊາວກະສິກອນຜູ້ລ້ຽງງົວ ແລະຜູ້ກຳລັງຄິດຈະລ້ຽງງົວເປັນສິນຄ້າ. – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຂ່າວດີ ສຳລັບຊາວກະສິກອນຜູ້ລ້ຽງງົວ ແລະຜູ້ກຳລັງຄິດຈະລ້ຽງງົວເປັນສິນຄ້າ.

Published

on

ເນື່ອງຈາກທາງຕະຫຼາດ ສປ ຈີນ ທີ່ມີພົນລະເມືອງຫຼາຍ ມີຄວາມຕ້ອງການບໍລິໂພກສູງເປີດໃຈຈະຮັບຊື້ງົວຈາກລາວຫຼາຍເຖິງ 4 ແສນໂຕຕໍ່ປີ ເປັນເວລາຍາວນານເຖິງ 30 ປີ.

ຕອນນີ້ກຳລັງຢູ່ໃນຂັ້ນຕອນການລິເລີ່ມໂຄງການ ດ້ວຍການສ້າງຕັ້ງບໍລິສັດທີ່ຈະອຳນວຍຄວາມສະດວກແກ່ຂະບວນການລ້ຽງນັບແຕ່ແນວພັນຮອດຂັ້ນຕອນການລ້ຽງ ແລະການຈັດສົ່ງສູ່ປາຍທາງ.

ວັນທີ 26 ມັງກອນ 2021 ນີ້ ກະຊວງປ້ອງກັນປະເທດ (ກປທ) ຮ່ວມກັບ ບໍລິສັດ ສາງຈ່ຽງການລົງທຶນລາວ ຈໍາກັດຜູ້ດຽວ ສ້າງຕັ້ງ ບໍລິສັດຮ່ວມທຶນກະສິຄົບວົງຈອນຈໍາກັດ ໄດ້ມີພິທີເຊັນສັນຍາຮ່ວມກັນ ໂດຍມີເປົ້າໝາຍເພື່ອສົ່ງເສີມວຽກງານການສົ່ງອອກງົວໄປຂາຍໃຫ້ ສປ ຈີນ ລວມທັງການດໍາເນີນກິດຈະການຟາມລ້ຽງສັດ, ຕະຫຼາດຊຶື້ຂາຍສັດໃຫຍ່ ແລະ ສູນພັດທະນາເຕັກນິກກະສິກໍາ-ລ້ຽງສັດ ແລະອື່ນໆ.

ການເຊັນສັນຍາສ້າງຕັ້ງບໍລິສັດດັ່ງກ່າວ ລົງນາມໂດຍ ທ່ານ ພັນໂທ ບຸນນໍາ ວົງນະດີ ຮອງຫົວໜ້າກົມຜະລິດ-ກະສິກໍາ ກົມໃຫຍ່ພະລາທິການ ກປທ ແລະທ່ານ ນາງ ຄອນສະຫວັນ ແສງວິໄວ ປະທານອໍານວຍການ ບໍລິສັດ ສາງຈ່ຽງລົງທຶນລາວ ຈໍາກັດຜູ້ດຽວ, ໂດຍມີ ທ່ານ ພົນຕີ ວົງຄໍາ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການ ກປທ ພ້ອມດ້ວຍສອງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ອີງຕາມຂໍ້ມູນ ໃຫ້ຮູວ່າ: ຫຼັງຈາກສ້າງຕັ້ງບໍລິສັດສໍາເລັດແລ້ວ ກໍ່ຈະມີການສ້າງຕັ້ງໂຄງການ ໂດຍມີແຜນລົງທຶນທັງໝົດ 300 ຮ້ອຍໂດລາສະຫະລັດ ເຊິ່ງຈະຈັດຕັ້ງປະຕິບັດໃນໄລຍະ 30 ປີ ໂດຍແບ່ງອອກເປັນ 3 ໄລຍະລົງທຶນ,

ໄລຍະທີ1: ແມ່ນກໍານົດເອົາສູນລ້ຽງສັດໃຫຍ່ບ້ານຖ້ໍາ ເປັນສູນຕົວແບບຂອງໂຄງການ, ຖ້າຫາກວ່າ ໄລະຍທີ 1 ມີຜົນ ໄດ້ຮັບສູງ ສອງຝ່າຍຈະພ້ອມພາກັນນໍາສະເຫນີຂໍອະນຸມັດສືບຕໍ່

ໄລຍະ 2 ແລະ 3 ການຈັດຕັ້ງປະຕິບັດປະກອບດ້ວຍການລ້ຽງສັດໃຫຍ່, ຂະຫຍາຍພັນສັດ, ດໍາເນີນການປູກພືດກະສິກໍາ, ຈໍາຫນ່າຍຜະລິດຕະພັນກະສິກໍາ, ອາຫານສໍາເລັດຮູບ ແລະ ຜະລິດຕະພັນແປຮູບຈາກສັດ ຢູ່ພາຍໃນ ແລະ ສົ່ງອອກ.

ດໍາເນີນການສ້າງໂຮງງານຂ້າສັດທັນສະໄຫມ ແລະ ໂຮງງານແປຮູບຜະລິດຕະພັນຈາກສັດ. ດໍາເນີນການສ້າງຟາມສັດໃຫຍ່, ຟາມທອມສັດໃຫຍ່, ສູນສັດຕະວະແພດ, ສູນກັກກັນສັດໃຫຍ່ ແລະສູນບໍລິການ, ພິເສດການຮ່ວມມືສອງຝ່າຍແມ່ນເອົາໃຈໃສ່ໃນການຂໍໂກຕ້າການສົ່ງອອກງົວ, ຜະລິດຕະພັນຈາກງົວທີ່ຜະລິດຈາກໂຄງການ, ເພື່ອບັນລຸເປົ້າໝາຍສົ່ງອອກງົວໄປ ສປ ຈີນ 400,000 ໂຕ/ປີ. ຕາມຮ່າງສັນຍາຍັງໄດ້ລະບຸໄວ້ວ່າອາຍຸການຮ່ວມມືຂອງສອງຝ່າຍແມ່ນ 30 ປີ, ໃນນີ້ແມ່ນສາມາດສືບຕໍ່ເຊັນສັນຍາໄດ້ອີກ 2 ຄັ້ງ,ຄັ້ງລະ 30 ປີ.

ທ່ານ ບຸນສູງ ຢາທໍ່ຕູ້ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ມີຄໍາເຫັນວ່າ: ການສ້າງຕັ້ງບໍລິສັດຮ່ວມທຶນດັ່ງກ່າວນີ້, ບໍພຽງແຕ່ເປັນການຮ່ວມມືຂອງທັງສອງພາກສ່ວນເທົ່ານັ້ນ, ມັນຍັງເປັນການສ້າງຄວາມເຂັ້ມແຂງວຽກງານກະສິກໍາ-ລ້ຽງສັດ ຢ່າງຮອບດ້ານໃຫ້ກັບກອງທັບປະຊາຊົນລາວ ກໍ່ຄືປະຊາຊົນລາວ ແລະຍັງເປັນການປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນລາວອີກດ້ວຍ.

ແຫຼ່ງຂໍ້ມູນ: CRI-FM93

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້