ຊາວບ້ານລັກເຂົ້າໄປປູກຜັກຢູ່ໃນສະໜາມກິລາ​ ກາຍເປັນກະແສວິພາກວິຈານໃນຫວຽດນາມ

ອີງຕາມການລາຍງານຂ່າວຫວຽດນາມວັນທີ 28​ ມັງກອນ​ 2021ນີ້​ວ່າ: ຊາວບ້ານຢູ່ເມືອງໄຮຟົງ ລັກເຂົ້າໄປປູກຜັກໃນສະໜາມຫຍ້າຂອງທີມ “ໄຮຟົງ ເອບຊີ”

.

ເນື່ອງສະໜາມກິລາໄຮຟົງ ເປັນສະໜາມທີ່ບໍ່ໄດ້ຮັບການບົວລະບັດມາເປັນເວລາດົນ ຈົນມີສະພາບຊຸດໂຊມ ແລະສະຖານທີ່ດັ່ງກ່າວມັກມີຝົນຕົກເປັນປະຈຳ ແຕ່ເມື່ອມີການແຂ່ງຂັນ “ວີ-ລີກ”

ໃນຂະນະຖ່າຍທອດສົດໄດ້ມີພາບຫຼຸດລອດອອກມາເຜີຍແຜ່ໃນໂລກອອນລາຍເຮັດໃຫ້ມີສຽງວິພາກວິຈານກັນຢ່າງສະໜັ່ນ​ ໂດຍທີ່ຜູ້ຈັດບໍ່ຮູ້ເລື່ອງນີ້ເລີຍ ແລະຫຼ້າສຸດໄດ້ຈັດການອອກໝົດແລ້ວ.​