ອຸບັດເຫດລົດຈັກຕົກຂຸມ ເສຍຊີວິດ 2 ລາຍ.

ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີກອງຄະດີອຸປະຕິເຫດ ພະແນກຕຳຫຼວດຈາລະຈອນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ເວລາປະມານທ່ຽງຄືນຂອງວັນທີ 21 ມັງກອງ 2021 ຢູ່ເສັ້ນທາງຫຼວງ ຂອບເຂດ ບ້ານວຽງເໜືອ ເມືອງ ແລະ ແຂວງຫຼວງນ້ຳທາ ໄດ້ມີອຸບປະຕິເຫດລົດຈັກຕຳຄັນຄູກາງທາງເຮັດໃຫ້ມີຜູ່ບາດເຈັບສົມຄວນ 1 ຄົນ ແລະ ເສຍຊີວິດ 1 ຄົນ, ພາຫະນະເປ່ເພເລັກນ້ອຍ 1 ຄັນ.

ຜ່ານການສັນນະສູດສະຖານທີ່ເກີດເຫດ ແລະ ເອົາຂໍ້ມູນຈາກ ທ້າວ ສາລີ ອາຍຸ 20 ປີ ປະຊາຊົນ ຢູ່ບ້ານຈະເລີນສຸກ ເມືອງ ແລະ ແຂວງຫຼວງນ້ຳທາ ເຊິ່ງເປັນຜູ່ຂັບຂີ່ລົດຈັກຄືນທີ່ເກີດເຫດ ຜູ້ກ່ຽວໄດ້ໃຫ້ຮູ້ວ່າ: ກ່ອນເກີດເຫດເວລາປະມານ 11 ໂມງ ຂອງວັນທີ 21 ມັງກອນ 2021 ຕົນເອງພ້ອມໝູ່ຈຳນວນໜຶ່ງໄປສະຫຼອງງານຂື້ນເຮືອນໃໝ່ພີ່ນ້ອງບ້ານດ່ຽວກັນ ແລະ ໄດ້ຮູ້ຈັກກັບ ນາງ ຈັນສະໝອນ ຜູ່ສາວ ບ້ານດອນໄຊ ເມືອງ ແລະ ແຂວງຫຼວງນ້ຳທາ ໄດ້ດື່ມເບຍນຳກັນເມົາພໍສົມຄວນແລ້ວພາກັນອອກມາເຂົ້າຮ້ານບັນເທິງຮວງຈິງ ຢູ່ພາຍໃນເທດສະບານແຂວງ. ພໍຮອດເວລາປະມານ 12 ໂມງກາງຄືນໄດ້ພາກັນຂີ່ລົດກັບໄປບ້ານພໍມາຮອດເສັ້ນທາງຫຼວງເຂດ ບ້ານວຽງເໜືອ ລົດເສຍຫຼັກຂູດໃສ່ຄັນຄູກາງທາງແລ້ວໄປຕຳໃສ່ເສົາຫຼັກໄຟຟ້າເຢື່ອງທາງເຮັດໃຫ້ ນາງ ຈັນສະໝອນ ຜູ່ຊ້ອນທ້າຍຕົກຈາກລົດຫົວກະທົບໃສ່ທາງໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດຢູ່ໂຮງໝໍແຂວງໃນເວລາຕໍ່ມາ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ເວລາປະມານ 19 ໂມງຂອງວັນທີ 20 ມັງກອນ 2021 ເຈົ້າໜ້າທີຕຳຫຼວດຈາລະຈອນປະຈຳປ້ອມກວດກາເຂດບ້ານ ນາເຕີຍ ເມືອງ ແລະ ແຂວງຫຼວງນ້ຳທາ ໄດ້ຮັບແຈ້ງວ່າ: ມີອຸປະຕິເຫດລົດຈັກຕົກລົງຮ່ອງຂ້າງທາງເຂດກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ອຸມົງ 4 ບ້ານບໍ່ເຕ່ນ ເຮັດໃຫ້ມີຜູ່ເສຍຊີວິດ 1 ຄົນ ຊື່ ທ້າວ ສຸກ ອາຍຸ 28 ປີ ປະຊາຊົນ ບ້ານໂຮມໄຊ ແຂວງອຸດົມໄຊ. ຜ່ານການສັນນະສູດສະຖານທີ່ເກີດເຫດ ແລະ ເອົາຂໍ້ມູນຈາກ ທ້າວ ໃກ້ວາ ເຊິ່ງເປັນເຈົ້າຂອງລົດຊູໂມເອັກ ບໍ່ມີປ້າຍທະບຽນ. ກ່ອນເກີດເຫດ ທ້າວ ສຸກ ຜູ່ເສຍຊີວິດໄດ້ມາຢືມລົດນຳຕົນເອງວ່າຈະໄປຂໍເງິນນຳອ້າຍເຂີຍຢູ່ ບ້ານບໍ່ເຕ່ນ ພໍຮອດຕອນແລງຂອງວັນດຽວກັນນັ້ນ ກໍບໍ່ສາມາດໂທຫາຜູ້ກ່ຽວໄດ້ອີກ

ຕໍ່ກັບສະພາບອຸບປະຕິເຫດທັງສອງລາຍ ເຈົ້າໜ້າທີກອງຄະດີອຸບປະຕິເຫດພະແນກຕຳຫຼວດຈາລະຈອນ ປກສ ແຂວງ ໄດ້ສະຫຼຸບໂດຍຫຍໍ້ວ່າ: ສາເຫດຂອງການເກີດອຸບປະຕິເຫດແມ່ນຍ້ອນນັກຂັບຂີ່ບໍ່ປະຕີບັດກົດລະບຽບ, ດື່ມສິ່ງມືນເມົາແລ້ວຂັບຂີ່ລົດໄວເກີນກໍານົດ ບໍ່ສາມາດຄວມຄຸມສະຕິຕົນເອງໄດ້, ອີກຢ່າງກໍບໍ່ໃສ່ໝວກກັນກະທົບທັງຜູ່ຂັບຂີ່ ແລະ ຜູ່ຊ້ອນທ້າຍ.

ວທ ພາວັນ ນັກຂ່າວ ປກສ ແຂວງຫຼວງນ້ຳທາ