ເຫດລົດບັນທຸກກັບລົດຈັກຕຳກັນ ເສຍຊີວິດຄາທີ່ 2 ຄົນ ເຂດບ້ານດົງໂພສີ – ສື່ລາວ.ຄອມ
Connect with us

ຂ່າວອຸປະຕິເຫດ

ເຫດລົດບັນທຸກກັບລົດຈັກຕຳກັນ ເສຍຊີວິດຄາທີ່ 2 ຄົນ ເຂດບ້ານດົງໂພສີ

Published

on

ໃນວັນທີ 25 ມັງກອນ 2021 ເວລາປະມານ 18:00 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດລົດບັກທຸກກັບລົດຈັກຕຳກັນ ຢູ່ບ້ານດົງໂພສີ ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ

#ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ ແລະ ເຂດ 2 ເມືອງຫາດຊາຍຟອງ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວີດ 2 ຄົນ ເປັນເພດຊາຍ ເຊິ່ງເສຍຊີວິດຄາທີ່ຈາກອຸບັດຕິເຫດດັ່ງກ່າວ ໂດຍລາຍລະອຽດມີຄື:

– ຜູ້ທີ 1 ຊື່ ທ. ຄຳຕາ, ອາຍຸ 42 ປີ, ບ.ທ່ານາແລ້ງ, ມ. ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ສະພາບສົບໄດ້ຮັບແຮງກະແທກທົ່ວຕົນຕົວ, ແຂນ-ຂາຫັກ ແລະ ອະໄວຍະວະພາຍໃນກະຈາຍອອກທົ່ວຖະໜົນ.

– ຜູ້ທີ 2 ຊື່ ທ. ເທ້, ອາຍຸ 27 ປີ, ບ. ທ່ານາແລ້ງ, ມ. ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ສະພາບສົບໄດ້ຮັບແຮງກະແທກທົ່ວຕົນຕົວ, ແຂນ-ຂາຫັກ ແລະ ອະໄວຍະວະພາຍໃນກະຈາຍອອກທົ່ວຖະໜົນ.

ດັ່ງນັ້ນ, ພວກເຮົາຈື່ງໄດ້ມ້ຽນຄາບສົບແລ້ວນຳສົ່ງປ່າຊ້າບ້ານດົງໂພສີ ເພື່ອມອບໃຫ້ທາງຄອບຄົວປະກອບພິທີທາງສາສະໜາ.

ທາງໜ່ວຍກູ້ໄພນະຄອນຫຼວງ ຂໍສະແດງຄວາມເສົ້າໂສກເສຍໃຈນຳຄອບຄົວຜູ້ເສຍຊີວິດທັງສອງສົບດ້ວຍ.

#ອຸປະຕິເຫດສຸກເສີນໂທ : 🚑 1624 🚑ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ- ອຸປະກອນການແພດຕ່າງໆ

.

.

ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ #ຕິດຕໍ່ສອບຖາມ:020 2244 1624 ຫຼື ໂອນບັນຊີທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANEເລກບັນຊີ: LAK010120000993902001#ທີມກູ້ຊີບກູ້ໄພນະຄອນຫຼວງ1624

Continue Reading

ຂ່າວອຸປະຕິເຫດ

ສຸດເສົ້າ! ລົດພ່ວງເສຍຫຼັກ ຕົກເຫວລຶກ ບໍ່ຊາບຊະຕາກຳຄົນຂັບ

Published

on

By

ເກີດເຫດລົດພ່ວງຕົກເຫວ ຢູ່ໂຄ້ງປາບຊຽນ “ຊຽງມີ ”

ແຂວງໄຊສົມບູນ ໃນວັນທີ 18 ມັງກອນ 2023 ທີ່ຜ່ານມາ

ເຊິ່ງຍັງບໍ່ມີລາຍງານຜູ້ບາດເຈັບເທື່ອ ແຕ່ຈັ່ງໃດກໍຄ່ອຍໄປຄ່ອຍມາແດ່ພີ່ນ້ອງ

…..

Continue Reading

ຂ່າວອຸປະຕິເຫດ

ຈິດໃຈ! ເຮັດດ້ວຍຫຍັງ ຖິ້ມເດັກນ້ອຍແລກເກີດ ໄວ້ແຄມທາງ

Published

on

By

ໃນວັນທີ 18/01/2023 ເວລາ21:00PM ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 081 1625 ວ່າມີທາລົກຖືກຖີ້ມ(ເດັກນ້ອຍແລກເກີດ)ທີ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມໄຊ.

ເມື່ອໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊໄປເຖິງສະຖານທີ່ເກີດເຫດ ພົບເຫັນທາລົກ 01 ຄົນ ເປັນເພດຊາຍ ແຂງແຮງດີ. (ບໍ່ມີເອກະສານຂໍ້ມູນບົ່ງບອກຕົວຕົນ).

…….

ຕອນນີ້ໄດ້ມີຜູ້ອຸປະຖຳຮັບເດັກນ້ອຍໄປລ້ຽງແລ້ວ

ດັ່ງນັ້ນ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈຶ່ງໄດ້ນຳສົ່ງໂຮງຫມໍແຂວງອຸດົມໄຊ

ພົບເຫັນອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນ

081 1625

081 312391

ບໍລິການຕະຫຼອດ 24ຊົ່ວໂມງ

ທ່ານໃດຢາກຊ່ວຍເຫຼືອໜ່ວຍກູ້ໄພສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ນ້ຳດື່ມ, ເຂົ້າສານ, ອາຫານການກີນ, ນ້ຳມັນລົດ, ອຸປະກອນການແພດ.

ຜ່ານບັນຊີຂອງໜ່ວຍກູ້ໄພສຸກເສີນ ອົງການກາແດງແຂວງອຸດົມໄຊໄດ້ ຫຼື ທີ່ສູນກູ້ໄພ ບ້ານ… ເມືອງໄຊ ເມືອງອຸດົມໄຊ.

Continue Reading

ຂ່າວອຸປະຕິເຫດ

ການບິນລາວ ຖະແຫຼງການເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ ກໍລະນີ ເຮືອບິນ Lao airline ຕຳກັບ Air premia

Published

on

– ໃນວັນທີ 19 ທັນວາ 2022, ຕາມທີ່ສື່ສັງຄົມອອນລາຍໄດ້ລາຍງານວ່າໄດ້ເກີດເຫດເຮືອບິນຕໍາກັນ ລະຫວ່າງສາຍການບິນລາວ(Lao Airlines) ກັບ Air Premia ຢູ່ສະໜາມບິນອິນຊອນ, ສ.ເກົາຫຼີ.

– ຕໍ່ກັບການລາຍງານຂ່າວດັ່ງກ່າວ, ລັດວິສາຫະກິດການບິນລາວຂໍຖືເປັນກຽດແຈ້ງໃຫ້ບັນດາທ່ານຊາບວ່າ: ຄວາມຈິງຂອງເຫດການດັ່ງກ່າວແມ່ນເຮືອບິນຂອງການບິນລາວຖ້ຽວບິນ QV924 ເຊິ່ງຈະເດີນທາງຈາກສະໜາມບິນສາກົນອິນຊອນມາຍັງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ໄດ້ຖືກເກາະເອົາຫາງເສືອ (Vertical Stabilizer) ຈາກເຮືອບິນລໍາອື່ນ(Air Premia) ໃນຂະນະທີ່ພະນັກງານພາກພື້ນດິນຂອງສະໜາມບິນອິນຊອນ ກໍາລັງລາກແກ່ (Pushback) ເຮືອບິນຂອງ Air Premia ຢູ່ເສັ້ນທາງເຄື່ອນຍ້າຍ, ໃນລະຫວ່າງນັ້ນເຮືອບິນຂອງ ການບິນລາວກໍາລັງລໍຖ້າຂັບເຄື່ອນໄປຫາທາງແລ່ນຂຶ້ນ 34R (Runway34R) ຕາມການບັນຊາຂອງຫໍບັງຄັບການບິນ.ເຊິ່ງເຫດການນີ້ບໍ່ໄດ້ມີການບາດເຈັບຂອງຜູ້ໂດຍສານ ຫຼື ພະນັກງານແຕ່ຢ່າງໃດ ນອກຈາກຄວາມເສຍຫາຍຂອງເຮືອບິນ.

ຕໍ່ເຫດການດັ່ງກ່າວ, ລັດວິສາຫະກິດການບິນລາວ ໄດ້ດໍາເນີນການດັ່ງນີ້:
1. ລັດວິສາຫະກິດການບິນລາວ ໄດ້ຮັບຜິດຊອບຕໍ່ຜູ້ໂດຍສານ ໂດຍໄດ້ຈັດຫາສະຖານທີ່ພັກ (ໂຮງແຮມ), ອາຫານ ແລະ ຈັດເຮືອບິນຖ້ຽວພິເສດ ໃນເວລາ 16:00 ຂອງວັນທີ 19 ທັນວາ 2022 ເພື່ອບິນໄປຮັບເອົາຜູ້ໂດຍສານມານະຄອນຫຼວງວຽງຈັນ;
2. ລັດວິສາຫະກິດການບິນລາວ ໄດ້ແຕ່ງຕັ້ງຄະນະສະເພາະກິດຂຶ້ນ ເພື່ອຮັບຜິດຊອບທາງດ້ານເຕັກນິກ ແລະ ປະກັນໄພ ໂດຍປະຕິບັດຕາມລະບຽບຕາມຂໍ້ກໍານົດຂອງ ກົມການບິນພົນລະເຮືອນ ແຫ່ງ ສປປ ລາວ ແລະ ຂໍ້ກໍານົດຂອງອົງການໆບິນພົນລະເຮືອນລະຫວ່າງປະເທດ (ICAO).
3. ພ້ອມດຽວກັນນີ້, ລັດວິສາຫະກິດການບິນລາວ ໄດ້ປະສານງານກັບ ບໍລິສັດປະກັນໄພ ເພື່ອໃຫ້ຮັບຜິດຊອບຕາມພັນທະສັນຍາຂອງເຂົາເຈົ້າ.

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້