ຢ່າສວຍໂອກາດຍົກເລີກສັນຍາແຮງງານຖາວອນໃນຊ່ວງໂຄວິດ-19 ລະບາດ

ເຖິງວ່າການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບໂດຍກົງຕໍ່ຫົວໜ່ວຍແຮງງານ ແລະຜູ້ອອກແຮງງານລາວ, ແຕ່ຍັງຖືວ່າເປັນຜົນກະ ທົບໃນໄລຍະບໍ່ດົນເມື່ອທຽບໃສ່ປະເທດທີ່ມີອຸດສະຫະກຳຂະໜາດໃຫຍ່ໃນຫຼາຍປະເທດທົ່ວໂລກ, ສະນັ້ນກົມຄຸ້ມຄອງແຮງງານໄດ້ຊຸກຍູ້ໃຫ້ຫົວໜ່ວຍແຮງງານທັງໝົດພະຍາຍາມຮັກສາແຮງ ງານຂອງຕົນເອງໄວ້ເພື່ອເປັນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ,

ຄຽງຄູ່ກັນນີ້ແມ່ນຫ້າມເດັດຂາດບໍ່ໃຫ້ສວຍໂອກາດທີ່ເກີດການລະ ບາດຂອງພະຍາດໂຄວິດ-19 ເປັນການຍົກເລີກສັນຍາແຮງງານແບບຖາວອນເພື່ອຫຼີກຫຼ່ຽງການຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເພາະການໂຈະການຈ້າງງານຊົ່ວຄາວບໍ່ໄດ້ໝາຍຄວາມວ່າເປັນການຍົກເລີກການຈ້າງງານ ຫຼືໃຫ້ແຮງງານອອກວຽກແບບຖາວອນ,

ຖ້າຫົວໜ່ວຍແຮງງານໃດປະຕິບັດແມ່ນຜິດຕໍ່ ກົດໝາຍແຮງງານທີ່ກໍານົດໄວ, ຢ່າງໃດກໍ່ຕາມໃນກໍລະນີທີ່ຫົວໜ່ວຍແຮງງານໃດຕ້ອງການປັບປຸງຕໍາແໜ່ງງານ ຫຼືກົດລະ ບຽບພາຍໃນຂອງຕົນຄືນໃໝ່ເພື່ອໃຫ້ແທດເໝາະກັບສະພາບການທີ່ເກີດຕ້ອງໄດ້ປຶກສາຫາລື ແລະຕົກລົງກັນກັບແຮງງານຂອງຕົນເປັນແຕ່ລະບຸກຄົນຢ່າງລະອຽດຈະແຈ້ງຈິ່ງສາມາດຈັດຕັ້ງປະຕິບັດໄດ້.

ທ່ານ ພົງໄຊສັກ ອິນຖາລາດ, ຫົວໜ້າກົມຄຸ້ມຄອງແຮງງານໃຫ້ຮູ້ວ່າ ຈາກການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບໂດຍກົງຕໍ່ຫົວ ໜ່ວຍແຮງງານ ແລະຜູ້ອອກແຮງງານລາວໜັກໜ່ວງສົມຄວນເພາະຕ້ອງໄດ້ໂຈະກິດຈະການຊົ່ວຄາວໃນໄລຍະເດືອນເມສາ-ຕົ້ນເດືອນພຶດ ສະພາ 2020 ເຮັດໃຫ້ກະທົບເຖິງການຈ້າງງານ ແລະ ເຮັດໃຫ້ກຳມະກອນກໍ່ຄືຜູ້ອອກແຮງ ງານບໍ່ມີວຽກເຮັດ ແລະຂາດລາຍໄດ້,ປະຈຸບັນກົມຄຸ້ມຄອງແຮງງານຍັງບໍ່ສາມາດເກັບກໍາຂໍ້ມູນໄດ້ຢ່າງລະອຽດເທື່ອ ກ່ຽວ ກັບຈຳນວນຫົວໜ່ວຍແຮງງານ ແລະຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບໃນທົ່ວປະເທດ, ສ່ວນການຊ່ວຍເຫຼືອກຳມະກອນກໍ່ຄືຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ລັດຖະບານຍັງບໍ່ມີຂໍ້ຕົກລົງ ຫຼືແຈ້ງການໄດ້ອອກມາເທື່ອ.

ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະສະຫວັດດີການ ສັງຄົມຮຽກຮ້ອງມາຍັງຫົວໜ່ວຍແຮງງານໃນທົ່ວປະເທດຢ່າສວຍໂອກາດທີ່ເກີດການລະບາດຂອງພະຍາດໂຄວິດ- 19 ເປັນການຍົກເລີກສັນຍາແຮງງານແບບຖາວອນເພື່ອຫຼີກຫຼ່ຽງການຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເພາະເປັນການຜິດຕໍ່ກົດໝາຍແຮງງານທີ່ລັດຖະບານວາງອອກ.