ຂ່າວພາຍໃນ
ໂຈະການຮຽນຂອງຊັ້ນອະນຸບານ ແລະ ປະຖົມ ທົ່ວແຂວງບໍ່ແກ້ວ ຈົນຮອດ 1 ກຸມພາ 2021

ແຈ້ງການ ເລື່ອງ: ການເລື່ອນເວລາເຂົ້າຮຽນຂອງຊັ້ນອະນຸບານ ແລະ ປະຖົມ ທົ່ວແຂວງບໍ່ແກ້ວ. 22 ມັງກອນ 2021

ຂ່າວດ່ວນ! ຄະນະສະເພາະກິດ ຢືນຢັນ ຜູ່ຕິດເຊື້ອໃໝ່ 2 ຄົນ ກົດຊົມຄລິບການຖະແຫຼງຂ່າວ.
ກໍລະນີທີ່ 42: ເປັນເພດຍິງ ອາຍຸ 33 ປີ ຈາກແຂວງຈໍາປາສັກ ກັບມາຈາກປະເທດໄທ
ກໍລະນີທີ່ 43: ເປັນເພດຊາຍ ສັນຊາດຈີນ ເຂົ້າມາຈາກໄທ ຂ້າມມາແຂວງບໍ່ແກ້ວ ສປປ ລາວ
ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນ. ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ໃຫ້ຮູ້ໃນວັນທີ 22 ມັງກອນ 2021 ນີ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນ ທີ່ເດີນທາງມາແຕ່ປະເທດໄທ, ຕົວເລກສະສົມທັງໝົດ 43 ຄົນ, ປິ່ນປົວຫາຍດີແລ້ວ 41 ຄົນ.
ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ແຈ້ງໃຫ້ຮູ້ວ່າ: ວັນທີ 21 ມັງກອນ ຄະນະສະເພາະກິດໄດ້ ກວດພົບຜູ້ຕິດຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ກໍລະນີ ຄື:
ກໍລະນີທີ 42 ເປັນເພດຍິງ ອາຍຸ 33 ປີ, ສັນຊາດລາວ, ອາຊີບ ກໍາມະກອນ; ປະຫວັດການເດີນທາງ:
ເດືອນກໍລະກົດ 2020 ໄປເຮັດວຽກຢູ່ ນະຄອນຫລວງບາງກອກ ປະເທດໄທ, ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບ່ອນເຮັດວຽກໄດ້ປິດກິດຈະການລົງ,
ວັນທີ 18 ມັງກອນ ເດີນທາງກັບຄືນປະເທດ ຈາກນະຄອນຫລວງບາງກອກ ຜ່ານຈັງຫວັດ ສີສະເກດ, ຮອດຈັງຫວັດອຸບົນ ວັນທີ 19 ມັງ ກອນ.
ຈາກນັ້ນ, ເຊົ່າເໝົາລົດຕູ້ຜ່ານດ່ານຊ່ອງເມັກ ແຂວງຈໍາປາສັກ ຮ່ວມເດີນທາງມານໍາກັນ 8 ຄົນ ແລະ ຖືກຈໍາກັດບໍລິເວນຢູ່ສູນຫລັກ 21 ເມືອງ ປະທຸມພອນ ແຂວງຈໍາສັກ ແລະ ໄດ້ເກັບຕົວຢ່າງມາກວດ
ເຖິງວັນທີ 20 ມັງກອນ ໄດ້ຮັບຜົນກວດ ຈາກຫ້ອງວິເຄາະແຂວງຈໍາປາສັກ ວ່າເປັນຜົນບວກ, ແຕ່ເພື່ອຄວາມແນ່ນອນ ໄດ້ສົ່ງຕົວຢ່າງມາກວດ ຢູ່ນະຄອນຫລວງວຽງຈັນອີກ ແລະ ພົບວ່າມີຜົນບວກເປັນກໍລະນີທີ 42.
ປັດຈຸບັນໄດ້ແຍກປ່ຽວປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີອາການຜິດປົກກະຕິ ຫລື ເປັນໄຂ້ແຕ່ຢ່າງໃດ.
ຂະນະດຽວກັນ ຄະນະສະເພາະກິດຂອງແຂວງຈໍາປາສັກ ໄດ້ຕິດຕາມຫາຜູ້ໃກ້ຊິດ ທັງໝົດ 40 ຄົນ ມາກວດຫາເຊື້ອພະຍາດ ແຕ່ບໍ່ພົບຜູ້ຕິດເຊື້ອແຕ່ຢ່າງໃດ.
ສຳລັບກໍລະນີທີ 43 ເປັນເພດຊາຍ ອາຍຸ 29 ປີ ເປັນສັນຊາດຈີນ, ປະຫວັດການເດີນທາງແມ່ນ
ວັນທີ 18 ມັງກອນ 2021 ເດີນທາງມາຈາກ ເມືອງແມ່ສາຍ, ຈັງຫວັດຊຽງລາຍ ປະເທດໄທ, ຂີ່ເຮືອເຂົ້າເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໂດຍບໍ່ຜ່ານດ່ານ
ຈາກນັ້ນເຂົ້າພັກຢູ່ໂຮງແຮມສີສວນ 1 ຄືນ ແລ້ວເໝົາລົດຈາກແຂວງບໍ່ແກ້ວ ເດີນທາງໄປແຂວງຫລວງນໍ້າທາ ເຂົ້າພັກຢູ່ເຮືອນພັກກົງເອີ ເມືອງ ຫລວງນໍ້າທາ ແຂວງຫລວງນໍ້າທາ,
ວັນທີ 19 ມັງກອນ ໄດ້ເກັບຕົວຢ່າງມາກວດຢູ່ໂຮງໝໍແຂວງ ຫລວງນໍ້າທາ ແຕ່ຜົນກວດບໍ່ຊັດເຈນ ຈຶ່ງສົ່ງຜົນກວດມາກວດຢູ່ສູນວິເຄາະ ແລະ ລະບາດວິ ທະຍາ ນະຄອນຫລວງວຽງຈັນ,
ວັນທີ 21 ມັງກອນ ຈຶ່ງຢັ້ງຢືນຜົນກວດເປັນບວກ.
ປັດຈຸບັນໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ແລະ ຕິດຕາມປິ່ນປົວຢູ່ໂຮງໝໍແລ້ວ. ນັບແຕ່ເດີນທາງເຂົ້າມາ ສປປ ລາວ ມີຜູ້ໃກ້ຊິດທັງໝົດ 37 ຄົນ, ແຕ່ລະຄົນໄດ້ເກັບຕົວຢ່າງມາກວດ ແຕ່ບໍ່ພົບເຊື້ອ ແລະ ຖືກຈໍາກັດບໍລິເວນຢູ່ສູນໝົດທຸກຄົນແລ້ວ.
ແຫລ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ