ໂຈນລັກລົດໃຈດີກັບມາຫາເຈົ້າຂອງລົດຄືນ ເພາະມີເດັກນ້ອຍຢູ່ໃນລົດພ້ອມຕັກເຕືອນຜູ້ເປັນແມ່ຖ້າປ່ອຍລູກໄວ້ໃນລົດອີກຈະແຈ້ງຕຳຫຼວດມາຈັບ.

ແປກແຕ່ແມ່ນເລື່ອງແທ້ ໂຈນລັກລົດກັບມາຫາເຈົ້າຂອງ ຫຼັງຈາກເຫັນເດັກນ້ອຍ 4 ປີ ຢູ່ເບາະຫຼັງ ຍ້ອນຜູ້ເປັນແມ່ປ່ອຍໃຫ້ລູກຖ້າຄົນດຽວ ແລ້ວລົງໄປຊື້ເຄື່ອງ.

ພາບປະກອບ

ນິວຢອກໂພສ ລາຍງານວ່າ: ເຫດການນີ້ ເກີດຂື້ນທີ່ຮ້ານຂາຍເຄື່ອງໃນ Beaverton, Oregon, ສ.ອາເມລິກາ ເມື່ອວັນທີ່ 16 ມັງກອນ 2021 ທີ່ຜ່ານມາ, ເຫດເກີດຈາກແມ່ຂອງເດັກນ້ອຍຜູ້ໜຶ່ງ ໄດ້ປ່ອຍໃຫ້ລູກຖ້າຢູ່ໃນລົດພຽງຄົນດຽວ ແລ້ວແລ່ນລົງໄປຊື້ເຄື່ອງໃນຮ້ານຄ້າ ທັງທີ່ຍັງສຽບກະແຈປະໄວ້ໃນລົດ. ເຖິງແມ່ນວ່າລົດຈະຈອດຢູ່ໃກ້ກັບຮ້ານຄ້າ ແຕ່ລາວກໍເຮັດຜິດພາດຢ່າງໃຫຍ່ ໃນເວລານັ້ນ ໂຈນໄດ້ຜ່ານມາແລ້ວເຫັນຈັງຫວະຈຶ່ງສວາຍໂອກາດໂດດຂື້ນລົດແລ້ວຂັບອອກໄປຢ່າງວ່ອງໄວ ພ້ອມກັບເດັກນ້ອຍທີ່ຢູ່ຫຼັງລົດ.

ພາບປະກອບ

ພະນັກງານໃນຮ້ານຄ້າທີ່ເຫັນເຫດການເລົ່າວ່າ: ແມ່ຂອງເດັກນ້ອຍລົງມາຊື້ເຄື່ອງບໍ່ຮອດນາທີ ໂຈນກໍໄດ້ລັກຂັບລົດລາວອອກໄປ ແຕ່ຫຼັງຈາກນັ້ນໂຈນກໍ່ກັບມາຄືນ ເພື່ອມາສົ່ງເດັກນ້ອຍ ພ້ອມທັງສັ່ງສອນຜູ້ເປັນແມ່ວ່າ ຖ້າເທື່ອໜ້າປ່ອຍລູກໄວ້ໃນລົດອີກ ຈະແຈ້ງຕຳຫຼວດມາຈັບ ຈາກນັ້ນ ໂຈນກໍ່ຂັບລົດຂອງລາວອອກໄປ.

ແມ່ຂອງເດັກນ້ອຍກ່າວວ່າ: ”ຂ້ອຍຮູ້ສຶກຜິດ ແລະ ຂອບໃຈສຳລັບນໍ້າໃຈຂອງໂຈນ ທີ່ເອົາລູກມາສົ່ງ” ພ້ອມກັບບອກເຕີ່ມວ່າ ”ສົມຄວນແລ້ວທີ່ໂຈນເຮັດແບບນັ້ນ”

ພາບປະກອບ

ນີ້ອາດແມ່ນເປັນບົດຮຽນສຳລັບຜູ້ເປັນແມ່ ຫຼື ຫຼາຍໆຄົນທີ່ມີເດັກນ້ອຍຂື້ນລົດນຳ ຫ້າມເດັດຂາດ ປ່ອຍໃຫ້ເດັກນ້ອຍຢູ່ໃນລົດຄົນດຽວ ເພາະເຈົ້າອາດຈະເຈີກັບເຫດການນີ້ແບບນີ້ ບາງຄັ້ງອາດເກີດເຫດລົດລ໋ອກເອງອັດຕະໂນມັດ ສົ່ງຜົນໃຫ້ເດັກນ້ອຍເກີດອັນຕະລາຍໄດ້.

ທີ່ມາ: Laopost.com