Happy Balloon ທີ່ກຳລັງເປັນທີ່ນິຍົມໃນກຸ່ມໄວລຸ້ນ ອັນຕະລາຍກວ່າທີ່ຄິດ.

ທ່ານ ຮສ ດຣ ສຸທັດ ຣຸ້ງເຣື່ອງຫິຣັນຍາ ຈາກ ມະຫາວິທະຍາໄລ ສີນັກຄະລິນວິໂລດ ປະເທດໄທ ກ່າວວ່າ ປຸມເປົ້າແຫ່ງຄວາມສຸກ ຫຼື ນິຍົມເອີ້ນ Happy Balloon ໃນປຸມເປົ້າຈະອັດແກັດທີ່ມີຊື່ວ່າ ແກັດ Nitrous oxide ເຊິ່ງເປັນແກັດຢາຊາທີ່ຖືກໃຊ້ແທນຢາສະຫຼົບສະໄໝກ່ອນ (ໃນສະໄໝຢາສະຫຼົບຍັງບໍ່ທັນຖືກພັດທະນາ) ເພາະປະສິດທິພາບຂອງມັນຈະໝົດໄປພາຍໃນ 5 ນາທີ.

ເຊິ່ງປະຈຸບັນ ໄດ້ມີຄົນກຸ່ມໜຶ່ງໄດ້ນຳເອົາແກັດຊະນິດນີ້ກັບມາໃຊ້ໃນທາງທີ່ຜິດຕໍ່ຮ່າງກາຍ ເພາະການສູບດົມຕໍ່ເນື່ອງໃນປະລິມານຫຼາຍເກີນໄປ ສາມາດສົ່ງຜົນເສຍຕໍ່ຮ່າງກາຍ ບາງເທື່ອສາມາດເຮັດໃຫ້ເສຍຊີວິດໄດ້. ເຊິ່ງຜົນເສຍ ຂອງ ປຸມເປົ້າແຫ່ງຄວາມສຸກ ຫຼື Happy Balloon ມີດັ່ງນີ້:

ເຮັດໃຫ້ສະໝອງຂາດອົກຊີແຊນ ໃນໄລຍະທີ່ສູບດົມ.

ກ້າມເນື້ອຫົວໃຈຂາດອົກຊີແຊນ ບາງຄັ້ງອາດເຮັດໃຫ້ກ້າມເນື້ອຫົວໃຈຕາຍ ຫຼື ຫົວໃຈຂາດເລືອດ ສົ່ງຜົນເຮັດໃຫ້ເປັນໂລກຫົວໃຈວາຍກະທັນຫັນ

ເຮັດໃຫ້ປະສາດຫ່ອນໃນຕອນສູບດົມ ເຊິ່ງນຳໄປສູ່ເກີດອຸປະຕິເຫດ

ບໍ່ພຽງແຕ່ທຳລາຍຮ່າງກາຍມະນຸດເທົ່ານັ້ນ ແຕ່ແກັດ Nitrous oxide ຍັງທຳລາຍສິ່ງແວວລ້ອມ ອີດ້ວຍ ເພາະແກັດນີ້ມີຜິດຕໍ່ຊັ້ນບັນຍາກາດ ເຮັດໃຫ້ຊັນບັນຍາກາດບາງລົງ.

ປັດຈຸບັນ, ປຸມເປົ້າແຫ່ງຄວາມສຸກ ຫຼື Happy Balloon ເປັນທີ່ນິຍົມໃນກຸ່ມໄວລຸ້ນ ການສູບດົມເພື່ອຄວາມບັນເທິງ ໃນເວລາກິນດື່ມ.

ຂ່າວ: Laopost.com