ກອງທຶນຫລຸດຜ່ອນຄວາມທຸກຍາກ ຈະໄດ້ສຸມໃສ່ແກ້ໄຂຄວາມທຸກຍາກ ໃນລະດັບຄອບຄົວ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ກອງທຶນຫລຸດຜ່ອນຄວາມທຸກຍາກ ຈະໄດ້ສຸມໃສ່ແກ້ໄຂຄວາມທຸກຍາກ ໃນລະດັບຄອບຄົວ

Published

on

ໃນໄລຍະ 16 ປີຜ່ານມາ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ລົງທຶນໃສ່ ການກໍ່ສ້າງພື້ນຖານ ໂຄງລ່າງເປັນສ່ວນຫລາຍ ຊຶ່ງເປັນການແກ້ໄຂ ຄວາມທຸກຍາກໃນລະດັບບ້ານ ເຖິງແນວໃດກໍດີ ໃນຕໍ່ໜ້າ ທລຍ ຈະສືບຕໍ່ສຸມໃສ່ການແກ້ໄຂ ຄວາມທຸກຍາກໃນລະດັບຄອບຄົວ ນັບແຕ່ໄລຍະປີ (2020-2024), ຫລັງຈາກທີ່ລັດຖະບານ ໄດ້ຮັບທຶນກູ້ຢືມເພີ່ມຕື່ມ ຈໍານວນ 22,5 ລ້ານໂດລາສະຫະລັດ ຈາກທະນາຄານໂລກ ເພື່ອສຸມໃສ່ການ ຫລຸດຜ່ອນຄວາມທຸກຍາກ ແລະ ພາວະເຕ້ຍເກີນມາດຕະຖານ ຂອງເດັກ ຢູ່ 481 ບ້ານຂອງ 12 ເມືອງບູລິມະສິດ ໃນ 4 ແຂວງພາກເໜືອຄື: ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ.

ການທີ່ລັດຖະບານສຸມໃສ່ 4 ແຂວງດັ່ງກ່າວ ແມ່ນຍ້ອນມີຈຳນວນເດັກນ້ອຍ ທີ່ຢູ່ໃນພາວະເຕ້ຍເກີນ ມາດຕະຖານ ແລະ ຄວາມທຸກຍາກສູງ ໂດຍຈະໄດ້ສຸມໃສ່ການຊ່ວຍເຫລືອ ດ້ານໂພຊະນາການ ແກ່ແມ່ຍິງຖືພາ ແລະ ເດັກອ່ອນ, ລວມທັງກິດຈະກໍາ ການສ້າງລາຍຮັບຕ່າງໆ ໃຫ້ແກ່ກຸ່ມຜະລິດສະບຽງອາຫານຕ່າງໆ  ແລະ ພື້ນຖານໂຄງລ່າງຈໍານວນໜຶ່ງ ທີ່ຕິດພັນກັບກິດຈະກໍາ ປັບປຸງຊີວິດການເປັນຢູ່ ທີ່ນໍາໃຊ້ຮູບແບບ ໃນການຈັດຕັ້ງ ປະຕິບັດ ໂດຍຊຸມຊົນເປັນຜູ້ເຮັດເອງ ຊຶ່ງເປັນວິທີສ້າງວຽກເຮັດ ງານທຳໃຫ້ແກ່ຊາວບ້ານ, ເປັນການສ້າງ ຄວາມເຂັ້ມແຂງ ໃຫ້ແກ່ອົງການຈັດຕັ້ງບ້ານ ໃນດ້ານການຄຸ້ມຄອງບໍລິຫານງົບປະມານ, ການດຳເນີນການ ຈັດຊື້-ຈັດຈ້າງ ແລະ ກວດກາຕິດຕາມຄຸນນະພາບ ຂອງສິ່ງກໍ່ສ້າງ. ການດຳເນີນຮູບແບບດັ່ງກ່າວນີ້  ເປັນການ ແກ້ໄຂຄວາມທຸກຍາກໂດຍກົງ  ຊຸມຊົນຈະໄດ້ຮັບຄ່າຕອບແທນ ໃນເວລາມາອອກແຮງງານ ກໍ່ສ້າງໂຄງການຍ່ອຍ ຊຶ່ງລາຍຮັບດັ່ງກ່າວ ສາມາດໄປຊື້ອາຫານການກິນ ແລະ ໃຊ້ຈ່າຍອື່ນໆທີ່ຈຳເປັນ. ສິ່ງສຳຄັນກວ່ານັ້ນ ໄດ້ສ້າງຄວາມເປັນເຈົ້າ ການໃຫ້ແກ່ຊຸມຊົນ ໃນການປົກປັກຮັກສາ ສິ່ງກໍ່ສ້າງທີ່ລັດໄດ້ລົງທຶນ ໃຫ້ສາມາດນຳໃຊ້ ໄດ້ຍາວນານ ເພາະວ່າ: “ຊຸມຊົນມີຄວາມພາກພູມໃຈ ໃນສິ່ງທີ່ເຂົາເຈົ້າໄດ້ເຮັດເອງ”.

ນອກນັ້ນ ທລຍ ຍັງລົງທຶນສະໜັບສະໜູນ ກຸ່ມບົວລະບັດຮັກສາທາງ ເພື່ອເຮັດໃຫ້ແມ່ຍິງ ທີ່ທຸກຍາກ ພາຍໃນບ້ານ ເປົ້າໝາຍໄດ້ມີວຽກເຮັດງານທໍາ, ມີລາຍຮັບເຂົ້າຄອບຄົວ ພາຍຫລັງລະດູການເກັບກ່ຽວ ເພາະ ໜ້າວຽກຈະ ບໍ່ໜັກປານໃດ ເຊັ່ນ: ການຖາງປ່າແຄມທາງ, ອະນາໄມຮ່ອງນໍ້າຂ້າງທາງ, ທໍ່ລະບາຍນໍ້າ, ຖົມໜ້າທາງ ທີ່ເປັນຂຸມນ້ອຍ ແຕ່ຄວາມຈິງແລ້ວຜູ້ຍິງພຽງ ແຕ່ອອກຊື່ເປັນສະມາຊິກ ຂອງກຸ່ມ ແຕ່ເວລາໄປອອກ ແຮງງານແມ່ນຜູ້ຊາຍ ຫລື ຜົວຂອງເຂົາເຈົ້າເປັນຜູ້ເຮັດ ແລະ ຈະໄດ້ຮັບເງິນຕອບ ແທນແຮງງານ ປະມານ 200.000-250.000 ກີບຕໍ່ເດືອນ. ຖ້າເສັ້ນທາງມີຄວາມເສຍຫາຍຫລາຍ ແມ່ນມອບໃຫ້ບ້ານເປັນເຈົ້າການ ຫລື ຂະແໜງໂຍທາທິການ ແລະ ຂົນສົ່ງຂັ້ນເມືອງເປັນຜູ້ຮັບຜິດຊອບ.

   ຂ່າວ: ສົມຫວັງ ຂປລ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້