ດ່ວນ!!! ບໍ່ແກ້ວ ຢຶດຢາໄອໄດ້ 400 ກິໂລ
ພາຍຫລັງໄດ້ຮັບແຫລ່ງຂ່າວວ່າມີການຂົນສົ່ງຢາເສບຕິດເປັນຈຳນວນຫລາຍ ຊຶ່ງເວລາ 12 ໂມງ 50 ນາທີວັນທີ 14 ມັງກອນນີ້ ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ສົມທົບກັບ ປກສ ບໍລິການປະຊາຊົນກຸ່ມສີບຸນເຮືອງ ສະກັດຈັບຜູ້ຕ້ອງສົງໄສຄືທ້າວ ວາເລົາ ອາຍຸ 39 ປີ ປະຊາຊົນບ້ານນໍ້າສະໝອກ ເມືອງຫ້ວຍຊາຍຢູ່ເສັ້ນທາງລະ ຫວ່າງບ້ານໃຫຍ່ຕົ້ນເຜິ້ງຫາສີເມືອງງາມ.
ຂະນະກວດຄົ້ນລົດວີໂກສີປອນທອງ ປ້າຍທະບຽນ ກກ 0836 ບໍ່ແກ້ວ, ເຈົ້າໜ້າທີ່ ພົບຢາໄອ 12 ເປົາ ບັນຈຸ 400 ຫໍ່ ນໍ້າໜັກ 400 ກິໂລກຣາມພ້ອມດ້ວຍໂທລະສັບ 2 ໜ່ວຍ, ສາຍຄໍຄໍາ 1 ເສັ້ນ.
ຂະນະທີ່ປັດຈຸບັນເຈົ້າໜ້າທີ່ໄດ້ຢຶດຂອງກາງ ແລະ ສືບສວນສອບສວນເພື່ອຂະຫຍາຍຜົນຕໍ່ໄປ.
.
.
.
ຂ່າວປກສ ເມືອງຕົ້ນເຜິ້ງ