ປະກາດຫາພີ່ນ້ອງ ພໍ່ເຖົ້າຕ່ອງ ເດີນທາງມາແຕ່ຈຳປາສັກເພື່ອມາເບິ່ງລູກຢູ່ຫ້ອງໜໍ 150ຕຽງ(ລ່າສຸດພໍ່ຕູ້ເສຍຊີວິດແລ້ວ)

ປະກາດຫາພີ່ນ້ອງ ພໍ່ເຖົ້າຕ່ອງ ບ້ານດອນຂາວ ເມືອງໂຂງ ແຂວງຈຳປາສັກ ພໍ່ເຖົ້າ ເພີ່ນໄດ້ເດີນທາງມາແຕ່ບ້ານ   ຈຸດປະສົງ  ວ່າຈະໄປຫາລູກ ຢູ່ໂຮງໝໍ 150 ຕຽງ ແຕ່ເດີນທາງມາຮອດ ບ້ານວຽງຄຳ (ທາງແບ່ງຫຼັກ 20 ) ເມືອງປາກກະດິງ ແຂວງບໍລິຄຳໄຊ

ໄດ້ລົງລົດຍ້ອນ (ມີອາການ ບໍສະບາຍ) ຊາວບ້ານວຽງຄຳຈີ່ງໄດ້ນຳພໍ່ເຖົ້າໄປສຸກສາລາ ໄກ້ບ້ານ ແຕ່ພໍ່ເຖົ້າໄດ້ເສຍຊີວິດລົງແລ້ວ   

ຈີ່ງລົງປະກາດນີ້  ຊອກຫາພີ່ນ້ອງ ຫຼືລູກຫຼານ ໃຫ້ມາຮັບສົບ ໃຜທີ່ເຫັນປະກາດນີ້ຊ່ວຍແຊຣຕໍ່ແນ່ເດີ່ ຕິດຕໍ່ຕາມເບີໂທໃນຮູບພາບໄດ້ເດີ່ ວັນທີ 14/1/2021

.