7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ

Published

on

ໃນ 5 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາໃກ້ຊິດຂອງລັດຖະບານ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນເປັນຢ່າງດີຂອງປະຊາຊົນ ແລະ ຄູ່ຮ່ວມພັດທະນາ ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງແຫ່ງຊາດ 5 ປີ ຄັ້ງທີ VIII ມີຜົນສຳເລັດພົ້ນເດັ່ນຫລາຍດ້ານ. ເພື່ອເຮັດໃຫ້ການພັດທະ ນາປະເທດຊາດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ ຈຳເປັນຕ້ອງໄດ້ແກ້ໄຂ 7 ບັນຫາສຳຄັນຕົ້ນຕໍ.

ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງ ກອນ 2021 ນີ້ວ່າ: 7 ບັນຫາສຳຄັນຕົ້ນຕໍທີ່ຄວນເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າຄື:

1 ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຕາມທິດ 3 ສາມສ້າງ ເພື່ອຫລຸດຜ່ອນຄວາມແຕກໂຕນທາງດ້ານສັງຄົມ (ລະຫວ່າງຄົນຮັ່ງມີ ແລະ ຄົນທຸກ, ຕົວເມືອງ ແລະ ຊົນນະບົດ), ການເຂົ້າເຖິງການບໍລິການສາທາລະນະ (ສຶກສາ, ສາທາ) ຢູ່ເຂດຫ່າງໄກສອງຫລີກ.

2 ແກ້ໄຂຄວາມບອບບາງທາງດ້ານເສດຖະກິດ ເປັນຕົ້ນແມ່ນ: ການເຕີບໂຕສ່ວນໃຫຍ່ທີ່ເອື່ອຍອີງໃສ່ແຕ່ການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ທີ່ບໍ່ທັນມີປະສິດທີຜົນເທົ່າທີ່ຄວນ, ຄຸນນະພາບຂອງການເຕີບໂຕບໍ່ສູງ, ບໍ່ທັນສາມາດກະຈາຍລາຍໄດ້ຢ່າງທົ່ວເຖິງ, ຖານການຜະລິດບໍ່ທັນໜັກແໜ້ນ.

3 ແກ້ໄຂຄວາມບອບບາງທາງດ້ານການເງິນ, ແກ້ໄຂບັນຫາໜີ້ສິນສາທາລະນະ, ການເກັບລາຍຮັບບໍ່ຄົບຖ້ວນ ແລະ ການຮົ່ວໄຫລ ບໍ່ສົມຄູ່ກັບຄວາມສາມາດບົ່ມຊ້ອນ, ງົບປະມານບໍ່ພຽງພໍກັບຄວາມຈຳເປັນຂອງການພັດທະນາ (ສ່ວນຫລາຍແມ່ນສຸມໃສ່ການແກ້ໄຂໜີ້ສິນ).

4 ແກ້ໄຂຄວາມບອບບາງທາງດ້ານເງິນຕາ: ດ້ານການຄ້າເຫັນວ່າມີເກີນດຸນ, ແຕ່ດຸນການຊຳລະກັບຕ່າງປະເທດ (BOP) ມີທ່າອ່ຽງຫລຸດລົງ, ລາຄາສິນຄ້າມີທ່າອ່ຽງເພີ່ມສູງຂຶ້ນ (ເງິນເຟີ້) ແລະ ອັດຕາການແລກປ່ຽນມີການເໜັງຕີງໃນບາງໄລຍະ ພາໃຫ້ເກີດມີຕະຫລາດນອກລະບົບ.

5 ແກ້ໄຂຜົນກະທົບການລະບາດພະຍາດໂຄວິດ-19 ເປັນຕົ້ນ ບັນຫາແຮງງານ (ການຫວ່າງງານ), ການຟື້ນຟູທຸລະກິທີ່ໄດ້ຮັບຜົນກະທົບຈາກການລະບາດດັ່ງກ່າວ ໃຫ້ຄືນສູ່ສະພາບປົກກະຕິ.

6 ແກ້ໄຂການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ຫັນເຂົ້າສູ່ການຄຸ້ມຄອງດ້ວຍກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ ລວມທັງການປັບປຸງ ແລະ ສ້າງສະພາບແວດລ້ອມເອື້ອອຳນວຍໃຫ້ແກ່ການດຶງດູດການລົງທຶນ.

7 ສຸມໃສ່ແກ້ໄຂການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ມີຈຸດສຸມ, ສົ່ງເສີມວິຊາຊີບ ແລະ ການຫັນເປັນຊ່ຽວຊານ ຕິດພັນກັບການຫັນເປັນທັນສະໄໝໃນຍຸກ 4.0 ແລະ ວິຖີຊີວິດແບບໃໝ່ (New Normal).

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້