ຄ່າໄຟຟ້າເປັນບັນຫາລະດັບຊາດ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຄ່າໄຟຟ້າເປັນບັນຫາລະດັບຊາດ

Published

on

ການເພີ່ມຂຶ້ນຢ່າງໜ້າຕົກໃຈຂອງຄ່າກະແສໄຟຟ້າ ຢູ່ແຕ່ລະຄົວເຮືອນໃນໄລຍະເດືອນເມສາແລະ ພຶດສະພາ ນີ້ ໄດ້ກາຍເປັນບັນຫາທີ່ປະຊາຊົນກໍຄືສັງຄົມໄດ້ອອກມາວິພາກວິຈານ ໃນສື່ສັງຄົມອອນລາຍຢ່າງກວ້າງຂວາງ ແລະ ຖືວ່າເປັນບັນຫາໃຫຍ່ລະດັບຊາດກໍວ່າໄດ້, ຍ້ອນວ່າຄ່າກະແສໄຟຟ້າຂອງຫລາຍຄອບຄົວ ໄດ້ເພີ່ມຂຶ້ນແບບທະວີຄູນທົບເທົ່າກໍວ່າໄດ້, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ລາຍຈ່າຍຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນຜູ້ທີ່ຫາເຊົ້າກິນຄໍ່າ ກໍຄື ຜູ້ທີ່ມີລາຍຮັບຕໍ່າ.

ຂະນະດຽວກັນການເພີ່ມຂຶ້ນຂອງຄ່າໄຟຟ້າແບບຜິດປົກກະຕິນີ້ ມັນໄດ້ສວນທາງກັບຄໍາສັ່ງຂອງນາຍົກລັດຖະມົນຕີ ທີ່ມອບໝາຍໃຫ້ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ເລັ່ງຄົ້ນຄວ້ານະໂຍບາຍຫລຸດຄ່າໄຟຟ້າ ໃຫ້ປະຊາຊົນເພື່ອຫລຸດຜ່ອນຜົນກະທົບ ໃນໄລຍະທີ່ມີການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລາໂລກສາຍພັນ ໃໝ່ COVID-19. ແນ່ນອນ, ບັນຫານີ້ເມື່ອໄດ້ເກີດຂຶ້ນແລ້ວ ກໍແກ້ໄຂຄືນບໍ່ໄດ້ເໝືອນດັ່ງເຄີຍເກີດຂຶ້ນຜ່ານມາແລ້ວ, ແຕ່ສິ່ງທີ່ຫລາຍຄົນໃຫ້ຄວາມສົນໃຈ ແລະ ຕັ້ງຄຳຖາມກັນຫລາຍນັ້ນ ກໍຄືວ່າເປັນຫຍັງເຫດການແບບນີ້ຈຶ່ງມັກເກີດຂຶ້ນເລື່ອຍໆ, ມັນເກີດຂຶ້ນຈາກຈຸດໃດ ແລະ ຈະມີວິທີແກ້ໄຂແນວໃດ?

ແນວໃດກໍຕາມ, ນັບແຕ່ມີກະແສວິຈານ ຈາກສັງຄົມຢ່າງກວ້າງຂວາງ ກໍມີຜູ້ຮັບຜິດຊອບລະດັບຕ່າງໆ ຂອງລັດວິສາຫະກິດໄຟຟ້າລາວໄດ້ອອກມາຊີ້ແຈງຕໍ່ສັງຄົມຜ່ານສື່ຕ່າງໆ ກ່ຽວກັບການຄິດໄລຄ່າກະ ແສໄຟຟ້າທີ່ໄດ້ມີການປັບປຸງໃໝ່ ຕາມຄໍາສັ່ງຂອງລັດຖະບານ ເພື່ອໃຫ້ປະຊາຊົນກໍຄືສັງຄົມ ມີຄວາມເຂົ້າ ໃຈແຈ້ງຕື່ມຕໍ່ບັນຫາດັ່ງກ່າວ ແລະ ເມື່ອບໍ່ດົນມານີ້, ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ກໍໄດ້ໃຫ້ສໍາພາດກັບໂທລະພາບແຫ່ງຊາດ ເພື່ອຢໍ້າຄືນກ່ຽວກັບພາລະບົດບາດ ແລະການດໍາເນີນທຸລະກິດຂອງໄຟຟ້າລາວ ລວມເຖິງຊີ້ແຈງໃນບັນຫາຄ່າໄຟຟ້າຂອງຫລາຍຄົວເຮືອນທີ່ສູງຂຶ້ນໃນໄລຍະນີ້ໂດຍໄດ້ຢັ້ງຢືນວ່າ: ໄຟຟ້າລາວ ບໍ່ໄດ້ມີເຈດຕະນາຕົ້ມຕຸນ ຫລື ຕົວະປະຊາຊົນ, ຖ້າຫາກປະ ຊາຊົນມີຂໍ້ສົງໃສ ຫລື ກວດພົບວ່າການບັນທຶກຕົວເລກໝໍ້ນັບໄຟຜິດພາດກໍສາມາດສະເໜີຫາລັດວິສາຫະກິດໄຟຟ້າເພື່ອໃຫ້ໄປກວດກາຄືນໄດ້, ຊຶ່ງທາງໄຟຟ້າລາວ ໄດ້ແຕ່ງຕັ້ງຄະນະຮັບພິຊອບບັນຫາດັ່ງກ່າວຢູ່ທຸກສາຂາໃນທົ່ວປະເທດແລ້ວ.

ທ່ານອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ຕື່ມວ່າ: ໜ້າທີ່ຂອງໄຟຟ້າລາວແມ່ນປະຕິ ບັດແນວທາງນະໂຍບາຍຂອງພັກ-ລັດ ເພື່ອພັດທະນາ ແລະ ຂະຫຍາຍຕາໜ່າງໄຟຟ້າໄປສູ່ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ ແລະ ໃນຂະນະດຽວກັນກໍຕ້ອງດໍາເນີນທຸລະກິດໃຫ້ມີຜົນກໍາໄລອີກດ້ວຍ. ແນວໃດກໍດີ ຜ່ານການເກັບກໍາສະຖິຕິຂໍ້ມູນຂອງລັດວິສາຫະກິດໄຟຟ້າລາວເຫັນວ່າ ໃນໄລ ຍະເດືອນເມສາ, ພຶດສະພາ ແລະ ມິຖຸນາ ຂອງທຸກໆປີ ແມ່ນຈະມີການຊົມໃຊ້ພະລັງງານຂອງຄົວເຮືອນເພີ່ມຂຶ້ນ, ເຊິ່ງອາດຈະມີສາເຫດມາຈາກເປັນເດືອນທີ່ມີອາກາດຮ້ອນເອົ້າທີ່ສຸດຂອງປີ, ເຮັດໃຫ້ພວກເຮົາຕ້ອງໄດ້ເປີດພັດລົມ, ແອເຢັນ ແລະ ຕູ້ເຢັນ, ເຊິ່ງເຄື່ອງໃຊ້ໄຟຟ້າດັ່ງກ່າວຕ້ອງເຮັດວຽກໜັກຂຶ້ນປະກອບກັບໃນເດືອນເມສາ ກໍແມ່ນໃນໄລຍະປີໃໝ່ລາວ ເຮັດໃຫ້ຫລາຍຄົວເຮືອນແມ່ນນໍາໃຊ້ໄຟຟ້າເພີ່ມຂຶ້ນ, ພິ ເສດໃນປີນີ້ ພວກເຮົາຖືກໄລຍະຂອງການກັກໂຕຢູ່ເຮືອນ ເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19, ເຊິ່ງເປັນສາເຫດໃຫ້ຊົມໃຊ້ໄຟຟ້າສູງຂຶ້ນ ແລະ ຄ່າໄຟຟ້າກໍສູງຂຶ້ນເຊັ່ນກັນ. ແນວໃດກໍຕາມ, ຕໍ່ບັນຫາຄ່າກະແສໄຟຟ້າສູງແບບຜິດປົກກະຕິນີ້, ສັງຄົມກໍໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຄວນມີການກວດກາກັນໃຫ້ລະອຽດເພື່ອໃຫ້ຮູ້ວ່າມັນເປັນຍ້ອນສາເຫດອັນໃດແທ້ ເພື່ອຈະໄດ້ແກ້ແບບຖືກຈຸດ, ຖືກບ່ອນ, ຖ້າເປັນນໍາລະບົບກໍຕ້ອງແກ້ໄຂລະບົບ ຫລື ຖ້າເປັນຍ້ອນຄົນກໍຕ້ອງໄດ້ແກ້ໄຂຄົນ ເພື່ອບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ ຂປລ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້