ຕາແພງ ຄາດຊິແມ່ນມັນກໍ່ແມ່ນ! ພໍ່ເຖົ້າໄວ 70 ຫອບຄ່າດອງ 2ແສນບາດມາສູ່ຂໍແມ່ເຖົ້າ ອາດີດຄົນຮັກເກົ່າ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຕາແພງ ຄາດຊິແມ່ນມັນກໍ່ແມ່ນ! ພໍ່ເຖົ້າໄວ 70 ຫອບຄ່າດອງ 2ແສນບາດມາສູ່ຂໍແມ່ເຖົ້າ ອາດີດຄົນຮັກເກົ່າ

Published

on

ຕາແພງ ຄາດຊິແມ່ນມັນກໍ່ແມ່ນ! ພໍ່ເຖົ້າໄວ 70 ຫອບຄ່າດອງ 2ແສນບາດມາສູ່ຂໍແມ່ເຖົ້າ ອາດີດຄົນຮັກເກົ່າ ຫຼັງຈາກກັນມາເກືອບ 60ປີສະບາຍດີແຟນເພຈທີ່ໜ້າຮັກ ມື້ນີ້ ເພຈສຶກສາ-ໄອທີ ຂໍນໍາສະເໜີເລື່ອງລາວຄວາມຮັກສຸດໜ້າຮັກ ທີ່ຈະມາສ້າງຮອຍຍິ້ມ ຂະນະດຽວກັນກໍ່ຊວນນໍ້າຕາຊືມໄປນໍາອີກໜຶ່ງເລື່ອງທີ່ເກີດຂຶ້ນໃນສັງຄົມໄທ.

ເລື່ອງລາວທີ່ແອັດກ່າວມາຂ້າງເທິງເປັນເລື່ອງການສູ່ຂໍເຈົ້າສາວເພື່ອແຕ່ງງານທີ່ສຸດແສນຫວານ ແລະ ໂຣແມນຕິກຫຼາຍທີ່ສຸດອີກໜຶ່ງຄູ່ ຈົນເຮັດໃຫ້ຊາວເນັດແຫ່ແຊອອກໄປເປັນຈໍານວນຫຼາຍ ໂດຍເຟສບຸກຊື່ ຄໍາ ນາຕະວັນ ໄດ້ນໍາພາບການແຕ່ງງານຂອງຄູ່ບ່າວສາວຄູ່ໜຶ່ງພ້ອມເລົ່າເລື່ອງລາວວ່າ: ຮັກແທ້ມີຢູ່ຈິງ ໜຸ່ມໃຫຍ່ໄວ 78ປີ ຫອບຄ່າດອງ 200.000ບາດມາສູ່ຂໍຄົນຮັກເກົ່າ

ຫຼັງລາຈາກ ພັດພາກກັນໄປດົນເຖິງ 60ປີ ຂໍໃຫ້ມີຄວາມສຸກເດີ້ພໍ່ຕູ້ແມ່ຕູ້.ທັ້ງນີ້ ຫຼັງພາບ ແລະ ເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກໄປກໍ່ເຮັດໃຫ້ຊາວເນັດເຂົ້າມາຄອມເມັ້ນສະແດງຄວາມຍິນດີ ແລະ ອວຍພອນຄວາມຮັກຂອງສອງຕູ້ນີ້. ຖືໄດ້ວ່າເປັນເລື່ອງລາວດີໆອີກຢ່າງທີ່ເກີດຂຶ້ນໃນສັງຄົມ ພ້ອມສ້າງຮອຍຍິ້ມ ມອບຄວາມສຸກໃຫ້ກັບຜູ້ພົບເຫັນ.

ຂໍ້ມູນຈາກ: phurlenlen

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້