ຈຳປາສັກເຮັດແທ້ ຢຶດຊີ້ນ ແລະ ເຮັດບົດບັນທຶກກັບແມ່ຄ້າ ທີ່ຂາຍຊີ້ນໝູເກີນລາຄາ

ອີງຕາມການເປີດເຜີຍຂໍ້ມູນຂອງທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໃຫ້ຮູ້ວ່າ:

ໃນວັນທີ 5 ມັງກອນ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ລົງເຄື່ອນໄຫວກວດກາການຊື້-ຂາຍຊິ້ນໝູ ຢູ່ຕະຫຼາດໃໝ່ປາກເຊ ນະຄອນປາກເຊ ແລະ ໄດ້ກວດພົບຜູ້ທີ່ຂາຍຊີ້ນໝູ 50.000 ກີບ/ກິໂລກຼາມ 1 ຮ້ານ ເຊິ່ງເກີນກ່ວາລາຄາທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງກຳນົດໄວ້

ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ກັກຢຶດຊີ້ນໝູ ພ້ອມທັງສ້າງບົດບັນທຶກ, ສຶກສາອົບຮົມຜູ້ລະເມີດຕາມລະລຽບການ.

ສຳລັບຊີ້ນໝູທີ່ກຳນົດໄວ້ແມ່ນ 40.000-45.000 ກີບ/ກິໂລກຼາມ

ແລະ ຫາກພົບເຫັນການຂາຍເກີນລາຄາ ທ່ານ ສາມາດໂທແຈ້ງເຈົ້າໜ້າທີ່ກວດກາການຄ້າໄດ້ ທີ່ໝາຍເລກໂທລະສັບ 020 2226 6966, 020 5873 5555.

ຂໍ້ມູນ: ໜັງສືພິມຈຳປາໃໝ່