ກົດໝາຍການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ

ສະບາຍດີເພື່ອຜູ້ອ່ານທຸກຄົນ ໃນຄໍລຳ ກົດໝາຍ ມື້ນີ້ຜູ້ຂຽນຈະມາຂຽນກ່ຽວກັບ “ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ” ໂດຍຈະຍົກຕົວຢ່າງເລື່ອງລາວທີ່ເກີດຂຶ້ນຈິງໃນສັງຄົມປັດຈຸບັນທີ່ພວກເຮົາເຫັນໄດ້ທົ່ວໄປ ເຊິ່ງເລື່ອງມີຢູ່ວ່າ

ທ້າວ ສອນ (ນາມສົມມຸດ) ໄດ້ແຕ່ງງານກັບນາງ ສຸກ (ນາມສົມມຸດ) ເປັນເວລາ 3 ປີ ແລະ ພວກເຂົາກໍ່ໄດ້ມີລູກຊາຍນຳກັນ 1 ຄົນ ຕໍ່ມາທ້າວ ສອນ (ຜູ້ເປັນຜົວ) ໄດ້ໄປຮຽນຍົກລະດັບທີ່ຕ່າງປະເທດເປັນເວລາ 1 ປີ ແລະ ໃນລະຫວ່າງການຮຽນທີ່ຕ່າງປະເທດນັ້ນ, ທ້າວ ສອນໄດ້ມອບໝາຍໃຫ້ຍາດພີ່ນ້ອງ ແລະ ເພື່ອນຄົນສະໜິດຄອຍສອດສ່ອງເບິ່ງແຍງຄອບຄົວແທນຕົວເອງ ຫຼັງຈາກນັ້ນເຂົາກໍ່ໄດ້ຮັບຮູ້ວ່າໃນລະທີ່ຕົນຮຽນຢູ່ຕ່າງເທດ ຜູ້ເປັນເມຍໄດ້ຫຼິ້ນບ່າວ ໂດຍຍາດພີ່ນ້ອງໄດ້ເຮັດການຕິດຕາມ ພ້ອມສົ່ງຫຼັກຖານໃຫ້ທ້າວ ສອນຮູ້ຢ່າງເປັນໄລຍະ ຫຼັງຈາກທີ່ທ້າວ ສອນ ຮຽນຈົບກັບມາ ດ້ວຍຄວາມບໍ່ເຊື່ອໃຈກໍ່ໄດ້ເຮັດການສືບຕິດຕາມພຶດຕິກຳຂອງຜູ້ເປັນເມຍຈົນແນ່ໃຈວ່າເມຍຫຼິ້ນບ່າວຢ່າງທີ່ມີຄົນລາຍງານໃຫ້ຕົນຮູ້ແທ້, ມີວັນໜຶ່ງພວກເຂົາໄດ້ມີປາກສຽງຜິດໃຈກັນ ທ້າວ ສອນ ເພື່ອຫຼີກລ່ຽງການລົງມືຕົບຕີ ທ້າວ ສອນຈິ່ງໄດ້ຕັດສິນໃຈເກັບເຄື່ອງອອກຈາກເຮືອນມາພັກຜ່ອນຢູ່ເຮືອນຂອງພໍ່ແມ່ ຜ່ານໄປໜຶ່ງອາທິດທ້າວ ສອນ ກໍ່ໄດ້ກັບເມືອເຮືອນ ຍ້ອນຄິດຮອດລູກ ແຕ່ຜູ້ເປັນເມຍບໍ່ຍອມຮັບ ແລະ ເອີ່ຍຄຳຂໍຢ່າ ແຕ່ຜູ້ເປັນເມຍບອກຈະເອົາຊັບສິນສົມສ້າງທັງໝົດພ້ອມກັບລູກໃຫ້ທ້າວ ສອນ ຜູ້ເປັນຜົວໄປແຕ່ຕົວ ທ້າວ ສອນ ຈິ່ງໄປຂໍຄຳປຶກສາກັບເພື່ອນຜູ້ຮູ້ກົດໝາຍເພື່ອນເຮັດການຮ້ອງຟ້ອງ ເຊິ່ງມີ 3 ຫົວຂໍ້ທີ່ທ້າວ ສອນ ຕ້ອງການຟ້ອງເມຍຄື:

  1. ຟ້ອງປະເມຍຍ້ອນເມຍເຮັດຜິດໄປຫຼິ້ນຊູ້
  2. ຕ້ອງການໄດ້ລູກມາຢູ່ໃນການດູແລຂອງຕົນເອງຝ່າຍດຽວ
  3. ວ່າດ້ວຍຊັບສິນສົມສ້າງ

ໃນກໍລະນີຂອງທ້າວ ສອນ ແລະ ເມຍ ທັງ 3 ຂໍ້ທີ່ທ້າວ ສອນ ຕ້ອງການຟ້ອງເມຍ ທາງດ້ານກົດໝາຍໄດ້ລະບຸໄວ້ຢ່າງຊັດເຈນໃນ ກົດໝາຍ ວ່າດ້ວຍຄອບຄົວ (ສະບັບປັບປຸງໃໝ່) ໃນພາກທີ 4  ຊັບສົມບັດຂອງຄູ່ຜົວເມຍ, ໃນມາດຕາທີ 20, ມາດຕາ 28 ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ແລະ ມາດຕາທີ 23 ການຮັກສາ ແລະ ລ້ຽງດູລູກ ເຊິ່ງລະບຸໄວ້ດັ່ງນີ້:

  1. ທ້າວ ສອນ ສາມາດເຮັດການຟ້ອງຢ່າຮ້າງ ນາງ ສຸກໄດ້ ໂດຍອີງໃສ່ມາດຕາທີ 20 ໃນກໍລະນີຂອງນາງ ສຸກ ແມ່ນໄດ້ກະທຳຜິດຕໍຜົວທາງມິດສະຈານ
  2. ໃນກໍລະນີນີ້ ທ້າວ ສອນ ແລະ ນາງ ສຸກ ທັງສອງມີລູກນຳກັນ 1 ຄົນ ແລະ ຕົກລົງກັນບໍ່ໄດ້ ເນື່ອງຈາກຕ່າງຝ່າຍກໍ່ຢາກໄດ້ສິດໃນການລ້ຽງດູລູກພຽງຝ່າຍດຽວ ໃນກົດໝາຍ ວ່າດ້ວຍຄອບຄົວກໍ່ໄດ້ລະບຸໄວ້ໃນມາດຕາທີ 23 ການຮັກສາ ແລະ ລ້ຽງດູລູກວ່າ: ຖ້າຜົວເມຍຫາກບໍ່ເຫັນດີນຳກັນ ກ່ຽວກັບການຮັກ ແລະ ລ້ຽງດູລູກ ພາຍຫຼັງການຢ່າຮ້າງແລ້ວ ສານຕ້ອງຕັດສິນມອບເດັກໃຫ້ຢູ່ນຳພໍ່ ຫຼື ແມ່ ໂດຍຖືເອົາຜົນປະໂຫຍດຂອງເດັກ ແລະ ຕາມລະບຽບກົດໝາຍ ໃນມາດຕາ 28 ກໍ່ລະບຸໄວ້ຕື່ມວ່າ ລູກທີ່ຍັງບໍ່ຮອດອາຍຸກະສຽນ 18 ປີ ຫາກຢູ່ນຳຜູ້ໃດ ຜູ້ນັ້ນກໍ່ຈະໄດ້ຮັບສ່ວນແບ່ງໜຶ່ງສ່ວນສາມຂອງສິນສົມສ້າງນັ້ນ ເພື່ອການລ້ຽງດູລູກ, ສ່ວນທີ່ເຫຼືອນັ້ນໃຫ້ຜົວ ແລະ ເມຍແບ່ງກັນຄົນລະເຄິ່ງຜົວເມຍທີ່ຢ່າຮ້າງກັນແລ້ວ ຕ້ອງເບິ່ງແຍງ, ລ້ຽງດູ ແລະ ສຶກສາອົບຮົບລູກ. ສານກຳນົດເອົາການໃຊ້ຈ່າຍ ໃນການລ້ຽງດູລູກຈົນຮອດກະສຽນອາຍຸ 18 ປີ ໃນການຕົກລົງຂອງຜົວເມຍ ຫຼື ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວເມຍຕົກລົງກັນບໍ່ໄດ້.
  3. ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ໃນມາດຕາ 28 ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ໄດ້ລະບຸໄວ້ດັ່ງນີ້: 1. ຊັບເດີມຂອງຝ່າຍໃດກໍ່ໃຫ້ເປັນກຳມະສິດຂອງຝ່າຍນັ້ນ ແລະ 2.ຊັບສິນສົມສ້າງຂອງຄູ່ຜົວເມຍ ໃຫ້ແບ່ງປັນກັນຄົນລະເຄິ່ງ ຍົກເວັ້ນເສຍແຕ່ວ່າຜົວ ຫຼື ເມຍ ຜູ້ກະທຳຜິດໃນຖານທຳມິດສະຈານ, ສໍ້ໂກງ ຫຼື ຍັກຍອກສິນສົມສ້າງ ໂດຍມີຄຳຕັດສິນຢ່າງເດັດຂາດຈາກສານ, ຝ່າຍທີ່ທຳຜິດນັ້ນ ກໍ່ຈະໄດ້ຮັບແຕ່ພຽງໜຶ່ງສ່ວນສາມຂອງສິນສົມສ້າງເທົ່ານັ້ນ.

ມື້ນີ້ຜູ້ຂຽນຂໍຈົບລົງເທົ່ານີ້ ແລະ ມື້ໃໝ່ຈະມານຳສະເໜີໃຫ້ຮູ້ກ່ຽວກັບກົດໝາຍຫຍັງຕື່ມ ຕ້ອງຕິດຕາມກັນຕໍ່ໄປ.

ເອກະສານອ້າງອີງຈາກ:
ປື້ມກົດໝາຍ: ກົດໝາຍ ແລະ ນິຕິກຳໃນຂົງເຂດການປົກຄອງ ແລະ ຍຸຕິທຳ
ຈັດພິມໂດຍ: ກົມໂຄສະນາອົບຮົມຮົບກົດໝາຍ (2016)