ພົບພະຍາດປິດສະໜາແແຮງເທົ່າອີໂບລາຮ້າຍກວ່າໂຄວິດ – ສື່ລາວ.ຄອມ
Connect with us

ທົ່ວໄປ

ພົບພະຍາດປິດສະໜາແແຮງເທົ່າອີໂບລາຮ້າຍກວ່າໂຄວິດ

Published

on

ສື່​ຈາກ​ປະ​ເທດ​ອັງກິດ​ລາຍ​ງານ​ຂໍ້​ມູນ​ທີ່​ໜ້າ​ຢ້ານ​ກົວ ! ຫລັງ​ພົບ​ເຊື້ອພະຍາດ​ປິດສະໜາ ຊື່ວ່າ: “Disease X” ທີ່​ມີ​ການ​ແຜ່​ລະບາດ​ໄດ້​ໄວ​ເທົ່າ​ກັບ​ໂຄ​ວິດ-19 ​ແລະ ຮ້າຍ​ແຮງ​ຄື​ເຊື້ອອີ​ໂບລາ ຢ້ານ​ຈະ​ເປັນ​ຫາ​ຍະ​ນະ​ໃໝ່​ທີ່​ຈະ​ມາ​ຄຸກ​ຄາມ​ໂລກ. 

​ໃນ​ວັນ​ທີ 4 ມັງກອນ, ​ເວັບ​ໄຊຂ່າວ​ປະ​ເທດ​ອັງກິດ ລາຍ​ງານ​ວ່າ: ສາ​ສະ​ດາ​ຈານ ມອງ-ມາກ ມູ​ເຍມ​ເບ ຜູ້​ຮ່ວມຄົ້ນພົບ​ຂອງ​ເຊື້ອ​ໄວຣັສອີ​ໂບລາ ​ເມື່ອ​ປີ 1976 ​ໄດ້​ອອກ​ມາ​ເຕືອນ​ມວນ​ມະນຸດ​ວ່າ:

ອາດ​ກຳລັງ​ຈະ​ຜະ​ເຊີນ​ພະຍາດ​ປິດສະໜາ​ຊະນິດ​ໃໝ່ ທີ່​ຊື່ວ່າ: Disease X ຫລື ​ເຊື້ອພະຍາດ X ​ໃນ​ປະ​ເທດ​ຄອງ​ໂກ ທີ່​ເຊື່ອ​ວ່າ​ມີ​ການ​ແຜ່​ລະບາດ​ໄດ້​ໄວ​ເທົ່າ​ກັບ​ໂຄ​ວິດ-19 ​ແລະ ຮ້າຍ​ແຮງ​ເທົ່າ​ກັບ​ເຊື້ອອີ​ໂບລາ ທີ່​ມີ​ອັດຕາ​ການ​ເສຍ​ຊີວິດ​ສູງ​ເຖິງ 50-90% ​ແລະ ພະຍາດ​ປິດສະໜາ​ນີ້​ສາມາດ​ແຜ່​ເຊື້ອ​ໄດ້​ໄວ ​ແລະ ອາດ​ມີ​ຄວາມ​ຮຸນ​ແຮງ​ຫລາຍ​ກວ່າ​ໂຄ​ວິດ-19 ນຳ​ອີກ. 

ທັງ​ນີ້, ມີ​ລາຍ​ງານ​ວ່າ: ພົບ​ໄວຣັສຊະນິດ​ໃໝ່​ໃນ​ປ່າ​ຝົນ​ເຂດ​ຮ້ອນ ​ໃນ​ທະວີບອາ​ຟຣິກາ ​ໂດຍ​ພົບ​ຜູ້​ຕິດ​ເຊື້ອ​ເປັນ​ເພດ​ຍິງ 1 ຄົນ ​ໃນ​ພື້ນທີ່​ຊົນນະບົດ​ໃນ​ສາທາລະນະ​ລັດ ປະຊາທິປະ​ໄຕ ຄອງ​ໂກ ມີ​ອາການ​ປ່ວ​ຍ​ເບື້ອງຕົ້ນຂອງ​ພະຍາດ​ໄຂ້​ເລືອດ​ອອກ ​ເຊິ່ງຜູ້​ປ່ວຍ​ດັ່ງກ່າວ​ໄດ້​ກວດ​ຫາ​ເຊື້ອອີ​ໂບລາ​ແລ້ວ ​ແຕ່​ຜົນ​ເປັນ​ລົບ ​ເຮັດ​ໃຫ້​ເກີດ​ຄຳ​ຖາມ​ເຖິງ​ສາ​ເຫດການ​ເກີດ​ພະຍາດ ​ເຊິ່ງຄະນະ​ແພດ​ກັງວົນ​ວ່າ:

ຜູ້​ປ່ວຍ​ຄົນ​ນີ້​ຈະ​ເປັນ​ຜູ້​ປ່ວຍ​ໝາຍ​ເລກ 0 ຂອງ​ເຊື້ອພະຍາດ​ໃໝ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອົງການ​ອະນາ​ໄມ​ໂລກ ລະບຸ​ວ່າ: ​ເຊື້ອພະຍາດ X ​ເປັນ​ຂໍ້​ສົມ​ມຸດ, ​ແຕ່​ບັນດາ​ນັກວິທະຍາສາດ​ຢ້ານ​ວ່າ​ເຊື້ອປິດສະໜາ​ນີ້ ຈະ​ນຳ​ເອົາ​ໄພ​ຄຸກ​ຄາມ​ໄປ​ທົ່ວ​ໂລກ ຖ້າ​ເກີດ​ຂຶ້ນ​ໃນ​ອະນາຄົດ.

ທີ່ມາ: ໜັງສືພິມລາວພັດທະນາ

Continue Reading

ທົ່ວໄປ

ການບິນໄທ!ກຽມຍຸບສາຍ ໄທສະມາຍ ໃນທ້າຍປີ2023ນີ້

Published

on

By

ສຳນັກຂ່າວໄທລາຍງານ: ວັນທີ 14 ພຶດສະພາ 2023 ຜ່ານມາ, ທ່ານ ຊາຍ ອ່ຽມສິຣິ ປະທານຜູ້ບໍລິຫານ (CEO)

ບໍລິສັດການບິນໄທ ໄດ້ເປີດເຜີຍຄວາມຄືບໜ້າຂອງແຜນຄວບລວມສາຍການບິນໄທ ກັບສາຍການບິນໄທສະມາຍ …

Continue Reading

ທົ່ວໄປ

ຊົມເຊີຍ!ເຈົ້າຫນ້າທີມອບ ຄືນລົດຈັກ2ຄັນ ທີ່ຖືກລັກໃຫ້ເຈົ້າຂອງ

Published

on

By

ໃນວັນທີ 25 ເມສາ 2023 ນີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຜົ້ງສາລີ ໄດ້ມອບລົດຈັກ ເວັບ 100 ສີດໍາແດງ 1 ຄັນ ແລະ ສີຂຽວດໍາ 1 ຄັນ ທີ່ຄົນຮ້າຍລັກໄປມາຄືນໃຫ້ເຈົ້າຂອງເດີມ.

ຕາມການລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເດືອນກຸມພາ 2023 ພະແນກສືບສວນ-ສອບສວນ ປກສ ແຂວງຜົ້ງສາລີ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າມີຄົນຮ້າຍໄດ້ລັກລົດຈັກທີ່ຈອດໄວ້ຢູ່ເຮືອນໄປ. ສະນັ້ນ, ຄະນະຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາການ ລົງເກັບກໍາຂໍ້ມູນ ແລະ ມາໃນວັນທີ 18 ກຸມພາ 2023 ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວ ມີ ວົງສາ ອາຍຸ 48 ປີ………

Continue Reading

ທົ່ວໄປ

ປະໂທ້!ອັດຕາເງີນບາດ ມື້ນີ້ສູງຂຶ້ນເຖີງ +518ແລ້ວ

Published

on

By

ອັດຕາແລກປ່ຽນເງິນຕາ ປະຈຳວັນທີ 26 ເມສາ 2023

#ຂ່າວຮູບພາບລາວພັດທະນາ#ອັດຕາແລກປ່ຽນ

อาจเป็นรูปภาพของ ข้อความ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້