ການສວຍໃຊ້ຖານະຕຳແໜ່ງ ແລະ ສິດອຳນາດເພື່ອສໍ້ລາດບັງຫຼວງຍັງມີຢູ່ລາວ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ການສວຍໃຊ້ຖານະຕຳແໜ່ງ ແລະ ສິດອຳນາດເພື່ອສໍ້ລາດບັງຫຼວງຍັງມີຢູ່ລາວ

Published

on

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູງກາງ ກວດພົບເຫັນພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນໃນປີ 2019 ສ່ວນຫຼາຍແມ່ນການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການຍັກຍອກ, ການສໍ້ໂກງຊັບຂອງລັດ, ການປອມແປງ ແລະ ນຳໃຊ້ເອກະສານປອມ ເພື່ອສໍ້ໂກງ-ຍັກຍອກ ແລະ ອື່ນໆ.

ທ່ານ ສີໃນ ມຽງລາວັນ ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາລັດຖະບານແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ກ່າວໃນພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 17 ປີ (9/12/2003-9/12/2020) ທີ່ຈັດຂຶ້ນໃນວັນທີ 28 ທັນວາ 2020 ນີ້ ທີ່ ສະໂມສອນ ອົງການກວດກາລັດຖະບານ, ນະຄອນຫຼວງວຽງຈັນວ່າ: ໃນປີ 2019 ນີ້ ໄດ້ຕິດຕາມ-ກວດກາ ທັງໝົດ 945 ເປົ້າໝາຍ ແລະ ດໍາເນີນການກວດກາລົງເລິກຕໍ່ຜູ້ກະທໍາຜິດທີ່ມີພຶດຕິກໍາສໍ້ລາດບັງຫຼວງ 70 ເປົ້າໝາຍ, ພົບເຫັນຜູ້ກະທໍາຜິດ 196 ຄົນ.

ດໍາເນີນການສືບສວນ-ສອບສວນ ຕໍ່ຜູ້ກະທຳຜິດທີ່ມີການສໍ້ລາດບັງຫຼວງ 18 ເປົ້າໝາຍພົບເຫັນຜູ້ກະທໍາຜິດ 464 ຄົນ, ໄດ້ແກ້ໄຂດ້ານບໍລິຫານ 380 ຄົນ, ດໍາເນີນຄະດີ 84 ຄົນ, ສະຫຼຸບຄະດີສົ່ງໄອຍະການ 62 ຄົນ, ໄອຍະການຖະແຫຼງສານຕັດສິນ 37 ຄົນ, ສານຕັດສິນແລ້ວ 34 ຄົນ ຊຶ່ງຜູ້ກະທໍາຜິດແມ່ນລວມທັງ ພະນັກງານລັດ ແລະ ເອກະຊົນ, ຜົນເສຍຫາຍທີ່ເກີດຂຶ້ນ ແມ່ນຖືກເກັບກູ້ຄືນໄດ້ຫຼາຍສົມຄວນ.

ທ່ານ ສີໃນ ໄດ້ກ່າວຕື່ມວ່າ: ເພື່ອອັດຊ່ອງວ່າງ ແລະ ສະກັດກັ້ນພຶດຕິກໍາທີ່ເປັນ ການສໍ້ລາດບັງ ຫຼວງໃຫ້ຫຼຸດນ້ອຍຖອຍລົງ, ລັດຖະບານແຫ່ງ ສປປ ລາວ ໄດ້ພະຍາຍາມປັບປຸງກົງຈັກການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງວິສາຫະກິດຂອງລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຕຶ່ມ ແລະ ມີຄວາມໂປ່ງໃສ, ຫຼຸດຜ່ອນຂອດຂັ້ນບໍລິການ, ແກ້ໄຂຊ່ອງວ່າງໃນການສວຍໃຊ້ໜ້າທີ່, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການເກັບລາຍຮັບ ແລະ ການຄຸ້ມຄອງບໍລິຫານລັດ,

ເພີ່ມທະວີວຽກງານຕິດຕາມ-ກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນທ້ອງຖິ່ນຕໍ່ການປະຕິບັດໜ້າທີ່ຂອງອົງການບໍລິຫານ, ໄອຍະການປະຊາຊົນ, ສານປະຊາຊົນ ແລະ ເຈົ້າໜ້າທີ່ລັດ, ສຸມໃສ່ແກ້ໄຂພຶດຕິກໍາທີ່ເປັນການລະເມີດລະບຽບ-ກົດໝາຍ ເປັນຕົ້ນແມ່ນການສໍ້ລາດບັງຫຼວງຢູ່ແຕ່ລະຂົງເຂດຂະແໜງການ ແລະ ທ້ອງຖິ່ນ ຢ່າງເປັນເຈົ້າການ,

ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳລຸ່ມກົດໝາຍກໍ່ຄືກົນໄກ ແລະ ລະບອບ-ລະບຽບການຕ່າງໆໃຫ້ຫຼາຍ ແລະ ຮັດກຸມກວ່າເກົ່າເພື່ອເປັນ ເຄື່ອງມືໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດ ໝາຍໃຫ້ນັບມື້ເຂັ້ມແຂງຂຶ້ນເລື້ອຍໆ.

ຂ່າວ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້