ກຳປູເຈຍໃຫ້ນັກຮຽນ ມ.6 ເສັງຜ່ານອັດຕະໂນມັດເພາະໂຄວິດ – ສື່ລາວ.ຄອມ
Connect with us

ຂ່າວການສຶກສາ

ກຳປູເຈຍໃຫ້ນັກຮຽນ ມ.6 ເສັງຜ່ານອັດຕະໂນມັດເພາະໂຄວິດ

Published

on

ທ່ານ ຮາງ ຊວນ ນະ​ລົນ ລັດຖະມົນຕີ​ວ່າການກະຊວງ​ສຶກສາ​ທິການ​, ​ເຍົາວະ​ຊົນ ​ແລະ ກິລາ​ຂອງ​ກຳປູ​ເຈຍ ​ເປີດ​ເຜີຍ​ວ່າ: ນາຍົກລັດຖະມົນຕີ ຮຸນ​ເຊ​ນ ມີ​ຄຳ​ສັ່ງ​ໃຫ້​ກະຊວງ​ອະນຸມັດ​ໃຫ້​ນັກຮຽນ ມ.6 ທຸກ​ຄົນ​ທີ່​ກຳລັງ​ຈະ​ເຂົ້າຮັບ​ການ​ທົດ​ສອບ​ແຫ່ງ​ຊາດ​ໃນ​ວັນ​ທີ 11 ມັງກອນ​ປີໜ້າ ​ເສັງ​ຜ່ານ​ໂດຍ​ອັດຕະ​ໂນ​ມັດ​ໂດ​ຍບໍ່​ຕ້ອງ​ສອບ​ເສັງ ​ເພື່ອ​ປ້ອງ​ກັນ​ການ​

ແຜ່​ລະບາດ​ຂອງ Covid-19 ​ແລະ ບໍ່​ໃຫ້​ນັກຮຽນ​ຕ້ອງ​ກັງວົນ​ວ່າ​ຈະ​ຕິດ​ເຊື້ອລະຫວ່າງ​ເຂົ້າສອບ​ເສັງ.ນອກ​ຈາກນີ້, ຍັງ​ປະກາດ​ໃຫ້​ນັກຮຽນ ມ.3 ທີ່​ເຂົ້າສອບ​ເສັງ​ໄປ​ແລ້ວ​ເມື່ອ​ວັນ​ທີ 30 ພະຈິກ​ຜ່ານ​ມາ ​ເສັງ​ຜ່ານ​ໂດຍ​ອັດຕະ​ໂນ​ມັດ​ທຸກ​ຄົນ​ເຊັ່ນ​ກັນ.ຈາກ​ຂໍ້​ມູນ​ຂອງ​ກະຊວງ​ສຶກສາ​ທິການ, ​ເຍົາວະ​ຊົນ ​ແລະ ກິລາ, ປີ​ນີ້​ມີ​ນັກຮຽນ ມ.6 ທັງໝົດ

121.108 ຄົນ​ທີ່​ຈະ​ຕ້ອງ​ເຂົ້າຮັບ​ການ​ທົດ​ສອບ, ສ່ວນ ມ.3 ​ເຂົ້າຮັບ​ການ​ທົດ​ສອບ​ທັງ​ໝົດ 158.717 ຄົນ.ການ​ຕັດສິນ​ໃຈ​​ໂຈະ​ການ​ທົດ​ສອບ​ແຫ່ງ​ຊາດ​ເກີດ​ຂຶ້ນຫລັງ​ຈາກ​ກຳປູ​ເຈຍ​ພົບ​ການ​ຕິດ​ເຊື້ອ​ໂຄ​ໂຣນາ​ໄວຣັສ​ໃນ​ປະ​ເທດ​ເປັນຄັ້ງທຳ​ອິດ​ເມື່ອ​ວັນ​ທີ 28 ພະຈິກ​ຜ່ານ​ມາ ​ໂດຍ​ເປັນ​ສະມາຊິກ​ຄອບຄົວ 6 ຄົນ​ທີ່​ອາ​ໄສ​ຢູ່​ໃນ​ຊຸມ​ຊົນ​ແຫ່ງ​ໜຶ່ງ​ໃນ​ນະຄອນຫລວງ​ພະນົມ​ເປັນ ​ແລະ ​ແຂວງ​ສຽມ​ລຽບ.

Continue Reading

ຂ່າວການສຶກສາ

ກົດໄລ້ ກົດແຊຣ໌ ທະແມ້ ເກັ່ງຫຼາຍໄດ້ຮັບລາງວັນນັກອອກແບບດີເດັ້ນ ພ້ອມກຽມຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ

Published

on

ຊົມເຊີຍເດີ້ ທະນາພອນ ຊວ້ານສວນດາວ ນັກສຶກສາ ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ

ຄວ້າລາງວັນນັກສຶກສາທີ່ສາມາດອອກແບບໄດ້ດີເດັ່ນ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດໂຄວິດ-19” ຄວ້າລາງວັນນັກອອກແບບດີເດັ່ນ ຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ.

ການແຂ່ງຂັນລາຍການນີ້, ໄດ້ມີການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລຈຳປາສັກ ແຂວງຈຳປາສັກ, ຊຶ່ງໃນຮອບຄັດເລືອກໄດ້ມີການແຂ່ງຂັນມາແຕ່ເດືອນກໍລະກົດ 2022 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄົນ, ຍິງ 7 ຄົນ. ຫຼັງຈາກນັ້ນ, ສາມາດຄັດເລືອກໄດ້ ຈຳນວນ 10 ຄົນ, ຍິງ 4 ຄົນ ທີ່ຜ່ານເຂົ້າຮອບສຸດທ້າຍ ແລະ ຜົນການແຂ່ງຂັນໃນຮອບສຸດທ້າຍນີ້ ປະກົດວ່າ:

ຊະນະເລີດ ຕົກເປັນຂອງນາງ ທະນາພອນ ຊວ້ານສວນດາວ ໄດ້ຮັບໃບຍ້ອງຍໍ ແລະ ກາຍເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ທີ່ມະຫາວິທະຍາໄລລາດກະບັງ ປະເທດໄທ ໃນລະຫວ່າງວັນທີ 19-20 ພະຈິກ 2022 ນີ້.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

Continue Reading

ຂ່າວການສຶກສາ

ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

Published

on

ຂໍສະແດງຄວາມຍິນດີກັບ ນ້ອງ ຈັນນາລີ ຈັນທະປັນຍາ ທີ່ຄວ້າ ໃບປະກາດແດງ ພຽງຄົນດຽວ ຢູ່ໃນພາກວິຊາບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ 2022.

ຈັນນາລີ ກ່າວຕໍ່ໜັງສືພິມວຽງຈັນໃຫມ່ວ່າ ຕົນເອງມີຄວາມຝັນ ຢາກເຮັດ ວຽກຢູ່ອົງການລັດ ຫຼື ເອກະຊົນ ບ່ອນທີ່ດີດີ ແລະ ຢາກມີທຸລະກິດ ເປັນຂອງຕົນເອງ ໃນອະນາຄົດ ຈຶ່ງເລືອກຮຽນ ສາຍວິຊານີ້ ແລະ ຈະນໍາເອົາຄວາມຮູ້ທີ່ຮຽນມາ

ໄປສືບຕໍ່ສານຝັນຂອງຕົນເອງ ໃຫ້ເປັນຈິງ ຄືກັບລຸ້ນອ້າຍເອື້ອຍ ທີ່ຈົບໄປກ່ອນໜ້າ

.

Cr ຮູບ: Ly Channaly

Continue Reading

ຂ່າວການສຶກສາ

ອ່ານດ່ວນ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ປະກາດຜົນການສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7)

Published

on

ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2021-2022, ສະບັບເລກທີ 3615/ສສກ, ລົງວັນທີ 02 ສິງຫາ 2022.

ສາມາດກວດເບິ່ງຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ເວັບໄຊ້ ກົມສາມັນສຶກສາ http://www.moes.edu.la/dge/exam-results.php

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້