ຄົນລາວຖືກຈັບ 14 ຄົນຢູ່ໄທກຳລັງລັກນັ່ງເຮືອຂ້າມຂອງກັບປະເທດລາວ

ເຫດເກິດຢູ່ອຳເພີຊານຸມານ ຈັງຫວັດອຳນາດຈະເລິນ ເຈົ້າໜ້າທີ່ໄທ ໄດ້ດຳເນີນຄະດີຕາມກົດໝາຍຕໍ່ໄປ
ຈາກການສອບສວນເບື້ອງຕົ້ນ ທັງໝົດຕົກວຽກມາດົນເຮັດໃຫ້ຄ່າໃຊ້ຈ່າຍບໍ່ພຽງພໍ
ຈຶ່ງຕັດສິນໃຈພາກັນເດິນທາງກັບປະເທດ ແຕ່ດ່ານລາວ-ໄທ ຢັງບໍ່ເປິດ

ຕຳຫຼວດແຈ້ງຂໍ້ກ່າວຫາກະທຳຜິດ ລັກລອບເຂົ້າ-ອອກ ຣາຊອານາຈັກຜິດກົດໝາຍ
ວັນທີ 26/5/2020 ເຈົ້າໜ້າທີໄດ້ກຸມຕົວຄົນລາວ 14 ຄົນ ໃນຂະນະກຳລັງນັ່ງເຮືອຂ້າມຂອງກັບປະເທດລາວ
ໂດຍທັງໝົດເປັນປະຊາຊົນແຂວງສະຫວັນນະເຂດທີ່ຖືກເລີກຈ້າງໃນໄລຍະທີ່ພະຍາດໂຄວິດລະບາດ