ວອນຜູ້ໃຈບຸນຊ່ວຍ ຈ່າຍຄ່າໂລງສົບໃຫ້ຫລານນ້ອຍດ້ວຍ. – ສື່ລາວ.ຄອມ
Connect with us

ຊ່ວຍເຫຼືອ

ວອນຜູ້ໃຈບຸນຊ່ວຍ ຈ່າຍຄ່າໂລງສົບໃຫ້ຫລານນ້ອຍດ້ວຍ.

Published

on

ສະບາຍດີທຸກທ່ານທີ່ນັບຖື  ຢາກຂໍຄວາມຊ່ວຍເຫຼືອໃຫ້ນ້ອງນ້ອຍເຈນນີ້ ອາຍຸ9ເດືອນ ວອນຂໍຈ່າຍຄ່າຕີດໜີ້ໂລງໃຫ້ນ້ອງນ້ອຍດ້ວຍເທີດ ແລະ ຢາກໃຫ້ເລື້ອງລາວນີ້ເປັນອຸຖາຫອນລະມັດລະວັງໄພໄກ້ໂຕ   ດ້ວຍ

ຄວາມທຸກຍ້າກ ນາງພູທອງ ອາຍຸ42ປີ ມີລູກ8ຄົນ ຕິດຄຸກ3 ຢູ່ນຳກັນກະມີແຕ່ລູກນ້ອຍ ຜົວກະປະ ເປັນແມ່ຮ້າງລ້ຽງດຽວຊີວີດສູ້ຊົນຢູ່ຊອຍສະລຳ ເຮືອນຢູ່ອາໃສ ຫາກໍ່ໄຟໄໝ້ ກະຍັງບໍ່ມີຄວາມສາມາດແປງເຮືອນສຳ ຊະຕາຊີວີດຍັງມາພາກລູກສາວຫຼ້າໝາກສຸດທ້າຍຂອງຫົວໃຈຜູ້ສຸດທ້ອງໄປຕື່ມອີກ

ຍ້ອນຄວາມທຸກນີ້ລະຈື່ງຂາຍປີ້ງເຂົ້າຈີຕາມທາງອາໃສປ່ອຍລູກໄວ້ຕາມຍະຖາກຳ ຍ້ອນຄວາມຮູ້ເທົ່າບໍ່ເຖືງການບວກກັບຄວາມທຸກຈົນນີ້ລະ ກະບໍ່ຄິດບໍ່ຝັນລູກສີໄປຈັບຫຍັງມາກີນໂລເລ  ກີນມີຮອດນໍ້າມັນເຄື່ອງ ກ່ວາຈະເຫັນລູກນັ້ນກະຈົນສີບໍ່ຫຼອດແລ້ວ ເອົາໄປປົວກະສາຍເກີນໄປສຳ ບໍ່ມີໃຜຢື້ຊີວີດເດັກໄວ້ ຊໍ້າບໍ່ໜຳາຕອນນີ້ເເມ່ຂອງເດັກນ້ອຍຕິດຫນີ້ຄ່າໂລງ ຈຳນວນ6ລ້ານກີບ

ດ້ວຍຄວາມທຸກຈົນເພີ່ນເລີຍໄຫ້ຈ່າຍແຕ່2ລ້ານ  ຍ້ອນຄວາມອີ່ດູຕົນ ແຕ່ ເງີນສອງລ້ານແມ່ເດັກນ້ອຍກະບໍ່ມີຈື່ງມາຂໍໃຫ້ທີມງານເຮົາຊ່ວຍເລື້ອງການຈັດງານສົບໄຫ້ 

ສະນັ້ນທີມງານເຮົາຈື່ງຂໍຕາງໜ້າຂໍເປັນຜູ້ດູແລຊ່ວຍເຫຼືອເຄັສອານາຖານ້ອງເຈນນີ້ ໄຫ້ຈັດງານຕາມຮີດຄອງປະເພນີ ຖ້າໃຜຢາກຊ່ວຍປັດໃຈເປັນຄ່າໂລງຄ່າເຕົາຊ່ວຍກີນຊ່ວຍທານກະສາມາດຊ່ວຍໄດ້ນຳທີມງານສະມາຄົມເຮົາໄດ້ເລີຍ  ທີ່ເລກບັນຊີ 095120001048413001 _ບັນຊີເງີນກີບ  ທະນາຄານການຄ້າ 

ຂໍຂອບໃຈນຳທ່ານທີ່ຊ່ວຍແລະຂໍໄຫ້ທ່ານໃຈບຸນທັງຫຼາຍເອົາບຸນແຊຮຊ່ວຍນ້ອງເຈນນີ້ແນ່ເພື່ອມີຄົນມາຊ່ວຍນ້ອງອີກແຮງ ‼️ຕອນນີ້ສົບເອົາໄວ້ວັດປ່າໜອງບົວທອງ‼️ໃຜຢາກໄປກີນທານດ້ວຍໂຕເອງໄປເລີຍ   ທີ່ວັດປ່າໜອງບົວທອງມື້ອື່ນເຜົາ

Continue Reading

ຊ່ວຍເຫຼືອ

ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

Published

on

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ

ເດີນທາງໄກ້ຈະປອດໄພ ໜຸ່ມວິນ

ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

….

….

….

ຄລິບ

Continue Reading

ຊ່ວຍເຫຼືອ

ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

Published

on

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

Continue Reading

ຊ່ວຍເຫຼືອ

ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

Published

on

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ສາມາດຝາກນຳບໍລິສັດຂົນສົງ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ

ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້