ເຈົ້າໜ້າທີ່ ຫວຽດນາມລົງໂທດນາຍທະຫານລະດັບສູງຫຼາຍນາຍ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ເຈົ້າໜ້າທີ່ ຫວຽດນາມລົງໂທດນາຍທະຫານລະດັບສູງຫຼາຍນາຍ

Published

on

ສຳນັກຂ່າວຫວຽດນາມ ລາຍງານຕອນເຊົ້າຂອງວັນທີ 10 ທັນວານີ້ວ່າ ສານອຸທອນທະຫານສູນກາງຂອງຫວຽດນາມ ໄດ້ຕັດສິນຄະດີ ຫງວຽນວັນຮຽນ ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມກັບພວກອີກ 6 ຄົນເຊັ່ນ: ບຸ່ຍຍືຖ່ຽມ, ບຸ່ຍວັນງາ, ດວນແມ່ງຖາວ, ດິງງອກເຫວະ, ເຈິນຈ່ອງຕ້ວນ, ຟາມວັນຢຽດ ໃນຂໍ້ຫາມີພຶດຕິກຳສໍ້ລາດບັງຫຼວງ.ສານອຸທອນຂອງທະຫານສູນກາງຂອງຫວຽດນາມໃຫ້ຮູ້ວ່າ: ໃນໄລຍະປີ 2006-2010 ພວກກ່ຽວໄດ້ຫັນເອົາດິນຂອງກະຊວງປ້ອງກັນປະເທດຮັບຜິດຊອບ ໄປ

ເປັນດິນເສດຖະກິດ ໂດຍບໍ່ສອດຄ່ອງກັບຂໍ້ກົດໝາຍ ແລະ ຜິດຕໍ່ການຊີ້ນຳຂອງກະຊວງປ້ອງກັນປະເທດ.ນາຍທະຫານຊັ້ນພັນເອກ 4 ນາຍເຊັ່ນ: ບຸ່ຍຍືຖ່ຽມ, ບຸ່ຍວັນງາ, ດວານແມ່ງຖາວ ແລະ ເຈິ່ນຈ່ອງຕ້ວນ ເປັນທີ່ປຶກສາໃຫ້ແກ່ກອງທັບອາກາດ ໄດ້ເອົາດິນ 3 ຕອນໃຫ້ບໍລິສັດເອກກະຊົນເຊົ່າໃນນາມເປັນຜູ້ຮ່ວມທຶນ ໂດຍເອົາທີ່ດິນເປັນທຶນ, ທັງໆ ທີ່ດິນ 3 ຕອນດັ່ງກ່າວເປັນດິນຂອງກະຊວງປ້ອງກັນປະເທດຮັບຜິດຊອບ ແລະ ຍັງບໍ່ທັນໄດ້ຫັນປ່ຽນຈຸດປະສົງຂອງການນຳໃຊ້ທີ່ດິນ ໃຫ້ເປັນດິນເສດຖະກິດເທື່ອ.ໂດຍ

ລາຍລະອຽດການລົງໂທດມີດັ່ງນີ້:ສຳລັບກຸ່ມຜູ້ລ່ວງລະເມີດຂໍ້ກຳນົດຄຸ້ມຄອງທີ່ດິນ: ບຸ່ຍຍີຖ່ຽມ(ຊັ້ນພັນເອກ) ຮັບໂທດຈຳຄຸກ 9 ປີ.ບຸ່ຍວັນງາ(ຊັ້ນພັນເອກ) ຮັບໂທດຈຳຄຸກ 8 ປີ.ດວານແມ່ງຖາວ(ຊັ້ນພັນເອກ) ຮັບໂທດຈຳຄຸກ 7 ປີ.ເຈິ່ນຈ່ອງຕ້ວນ( ຊັ້ນພັນເອກ) ຮັບໂທດຈຳຄຸກ 4 ປີ.ຫງວຽນວັນຮຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບໂທດຈຳຄຸກ 4 ປີ.ກຸ່ມຕົວະຍົວະຫຼອກລວງ:ດິງງອກເຫວະ (ຊັ້ນພັນໂທ) ຮັບໂທດຈຳຄຸກ 30 ປີ.ຟາມວັນຢຽດ ຫົວໜ້າບໍລິສັດ CP ຈຳຄຸກ 15 ປີ.ວູຖິຮວານ ບໍລີສັດ ອຽນແຄ໋ງ ຈຳຄຸກ 7 ປີ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້