ເກີດມາຈົນ ຢ່າໂທດພໍ່ແມ່ ຢາກໄດ້ຢາກມີກໍ່ຕ້ອງຮິບສ້າງຢ່າອ້າງແຕ່ວ່າບ້ານຈົນ.

ຄົນ​ເຮົາ​ເລືອກ​ເກີດ​ບໍ່​ໄດ້ ອັນ​ນີ້​ແມ່ນ ຂໍ​ສະ​ເໜີ​ບົດ​ຄວາມ​ໃຫ​້​ກຳ​ລັງ​ໃຈ​ທຸກ​ຄົນ​ທີ່​ເກີດ​ມາ​ແລ້ວ ອາດ​ຈະ​ບໍ່​ສົມ​ບູນ​ແບບ, ອາດຈະບໍ່ໄດ້ມີພ້ອມທຸກຢ່າງ

ແຕ່​ເຮົາ​ສາ​ມາດ​ຫາ ສ້າງ​ໄດ້ ຕົ້ນ​ທຶນ​ຕ່າງ​ກັນ ແຕ່​ຜົນ​ໄດ້​ຮັບ​ສາ​ມາດ​ເທົ່າ​ກັນ ຫຼື ຫຼາຍກວ່າ​ໄດ້

ມີຫຼາຍ​ໆ​ຄົນ​ທີ່​ເກີດ​ມາ​ທ​ຸກ​ຈົນ ແຕ່​ຮັ່ງ​ມີ ດີ​ໄດ້ ກໍ​ເຫັນຫຼາຍ ຫາກ​ເຮົາ​ຫາ​ໄດ້ ມີ​ໂອ​ກາດ​ສ້າງ​ເງິນ ສ້າງ​ເສດ​ຖະ​ກິດ ຈົ່ງ​ເຮັດ​ມັນ​ດ້ວຍ​ຄວາມ​ມາ​ນະ​ອົດ​ທົນ ແລະ ສູ້​ບໍ່​ຖອຍ

ກົດ​ຂອງ​ການ​ໃຊ້​ຊີ​ວິດ ຄື ຄິດ​ແລ້ວ​ລົງ​ມື​ເຮັດ, ເຮັດ​ແລ້ວ​ຕ້ອງ​ອົດ​ທົນ ພ້ອມ​ອົດ​ອອມ ເກັບ​ໄວ້, ຈາກ​ນັ້ນ​ກໍ​ຕໍ່​ຍອດ​ແບບ​ມີ​ຜົນ​ກຳ​ໄລ ບໍ່​ແມ່ນ​ເອົາ​ເງິນ​ທີ່​ໄດ້ ໄປຫຼິ້ນ ກິນ ຟຸມ​ເຟືອຍ ຊື້​ຫຍັງ​ທີ່​ບໍ່​ມີ​ປະ​ໂຫຍດ

ຢ່າ​ໂທດ​ພໍ່ ຢ່າ​ໂທດ​ແມ່ ຫຼື ໂທດ​ໃຜ ທີ​ເຮົາ​ທຸກ​ຈົນ ເພາະ​ຄົນ​ທີ່​ທຸກ ລຳ​ບາກກວ່າ​ເຮົາ​ກໍ​ຍັງ​ມີ ແລະ ເຮົາ​ຈົ່ງ​ສູ້​ຕໍ່​ໄປ ມີ ຫຼື ບໍ່​ມີ ຂຶ້ນ​ກັບ​ເຮົາ​ເອງ ຕ້ອງ​ຮີບ​ສ້າງສາ ພັດ​ທະ​ນາ​ຄວາມ​ຮູ້ ຄວາມ​ສາ​ມາດ​ຂອງ​ຕົນ​ເອງ​ໄວ້​ເດີ້

ເຊິ່ງ​ຖ້າ​ສົ່ງ​ໄສວ່າ​ເຮັດ​ຫຍັງ​ຈຶ່ງ​ໄດ້​ເງິນ ຫຼື ບໍ່​ຮູ້​ຈະ​ເຮັດ​ຫຍັງ ອັນ​ນີ້ບອກ​ເລີຍ​ວ່າ ຊິນ​ຄົນ, ວາດ​ສະ​ໜາ​ຄົນ​ແຕ່​ລະ​ຄົນ​ນັ້ນ​ຕ່າງ​ກັນ ບາງ​ຄົນ ຄ້າ​ຂາຍ​ອອນ​ລາຍ​ຈົນ​ໄດ້​ດີ ຮັ່ງ​ມີ, ບາງ​ຄົນ​ກໍ​ທຸ​ລະ​ກິດ​ສ່ວນ​ໂຕ, ບາງ​ຄົນ ຄ້າ​ຂາຍ ປູກ​ຝັງ ລ້ຽງ​ສັດ ກໍ​ຮັ່ງ​ມີ​ໄດ້, ບາງ​ຄົນ​ກໍ​ເຮັດ​ທຸກ​ຢ່າງ​ທ່​ໄດ້​ເງິນ ອັນ​ເປັນ​ວຽກ​ສຸດ​ຈະ​ລິດ ເກັບ​ເລັກ ເກັບ​ນ້ອຍ​ໄປ ກໍ່​ຮັ່ງ​ມີ​ດີ​ໄດ້ ແລະ ບາງ​ຄົນ​ໂຊກ​ຊາ​ຕາ​ພາ​ເຮັງ ຖືກ​ເລກ ລວຍຂຶ້ນໃນພິບຕາ

ເກີດມາຈົນ ຢ່າໂທດພໍ່ແມ່ ຢາກມີ ຢາກໄດ້ ກໍ່ຕ້ອງຮິບສ້າງ ຢ່າອ້າງແຕ່ວ່າບ້ານຈົນ ສູ້ໆ​ເດີ້​ທຸກ​ຄົນ