ດ່ວນທີ່ສຸດ ນາຍົກຖະແຫຼງການ ປ້ອງກັນໂຄວິດ 19 – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ດ່ວນທີ່ສຸດ ນາຍົກຖະແຫຼງການ ປ້ອງກັນໂຄວິດ 19

Published

on

ວັນນີ້ 22 ທັນວາ 2020 “ທ່ານນາຍົກລັດຖະມົນຕີແຫ່ງ ໄດ້ຖະແຫຼງຂ່າວກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ COVID-19 .”

ເນື້ອໃນຂອງຖະແຫລງຂ່າວມີດັ່ງນີ້: ໂດຍຢືນຢູ່ຕໍ່ໜ້າຄວາມທ້າທາຍຈາກພະຍາດ ໂຄວິດ-19 ໃນທົ່ວໂລກກໍຄືປະເທດພວກເຮົາ, ຂ້າພະເຈົ້າ ມີຄວາມຈໍາເປັນທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວເຮົາອີກຄັ້ງໜຶ່ງ ດ້ວຍການຖະ ແຫຼງຜ່ານສື່ມວນຊົນ ເພື່ອສື່ສານເຖິງພີ່ນ້ອງຊາວລາວໃນທົ່ວປະເທດຊາບຢ່າງທົ່ວເຖິງກັນ. ໃນສິ່ງທີ່ມີຄວາມສໍາຄັນຍິ່ງເພື່ອຂໍໃຫ້ ທຸກໆຄົນໃຫ້ມີສະຕິລະວັງຕົວ ແລະ ໃຫ້ການຮ່ວມມືກັບລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ຽວກັບບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ທີ່ອາດຈະເກີດຂຶ້ນ ຮອບໃໝ່ໃນປະເທດຂອງພວກ ເຮົາ.

ຂ້າພະເຈົ້າໄດ້ຮຽກປະຊຸມຄະນະສະເພາະກິດກ່ຽວກັບການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄ ວິດ-19 ໃນປະເທດເຮົາ, ເຊິ່ງພວກເຮົາໄດ້ໃຊ້ເວລາຫຼາຍຊົ່ວໂມງເພື່ອຄົ້ນຄວ້າ, ວິໄຈ ແລະ ປະເມີນສະຖານະການການແຜ່ ລະບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກ, ໃນອາຊຽນ ແລະ ໃນປະເທດໃກ້ຄຽງທີ່ມີຊາຍແດນຕິດກັບປະເທດເຮົາຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນກໍໄດ້ຕີລາຄາ, ປະເມີນສະຖານະການການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນປະເທດເຮົາຢ່າງລະອຽດຖີ່ຖ້ວນ.

ກອງປະຊຸມໄດ້ຕີລາຄາຢ່າງຊັດເຈນວ່າໃນໄລຍະທີ່ຜ່ານມາຢູ່ປະເທດພວກເຮົາ ສາມາດຄວບຄຸມ, ປ້ອງກັນ ແລະ ແກ້ໄຂບັນຫານີ້ໄດ້ດີ. ມີຜູ້ຕິດເຊື້ອສະສົມບໍ່ຫຼາຍ ແລະ ບໍ່ທັນມີຜູ້ເສຍຊີວິດ, ການປິ່ນປົວຜູ້ຕິດເຊື້ອ ກໍມີຜົນສໍາເລັດເປັນຢ່າງດີ. ປັດຈຸບັນຍັງມີຜູ້ຕິດເຊື້ອຢູ່ໂຮງໝໍພຽງ 04 ຄົນທີ່ກໍາລັງສືບຕໍ່ປິ່ນປົວໝາຍຄວາມວ່າຈໍານວນຜູ້ຕິດເຊື້ອສະສົມ 41 ຄົນ, ສາມາດປິ່ນປົວຫາຍດີແລ້ວ 37 ຄົນນັ້ນເປັນຜົນ ສໍາເລັດອັນໃຫຍ່ຫຼວງທີ່ໄດ້ມາຈາກການຮ່ວມແຮງຮ່ວມໃຈ ຂອງປວງຊົນລາວໃນທົ່ວປະເທດທີ່ເປັນກໍາລັງໃຈໃຫ້ແກ່ລັດຖະບານ, ຄະນະສະເພາະກິດ ລວມທັງພະນັກງານ, ທະຫານ, ຕຳຫຼວດທຸກລະດັບໂດຍສະເພາະ ພະນັກງານແພດໝໍຂອງພວກເຮົາທີ່ໄດ້ພ້ອມພາກັນເຮັດວຽກ ຢ່າງທຸ້ມເທ ແລະ ເສຍສະຫຼະ.

ສິ່ງສໍາຄັນອີກອັນໜຶ່ງການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດ ແລະ ອົງການຈັດ ຕັ້ງສາກົນກໍເປັນກໍາລັງແຮງອັນໃຫຍ່ຫຼວງໃຫ້ແກ່ຜົນສໍາເລັດດັ່ງທີ່ໄດ້ກ່າວມານັ້ນ. ຂ້າພະເຈົ້າຖື ວ່າພວກເຮົາມີຜົນສໍາເລັດ ແລະ ໄຊຊະນະຮ່ວມກັນໃນບັ້ນຮົບທີ່ດຸເດືອດ, ຂ້ຽວຂາດຕ້ານກັບສັດ ຕູໂຕຮ້າຍກາດຄື ໂຄວິດ-19 ໃນ ທີ່ຜ່ານມາ.

ແຕ່ເຖິງຢ່າງໃດກໍຕາມ ໃນນາມລັດຖະບານແຫ່ງ ສປປລາວ, ຂ້າພະເຈົ້າຂໍແຈ້ງໃຫ້ພໍ່ແມ່ ພີ່ນ້ອງຮ່ວມຊາດຊາບວ່າ: ຖ້າພວກເຮົາເບິ່ງອອກສູ່ໂລກຍັງ ເຫັນໄດ້ຢ່າງຈະແຈ້ງວ່າ “ໂຄວິດ-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົານັບມື້ນັບເພີ່ມຂຶ້ນ, ເຊິ່ງຍັງບໍ່ທັນມີກໍາລັງແຮງໃດໆມາສະກັດກັ້ນໄດ້ເທື່ອຄາດຄະເນວ່າອີກສອງສາມວັນຂ້າງ ໜ້າຈະມີຜູ້ຕິດເຊື້ອສະສົມເຖິງ 80 ລ້ານຄົນ, ຜູ້ເສຍຊີວິດກໍອາດຈະ ເພີ່ມຂຶ້ນເຖິງ 02 ລ້ານຄົນໃນທົ່ວໂລກ.”

ສິ່ງທີ່ເປັນອັນຕະລາຍຍິ່ງໄປກວ່ານັ້ນໄດ້ຮັບຂໍ້ມູນຈາກນັກວິທະຍາສາດການແພດໃນໂລກໃຫ້ຮູ້ວ່າ: “ໂຄວິດ-19 ໄດ້ມີການກາຍພັນເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອຈະມີຄວາມໄວຂຶ້ນ ແລະ ສະລັບສັບຊ້ອນກວ່າສາຍພັນເດີມການກວດເຫັນຜູ້ຕິດເຊື້ອປັດຈຸບັນນີ້ສ່ວນຫຼາຍບໍ່ມີອາການ ເຊິ່ງເຮັດໃຫ້ການປ້ອງກັນ, ຄວບຄຸມຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນຂຶ້ນຕື່ມ.”

ສິ່ງທີ່ເວົ້າມາຂ້າງເທິງນັ້ນ, ໄດ້ເກີດຂຶ້ນຢູ່ບາງປະເທດເພື່ອນບ້ານທີ່ມີຊາຍແດນຕິດກັບປະເທດເຮົາແລ້ວດັ່ງທີ່ເປັນຂ່າວໄປນັ້ນ. ດັ່ງນັ້ນ, ມັນຮຽກຮ້ອງໃຫ້ ພວກເຮົາຕ້ອງເພີ່ມສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ສູງກວ່າທີ່ເປັນຢູ່ໃນປັດຈຸບັນ ເພື່ອ ພວກເຮົາຈະໄດ້ສ້າງກໍາລັງແຮງທຸກດ້ານໃນການຮັບມືກັບໄພອັນຕະລາຍນີ້ຢ່າງຈິງຈັງ. ບໍ່ດັ່ງນັ້ນ, ໂຄວິດ-19 ຈະສາມາດກັບມາປະເທດເຮົາຮອບໃໝ່ ເຊິ່ງຈະຮ້າຍແຮງກວ່າເກົ່າ ແລະ ເຮັດໃຫ້ການຄວບຄຸມຈະພົບກັບ ຄວາມສ່ຽງໃຫຍ່ສໍາລັບປະເທດ ແລະ ປະຊາຊົນເຮົາ.

ຂ້າພະເຈົ້າ ມີຄໍາແນະນໍາພາກສ່ວນກ່ຽວ ຂ້ອງ ແລະ ຂໍຮຽກຮ້ອງມາຍັງພໍ່ ແມ່ພີ່ນ້ອງຊາວລາວທຸກໆຄົນ ດັ່ງຕໍ່ໄປນີ້:

  1. ໃຫ້ຄະນະສະເພາະກິດທົບ ທວນຄືນຄໍາສັ່ງສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ2020 ແລະ ທົບທວນຄືນເບິ່ງວ່າບັນດາມາດຕະການຜ່ອນຜັນຈາກຄໍາສັ່ງ ເລກທີ 06/ນຍ ນັ້ນ,ຈະກັບມາ ໃຊ້ອັນໃດ ແລະ ຈະມີມາດຕະການເພີ່ມເຕີມອັນໃດແດ່ເພື່ອຮັບມື ກັບສະພາບການໃໝ່. ຖ້າມີມາດຕະການໃໝ່ອອກມາຂ້າພະເຈົ້າຂໍໃຫ້ມີການສະໜັບສະໜູນຮ່ວມມື ໃນການປະຕິບັດຂອງທຸກໆຄົນ,

2. ແຕ່ນີ້ເປັນຕົ້ນໄປແມ່ນ:

ໜື່ງ. ໂຈະການອະນຸຍາດໃຫ້ພົນລະເມືອງຢູ່ບັນດາປະເທດທີ່ມີການລະບາດໃນຊຸມຊົນຂອງ ໂຄ ວິດ-19 ເຂົ້າປະເທດເຮົາ,

ສອງ. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ,

ສາມ. ສືບຕໍ່ຢຸດຕິການເປີດໃຫ້ມີຖ້ຽວບິນເໝົາລໍາໄປມາຈາກຕ່າງປະເທດໃນໄລຍະນີ້, ນອກຈາກກໍລະນີຈຳເປັນແທ້ໆ, ແຕ່ຕ້ອງໄດ້ຂໍອະນຸຍາດທຸກໆຄັ້ງ,

ສີ່. ໃຫ້ສືບຕໍ່ກະກຽມສະຖານທີ່ກັກກັນຊົ່ວຄາວໃຫ້ມີມາດຕະຖານທີ່ດີກວ່າເກົ່າ ແລະ ຫຼາຍກວ່າເກົ່າ,

ຫ້າ. ກຽມເພີ່ມສະຖານທີ່, ຢາ, ອຸປະກອນຕ່າງໆເພື່ອຮັບໃຊ້ການປິ່ນປົວຜູ້ຕິດເຊື້ອ ໂຄວິດ-19 ແລະ ໃຫ້ຄາດຄະເນລ່ວງໜ້າໃຫ້ເໝາະສົມເພື່ອຮັບມືເມື່ອມີເຫດສຸກເສີນ ແລະ ກໍລະນີມີຜູ້ຕິດເຊື້ອຂະຫຍາຍ ກວ້າງ,

ຫົກ. ກະກຽມກ່ຽວກັບການຮັບເອົາການຊ່ວຍເຫຼືອຢາວັກຊີນຈາກປະເທດເພື່ອນມິດ ແລະ ອົງການຈັດ ຕັ້ງສາກົນທີ່ໄດ້ເຊັນຮ່ວມກັນມາ ແລ້ວເພື່ອນໍາວັກຊີນມາສັກໃຫ້ປະຊາຊົນ, ກ່ອນອື່ນແມ່ນບັນດາກຸ່ມເປົ້າໝາຍສ່ຽງໃຫ້ໄດ້ໄວເທົ່າທີ່ຈະໄວໄດ້,

ເຈັດ. ໃຫ້ກຽມງົບປະມານເພື່ອສັ່ງຢາວັກຊີນຕື່ມອີກເພື່ອໃຫ້ປະຊາຊົນລາວໄດ້ຮັບການສັກຢ່າງເໝາະສົມໃນເວລາອັນຄວນ,

ແປດ. ຮຽກຮ້ອງໃຫ້ປະຊາຊົນທຸກຄົນປະຕິບັດໄລຍະຫ່າງ, ບໍ່ສໍາພັດມືໃນເວລາພົບກັນ (ໃຫ້ໃຊ້ການຍົກມືນົບທັກທາຍຕາມປະເພນີລາວເຮົາ, ເຊິ່ງທັງງົດງາມ ແລະ ປອດໄພ),

ເກົ້າ. ໃຫ້ທຸກໆຄົນໃຊ້ຜ້າອັດປາກອັດດັງໃນເວລາຢູ່ໃນຊຸມຊົນ, ໃນເວລາອອກຈາກເຮືອນໄປມາຢ່າງເຄັ່ງຄັດ.

ຍ້ອນໄລຍະນີ້ຢູ່ປະເທດເຮົາ, ພວມມີວັນສໍາຄັນຂອງພັກ ແລະ ຂອງຊາດຫຼາຍ, ຈຶ່ງຂໍໃຫ້ທຸກຄົນຈົ່ງປະຕິບັດໄລຍະຫ່າງ ແລະ ໃສ່ ຜ້າອັດປາກອັດດັງຢ່າງເຄັ່ງຄັດ, ລ້າງມື, ສີດຢາຂ້າເຊື້ອທຸກໆຄັ້ງ ໃຫ້ທຸກໆຄົນກ່ອນເຂົ້າຮ່ວມງານຕ່າງໆ. ຈໍາກັດງານດອງໃຫ້ກະທັດຮັດ, ບໍ່ອະນຸຍາດໃຫ້ຈັດງານຄອນເສີດ, ງານລາຕີສະໂມສອນ ແລະ ອື່ນໆ. ຮຽກຮ້ອງບໍ່ໃຫ້ມີການ ຈັດງານສະຫຼອງປີໃໝ່ສາກົນທີ່ຈັດເປັນງານໃຫຍ່, ຂໍໃຫ້ສະຫຼອງ ຢູ່ກັບເຮືອນພາຍໃນຄອບຄົວຂອງ ໃຜລາວ, ເຊິ່ງຖືວ່າມີຄວາມອົບອຸ່ນກວ່າ ແລະ ປອດໄພກວ່າ.

ນອກຈາກທີ່ຂ້າພະເຈົ້າສະເໜີມານີ້, ທາງຄະນະສະເພາະກິດ ຈະມີການແນະນໍາມາດຕະການ ລະອຽດຂອງແຕ່ລະໄລຍະຂໍໃຫ້ທຸກຄົນຕິດຕາມ ແລະ ປະຕິບັດຕາມມາດຕະການຕ່າງໆທີ່ສື່ມວນ ຊົນໄດ້ອອກລາຍການເປັນປະຈໍາທຸກໆມື້ນັ້ນໃຫ້ເປັນຄວາມຊີນເຄີຍ ທີ່ຕ້ອງປະຕິບັດຢູ່ເລື້ອຍໆ.

ຂ້າພະເຈົ້າຫວັງວ່າຄໍາເຫັນ, ຄໍາສະເໜີ ຂອງຂ້າພະເຈົ້າຈະເປັນການສ້າງຄະຕິເຕືອນໃຈໃຫ້ທຸກຄົນພາຍໃນຊາດລວມທັງຊາວຕ່າງປະເທດທີ່ດໍາລົງຊີວິດຢູ່ ສປປລາວ ໃຫ້ເປັນເອກະພາບກັນ ແລະ ຖືຄໍາ ຂວັນທີ່ວ່າ “ຮ່ວມແຮງຮ່ວມໃຈ ສູ້ໄພໂຄວິດ…” ໃຫ້ກາຍເປັນພາກປະຕິບັດທີ່ແທ້ຈິງ.

ຂໍອວຍພອນປີໃໝ່ສາກົນ 2021, ຂໍໃຫ້ທຸກໆຄົນຈົ່ງມີສຸຂະພາບ, ມີຄວາມສຸກປາສະຈາກໂລກໄພໄຂ້ເຈັບ ແລະ ປາສະຈາກໂຄວິດ-19.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້