ປັບໃໝ 10 ລ້ານ ພ້ອມຮັບໂທດ 5 ປີ

ທ້າວ ແສງເພັດ ຫຼື ເປ ອາຍຸ 34 ປີ ຢູ່ບ້ານໂພນສະຫວາດໃຕ້ ເມືອງສີ ໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ຕຳຫຼວດກັກຕົວໄດ້ໃນເດືອນກັນຍາ 2019.

ມາວັນທີ 19 ພະຈິກ 2020, ໄດ້ຖືກອົງການໄອຍະການປະຊາຊົນສັ່ງຟ້ອງຂຶ້ນສານ ເພື່ອໃຫ້ສານພິຈາລະນາຕັດ ສິນ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຕັດສິນໃຫ້ຈຳເລີຍ ຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ໃນຂໍ້ຫາການຄ້າຂາຍຢາເສບຕິດປະເພດຢາບ້າຈຳນວນ 17 ເມັດ. 

ອົງການໄອຍະການປະຊາຊົນນະ ຄອນຫຼວງວຽງຈັນ ຖະແຫຼງໄຈ້ແຍກການກະທໍາຜິດຕົວຈິງຂອງ ທ້າວ ແສງ ເພັດ ຫຼື ເປ (ຈໍາເລີຍ) ຕໍ່ຄະນະສານ ອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໂດຍມີເນື້ອຄະດີຕໍ່ໄປນີ້: ທ້າວ ແສງເພັດ ເສບຢາເສບຕິດປະເພດຢາບ້າມາແຕ່ປີ 1999 ເຖິງ ມື້ຖືກກັກຕົວ.

ສຳລັບຢາບ້າທີ່ຊື້ມາເສບໃນແຕ່ລະຄັ້ງ ແມ່ນຊື້ນໍາໄວລຸ້ນ (ບໍ່ຮູ້ຊື່ ແລະ ທີ່ຢູ່ ) ທີ່ຂາຍຢູ່ເຂດບ້ານຊຽງຢືນ ເມືອງ ຈັນທະບູລີ ນະຄອນຫຼວງວຽງ ຈັນ, ຊື້ຄັ້ງລະ 1-3 ເມັດ ທຸກຄັ້ງທີ່ໄດ້ຢາບ້າ ມາແລ້ວກໍເອົາມາເສບຄົນດຽວໝົດ. 

ມາຮອດເດືອນກັນຍາ 2018, ຈຳເລີຍ ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າທີ່ຊື້ມາຂາຍນັ້ນ) ແມ່ນຊື້ນຳ ນາງ ຕ້າ (ບໍ່ຮູ້ທີ່ຢູ່) ຊື້ຄັ້ງລະ 50 ເມັດ ແລ້ວນຳໄປຂາຍຕໍ່ໃຫ້ກັບໄວລຸ້ນທີ່ມົ້ວສຸມທົ່ວໄປ ແລະ ຊື້ມາຂາຍແລ້ວຫຼາຍຄັ້ງບໍ່ສາມາດຈື່ໄດ້.

ມາວັນທີ 18 ກັນຍາ 2019, ເວລາປະມານ 21:00 ໂມງ ຈຳເລີຍໄດ້ຂັບຂີ່ລົດຈັກ (ບໍ່ຈື່ໝາຍເລກທະບຽນ), ເຊິ່ງເປັນລົດທີ່ຢືມມາໄປຮ້ານເກມເຂດຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ໃນເວລາທີ່ຈຳເລີຍກຳລັງຫຼິ້ນເກມຢູ່ນັ້ນ ຈຳເລີຍ ກໍໄດ້ຢ່າງໄປຊື້ຢາບ້ານໍາໄວລຸ້ນ (ບໍ່ຮູ້ຊື່ ແລະ ທີ່ຢູ່) ທີ່ນັ່ງຫຼິ້ນເກມຢູ່ຮ້ານດຽວກັນຈຳນວນ 25 ເມັດ.

ແຕ່ໄດ້ຢາບ້າພຽງ 17 ເມັດ, ຫຼັງຈາກໄດ້ຢາບ້າ ຈໍານວນ 17 ເມັດ. ແລ້ວຈຳເລີຍ ບໍ່ທັນໄດ້ເອົາໄປຂາຍເທື່ອ. ມາຮອດວັນທີ 19 ກັນຍາ 2019, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວພ້ອມຂອງກາງຢາບ້າ ຈໍານວນ 17 ເມັດ ມາດໍາເນີນຄະດີ. 

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີ ຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາຂອງ ຈຳເລີຍເປັນການກະທໍາຜິດທາງອາຍາ ໃນສະຖານການຄ້າ ຂາຍຢາເສບຕິດ (ຢາບ້າ) ທີ່ແຕະຕ້ອງເຖິງເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ຕາມປະມວນກົດໝາຍອາຍາ.

ການ ໄຕສວນຂອງສານໃນຄັ້ງນີ້, ໂດຍໃຫ້ຈຳເລີຍຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ແມ່ນໄດ້ອີງຕາມ ກົມໝາຍທີ່ລະບຸໄວວ່າບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາ ໜ່າຍ, ຂົນສົ່ງ ແລະ ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ-ສົ່ງອອກ ຫຼື ນຳຢາອີ-ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ, ຜ່ານ ສປປ ລາວ ຕໍ່າກວ່າ 100 ກຼາມ ຈະຖືກລົງໂທດ ຕັດອິດສະລະພາບແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10.000.000 -100.000.000 ກີບ. 

ນອກນີ້, ສານຍັງໃຫ້ຈຳເລີຍຮູ້ກ່ຽວ ກັບໂທດຂອງຢາເສບຕິດທີ່ກົດໝາຍເກືອດຫ້າມຄື: ບຸກຄົນຜູ້ໃດຫາກຜະ ລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຂົນ ສົ່ງ ແລະ ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນຳຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸອອກລິດຕໍ່ຈິດປະ ສາດ, ຜ່ານ ສປປ ລາວ 100-500 ກຼາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 10-15 ປີ ຈະຖືກປັບໃໝ ແຕ່ 100.000.000-500.000.000 ກີບ; ນໍ້າໜັກເກີນກວ່າ 500 ກຼາມ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ຈະຖືກປັບໃໝ 500. 000.000-1.000.000.000 ກີບ ແລະ ນໍ້າໜັກເກີນກວ່າ 3 ກິໂລກຼາມ ຈະຖືກລົງປະຫານຊີວິດ. 

ການກະທໍາຂອງຈໍາເລີຍ ເປັນ ການກະທໍາຜິດໂດຍເຈດຕະນາເນື່ອງຈາກວ່າ ຈໍາເລີຍ ຮູ້ດີວ່າການຄ້າຂາຍຢາເສບຕິດເປັນສິ່ງທີ່ຜິດກົດໝາຍ ແຕ່ເຈດຕະນາກະທໍາລົງໄປ ແລະ ຢາບ້າທີ່ເປັນຂອງກາງນັ້ນ. ຜ່ານການກວດພິສູດຂອງກົມຕໍາຫຼວດນິຕິວິທະຍາ ໄດ້ຢັ້ງຢືນວ່າບັນຈຸສານເສບຕິດອອກລິດຕໍ່ຈິດປະສາດແທພ້ອມທັງຢຶດໂທລະສັບຍີ່ຫໍ້ ໄອໂຟນ 5 ສີຂາວ ແລະ ໂທລະສັບຍີ່ຫໍ້ໂນເກຍ 3310 ສີປອນ ເງິນທີ່ເປັນຂອງຈຳເລີຍໃຊ້ໃນການສື່ສານຄ້າຂາຍຢາເສບຕິດເຂົ້າເປັນຂອງລັດ.