ຍັງມີລົດຕ໋ອກຕ໋ອກ ງົວແລະແບ້ ຢູ່ຕາມແຄມທາງທາງດ່ວນ
ພາຍຫຼັງທີ່ເປີດໃຫ້ໃຊ້ບໍລິການຟຣີໃນມື້ວັນທີ 21 ແລະ 22 ທັນວາ 2020 ນັ້ນ ປະກົດວ່າຢູ່ຕາມສາຍທາງດ່ວນດັ່ງກ່າວຍັງພົບເຫັນສັດລ້ຽງຈໍານວນຫຼາຍ ນອກນັ້ນຍັງມີປະຊາຊົນຈໍານວນໜຶ່ງທີ່ໃຊ້ລົດໄຖນາ (ລົດຕ໋ອກຕ໋ອກ) ຂຶ້ນແລ່ນຕາມທາງດ່ວນນໍາອີກ ຊຶ່ງບັນຫາດັ່ງກ່າວນີ້ໄດ້ເຮັດໃຫ້ຜູ້ຂຶ້ນໃຊ້ທາງດ່ວນມີຄວາມກັງວົນກ່ຽວກັບຄວາມປອດໄພ, ງົວ ແລະ ແບ້ ທີ່ຫາກິນຢູ່ຕາມແຄມທາງນອກຮົ້ວກັ້ນທາງດ່ວນ ແລະ ມີສັດລ້ຽງບາງໂຕໄດ້ແລ່ນຕັດໜ້າລົດ,
ດັ່ງນັ້ນເຂົາເຈົ້າຈຶ່ງຮຽກຮ້ອງໃຫ້ທາງພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫານີ້ຢ່າງຮີບດ່ວນ. ຂ່າວກ່ອນໜ້ານີ້ ທາງດ່ວນວຽງຈັນ-ວັງວຽງໄດ້ມີພິທີເປີດນໍາໃຊ້ຢ່າງເປັນທາງການເມື່ອວັນທີ 20 ທັນວາ 2020 ທີ່ຜ່ານມາ
ແລະ ເປີດໃຫ້ໃຊ້ບໍລິການຟຣີເປັນເວລາ 3 ວັນນັບແຕ່ວັນທີ 21-23 ທັນວາ 2020 ຫຼື ມື້ອື່ນວັນພຸດເປັນມື້ສຸດທ້າຍ ກ່ອນທີ່ຈະມີການເກັບເງິນ ເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ.