ອົງການອະນາໄມໂລກກ່າວ ການລະບາດໂຄວິດ-19 ຍັງຢູ່ໃນໄລຍະຮອບທຳອິດເທົ່ານັ້ນ

ເວັບໄຊຂ່າວ sanook ລາຍງານໃຫ້ຮູ້ວ່າ ປັດຈຸບັນຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກຈຳນວນ ມີ 5,584,211 ຄົນ ແລະ ເສຍຊີວິດ 347,613 ຄົນ. ໃນເອີຣົບ ໄລຍະອາທິດທີ່ຜ່ານມາ ຈຳນວນຜູ້ຕິດເຊື້ອລາຍໃໝ່ຫຼຸດລົງເຫຼືອພຽງຫຼັກຮ້ອຍຄົນເທົ່ານັ້ນ ໃນຂະນະທີ່ຈຳນວນຜູ້ເສຍຊີວິດໃນ ອິຕາລີ, ຝຣັ່ງ ແລະ ເຢຍລະມັນ ກໍ່ມີຕົວເລກຫຼຸດລົງນັບຕັ້ງແຕ່ມີການລະບາດເມື່ອເດືອນມີນາເປັນຕົ້ນມາ ສ່ວນໃນອາເມລິກາມີຈຳນວນຜູ້ເສຍຊີວິດເຖິງ 99,805 ຄົນ.

ອາທິດທີ່ຜ່ານມາຫຼາຍປະເທດໃນເອີຣົບ ແລະ ຫຼາຍລັດໃນອາເມລິກາເລີ່ມຜ່ອນຄາຍມາດຕະການປິດເມືອງ ແລະ ອະນຸຍາດໃຫ້ປະຊາຊົນເດີນທາງໄປທ່ອງທ່ຽວໃນສະຖານທີ່ຕ່າງໆໄດ້ ໂດຍສະເພາະຫາດຊາຍ ແລະ ຫຼາຍລັດໃນອາເມລິກາປະຊາຊົນໄດ້ອອກມາສະເຫຼີມສະຫຼອງວັນພັກໃນພື້ນທີ່ຕ່າງໆ ຈົນຫຼາຍຝ່າຍກັງວົນວ່າການຢູ່ຮ່ວມກັນໂດຍບໍ່ມີການຮັກສາໄລຍະຫ່າງທາງສັງຄົມຈະເຮັດໃຫ້ເກີດການແຜ່ລະບາດຂອງເຊື້ອໄວຣັດອີກຮອບ.

ທ່ານ ດຣ. ໄມ ໄຣອັນ ຜູ້ອຳນວຍການໂຣກລະບາດສຸກເສີນຂອງອົງການອານາໄມໂລກ ກ່າວວ່າ ປັດຈຸບັນໂລກຍັງຢູ່ໃນໄລຍະກາງຂອງການລະບາດໂຣກໂຄວິດ-19 ໃນຮອບທຳອິດເທົ່ານັ້ນ ເນື່ອງຈາກຜູ້ຕິດເຊື້ອໃນທົ່ວໂລກຍັງເພີ່ມຂຶ້ນຕໍ່ເນື່ອງ ເຖິງແມ່ນວ່າຫຼາຍປະເທດຈະມີຈຳນວນຜູ້ຕິດເຊື້ອຫຼຸດລົງກໍ່ຕາມ.