ລັດເຫັນດີໃຫ້ຂາຍສິດນຳໃຊ້ທີ່ດິນ ເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ

ເມື່ອບໍ່ດົນມານີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ, ໃນນາມຮອງຄະນະແກ້ໄຂທີ່ດິນເຂດສະຫງວນສອງຟາກຖະໜົນວຽງຈັນ 450

ໄດ້ອອກແຈ້ງການ ກ່ຽວກັບການປະກາດຂາຍສິດນຳໃຊ້ທີ່ດິນ ໃນເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ ເບື້ອງລະ 50 ແມັດ ຈຳນວນ 93 ຕອນ, ເນື້ອທີ່ 283.500 ຕາແມັດ ໃຫ້ບຸກຄົນ, ນິຕິບຸກຄົນທົ່ວໄປ ເພື່ອນຳເງິນມາຊຳລະທະນາຄານແຫ່ງ ສປປ ລາວ ແລະ ຄ່າກໍ່ສ້າງເສັ້ນທາງ.

ສ່ວນຜູ້ໃດທີ່ມີຄວາມສົນໃຈ ຢາກຊື້ສິດນຳໃຊ້ທີ່ດິນ ໃຫ້ເຂົ້າມາພົວພັນນຳໜ່ວຍງານກອງເລຂາ ແລະ ວິຊາການ ປະຈຳສະໜາມ ຢູ່ຫ້ອງການສະໜາມ 450 ປີ ຕັ້ງຢູ່ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເບີໂທຕິດຕໍ່ 020 22239972, 020 55539992 ແລະ 020 22205384.

+ຂ່າວຈາກ: ຂ່າວສານປະເທດລາວ.