ເບົາຫວານຄວາມດັນ ບັນຫາເສັ້ນເອັນໃບເຕີຍຊ່ວຍໄດ້

ໃບເຕີຍ ສໍາລັບຄົນທີ່ມັກຮັບປະທານເຂົ້າໜົມຄົງຮູ້ຈັກດີ ເພາະເປັນໃບທີ່ຖືກນໍາໃຊ້ຫຼາຍໃນສ່ວນປະສົມຂອງເຂົ້າໜົມຫວານຕ່າງໆ, ອາຫານບາງເມນູ ເພື່ອເພີ່ມກິ່ນຫອມ ໃບເຕີຍເປັນສະໝຸນໄພໄມ້ຢືນຕົ້ນຂະໜາດນ້ອຍ ທີ່ມີລັກສະນະເປັນພຸ່ມ-ເປັນກໍ ໃບດ່ຽວປົ່ງວຽນສະຫຼັບເປັນກຽວຈົນເຖິງຍອດ.

ໃບເຕີຍຖືກນຳໃຊ້ຢ່າງກວ້າງຂວາງໃນວົງການນອາຫານລາວ ໂດຍສະເພາະແມ່ນປະເພດເຂົ້າໜົມຫວານ ຊຶ່ງສາມາດນຳໃຊ້ໄດ້ທັງໃບສົດ ແລະໃບແຫ້ງ ອີກທັງ ມີການນຳໃຊ້ເປັນຢາປິ່ນປົວພະຍາດ ແລະບັນເທົາອາການເຈັບປວດພາຍໃນ ແລະພາຍນອກຂອງຮ່າງກາຍຄົນເຮົາ.

ໃນຕຳລາຢາພື້ນເມືອງໄດ້ນຳໃຊ້ໃບເຕີຍປິ່ນປົວພະຍາດທີ່ຄາດວ່າມີສາເຫດມາຈາກອະນຸມູນອິດສະຫຼະ ເຊັ່ນ ພະຍາດເບົາຫວານ ຫຼຸດຄວາມດັນເລືອດ ຫອບຫືດ ດັບພິດໄຂ້ ພະຍາດຜິວໜັງ ພະຍາດຂໍ້ກະດູກ ບັນເທົາອາການປວດຕາມເສັ້ນເອັນ ຊ່ວຍປິ່ນປົວອາການອັກເສບ ຊ່ວຍປ້ອງກັນບໍ່ໃຫ້ເລືອດແຂງຕົວ ແລະຊ່ວຍບຳລຸງຜິວພັນໄດ້ອີກດ້ວຍ.

ນອກນັ້ນ ໃບເຕີຍ ຍັງຊ່ວຍບຳລຸງຫົວໃຈ ແລະຊ່ວຍຫຼຸດອັດຕາການເຕັ້ນໄວຂອງຫົວໃຈ ເພາະວ່າການດື່ມນ້ຳໃບເຕີຍ ນອກຈາກຈະຊ່ວຍແກ້ຫິວກະຫາຍ ແລະຄາຍຄວາມຮ້ອນໄດ້ແລ້ວ ກິ່ນຫອມຂອງໃບເຕີຍ ຍັງຊ່ວຍເຮັດໃຫ້ຮ່າງກາຍ ແລະຈິດໃຈສົດຊື່ນ-ຜ່ອນຄາຍນຳອີກ.

ປັດຈຸບັນມີການວິໄຈພົບວ່າ ນ້ຳໃບເຕີຍມີປະໂຫຍດ ແລະມີຄວາມຈຳເປັນຫຼາຍຕໍ່ຮ່າງກາຍຂອງຄົນເຮົາ ເພາະໃບເຕີຍປະກອບດ້ວຍວິຕາມິນ ແລະແຮ່ທາດສຳຄັນຫຼາຍຊະນິດ ເຊັ່ນ ເບຕ້າແຄໂຣທິນ ວິຕາມິນC ວິຕາມິນB ທາດແຄລຊຽມ ທາດເຫຼັກ ທາດຟອສຟໍຣັສ ນອກຈາກນີ້ຍັງມີໂປຣຕີນ ແລະໃຫ້ພະລັງງານແກ່ຮ່າງກາຍ ອີກດ້ວຍ.