ຂຶ້ນໃຊ້ທາງດ່ວນວຽງຈັນ-ວັງວຽງ 8,000 ກີບ ຕໍ່ດ່ານ

ປະຊາຊົນລາວຕ່າງກໍ່ດີໃຈທີ່ຈະໄດ້ຊົມໃຊ້ເສັ້ນທາງດ່ວນແຫ່ງທໍາອິດຂອງ ປະເທດລາວ ຄືເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໂດຍມີໄລຍະທາງ 109, 9 ກິໂລແມັດ ທີ່ຈະເປີດບໍລິການໃນລະຫວ່າງວັນທີ 20-30 ທັນວາ 2020 ນີ້

ຢ່າງແນ່ນອນແລະ ສິ່ງທີ່ຫຼາຍຄົນສົນໃຈໃນປະຈຸບັນນີ້ ຄືລາຄາຂຶ້ນໃຊ້ບໍລິການທາງດ່ວນວ່າທໍ່ໃດ ແລະ ພາຫະນະ ທີ່ຈະສາມາດຂຶ້ນໃຊ້ທາງດ່ວນໄດ້ແມ່ນປະເພດໃດແດ່?ມື້ນີ້ທາງເພຈສະເກັດຂ່າວHotNews ໄດ້ນຳຂໍ້ມູນຈາກທີມງານຂ່າວວຽງຈັນທາຍມາຕອບ.ອີງຕາມຂໍ້ມູນຈາກບໍລິສັດຮ່ວມທຶນພັດທະນາລາວ-ຈີນ ຈໍາກັດ ຊຶ່ງເປັນບໍລິສັດທີ່ລົງທຶນກ່ຽວກັບການກໍ່ສ້າງທາງດ່ວນດັ່ງກ່າວວ່າ:

ສໍາລັບການຂຶ້ນໃຊ້ບໍລິການທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ຫຼື ແຕ່ເມືອງວັງວຽງ ຫາ ນະຄອນຫຼວງວຽງຈັນ ຫຼື ໄປ-ກັບ ຄ່າບໍລິການຈະປະມານ 130.000 ກີບ ຫຼື ມີແຕ່ຂາໄປ ຫຼື ຂາກັບແມ່ນ 65.000 ກີບ ໂດຍຈະມີ 8 ດ່ານເກັບເງິນ ( 8.000 ກີບ/ດ່ານ) ໝາຍຄວາມວ່າຖ້າຜ່ານແຕ່ 2-3 ດ່ານກໍ່ຈະເສຍເງິນຕາມແຕ່ລະຈຸດ.

ສໍາລັບລົດທີ່ຈະຂຶ້ນໃຊ້ບໍລິການທາງດ່ວນໂດຍອີງຕາມກົດໝາຍທາງບົກແຫ່ງ ສປປ ລາວ ລະບຸໄວ້ວ່າ: ພາຫະນະທີ່ຈະຂຶ້ນທຽວທາງດ່ວນໄດ້ນັ້ນຕ້ອງມີຄວາມແຮງຂອງຈັກຫຼາຍກວ່າ 350 ຊີຊີ, ນອກນັ້ນຍັງຫ້າມລົດບັນທຸກ, ລົດພ່ວງທີ່ມີນໍ້າໜັກເກີນກໍານົດໄວ້, ຍານພາຫະນະທີ່ດັດແປງສະພາບເຕັກນິກທີ່ບໍ່ຮັບປະກັນຄຸນນະພາບດ້ານຄວາມປອດໄພ ແລະ ພາຫະນະອື່ນໆທີ່ກໍານົດແລ່ນຕໍ່າກວ່າ 80 ກິໂລແມັດຕໍ່ຊົ່ວໂມງກໍ່ຫ້າມຂຶ້ນເຊັ່ນກັນ.

.

.

ຂໍ້ມູນໜັງສືພິມວຽງຈັນທ່າມ