ວອນຜູ້ໃຈບຸນຊ່ວຍມ້ຽນຄາບອາບສົບນ້ອງດ້ວຍ ຕອນນີ້ທາງຄອບຄົວແມ່ນບໍ່ມີເງິນ.

ຫລັງຈາກວານນີ້ທາງຫນ່ວຍງານພວກເຮົາ 1623ໄດ້ຮັບຫນັງສືສະເຫນີຂໍຄວາມຊ່ວຍເຫລືອຈາກຄອບຄົວຫນື່ງທີ່ລູກເພິ່ນບໍ່ສະບາຍ ແລະ ຕ້ອງການຄວາມຊ່ວຍເຫລືອຈາກປະຊາຊົນຜູ້ທີ່ມີຈິດໃຈເມດຕາເພື່ອຂໍບໍລິຈາກເງິນປິ່ນປົວລູກຊາຍຫວັງໃຫ້ມີຊີວິດກັບມາອີກຄັ້ງ ແລະ ກໍມີປະຊາຊົນທີ່ບໍລິຈາກທັງຫມົດຕາມຍອດບໍລິຈາກວານນີ້ປະມານ 1 ລ້ານປາຍ.

.

ມາຮອດວັນທີ 14/12/2020 ທາງພໍ່ເດັກນ້ອຍໂທມາບອກວ່າຫມໍແມ່ນເອົາບໍ່ໄດ້ແລ້ວ ເລີຍພາລູກກັບບ້ານແລ້ວລູກແມ່ນໄດ້ເສຍຊີວິດກາງທາງ.

ຕອນນີ້ທາງຄອບຄົວແມ່ນບໍ່ມີເງິນມ້ຽນຄາບອາບສົບນ້ອງ ຈຶ່ງຢາກວິ່ງວອນຜູ້ທີ່ມີຈິດໃຈເມດຕາອີກເທື່ອຫນຶ່ງ ບໍລິຈາກເປັນໂລງສົບ ຫລື ເປັນເງິນກໍໄດ້ ເພື່ອເຮັດພິທີທາງສາສະຫນາ ເງິນທຸກກີບແມ່ນໂອນເຂົ້າບັນຊີພໍ່ເດັກນ້ອຍຜູ້ເສຍຊີວິດເງິນທຸກກີບຈະບໍ່ຜ່ານທາງຫນ່ວຍງານເຮົາຕາມເລກບັນຊີຢູ່ດ້ານລຸ່ມ:

ເລກບັນຊີ:
BOUNMY PHONESAWANH MR.
091-12-00-00650922-001.

ຂອບໃຈທຸກຄົນທີ່ຊ່ວຍເຫລືອເພື່ອນມະນຸດດ້ວຍກັນໃນຍາມລຳບາກ.